

ເນື້ອໃນທີ່ນຳມາປຶກສາຫາລື ໃນກອງປະຊຸມຄັ້ງນີ້ ບັນດາຜູ້ເຂົ້າຮ່ວມກອງປະຊຸມ ໄດ້ພ້ອມກັນສຸມໃສ່ປຶກສາຫາລື, ຄົ້ນຄວ້າ ແລະ ເປັນເອກະພາບ ຕໍ່ບັນຫາທີ່ສໍາຄັນຄື:

1. ຜ່ານບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ໄລຍະ 09 ເດືອນ, ຄາດຄະເນ 03 ເດືອນທ້າຍປີ 2022 ແລະ ທິດທາງແຜນການປີ 2023.
2. ລາຍງານໂດຍລວມ ກ່ຽວກັບຄວາມຄືບໜ້າການແກ້ໄຂໜີ້ສິນ ໂຄງການລົງທຶນຂອງລັດບ້ວງປົກກະຕິ ແລະ ການອວ່າຍໜີ້ 3 ແຈ, ໂດຍສະເພາະ ບັນດາໂຄງການທີ່ຄະນະປະຈໍາສະພາແຫ່ງຊາດ ໄດ້ມີມະຕິ ແລະ ສະເໜີໃຫ້ລັດຖະບານ ຈັດຕັ້ງປະຕິບັດ;
3. ລາຍງານກ່ຽວກັບນະໂຍບາຍ ແລະ ມາດຕະການສະໜອງເງິນຕາ ເພື່ອຮັບປະກັນການນໍາເຂົ້າ ນໍ້າມັນເຊື້ອໄຟ ສໍາລັບໄລຍະກາງ ແລະ ໄລຍະຍາວ; ມາດຕະການແກ້ໄຂເງິນເຟີ້ ສໍາລັບໄລຍະກາງ ແລະ ໄລຍະຍາວ;
4. ລາຍງານການຄຸ້ມຄອງລາຄາສິນຄ້າ ແລະ ການນຳເຂົ້ານໍ້າມັນເຊື້ອໄຟ ໃນເງື່ອນໄຂສະພາບເສດຖະກິດ ມີຄວາມຫຍຸ້ງຍາກ;
5. ລາຍງານການຈັດຕັ້ງປະຕິບັດໂຄງການທົດລອງຂຸດຄົ້ນແຮ່ທາດ, ການອະນຸຍາດສຳປະທານ ແລະ ການແບ່ງຂັ້ນຄຸ້ມຄອງ;

6. ລາຍງານສະພາບການຈັດຕັ້ງປະຕິບັດບັນດາໂຄງການລົງທຶນ ຂອງຫວຽດນາມ-ລາວ ຢູ່ ສປປ ລາວ.
7. ລາຍງານກ່ຽວກັບການພັດທະນາທ່າບົກ ຕາມທີ່ກຳນົດໄວ້ໃນຍຸດທະສາດໂລຊິດສະຕິກ ຂົນສົ່ງສິນຄ້າ ຢູ່ ສປປ ລາວ;
8. ແຜນການສ້າງກົດໝາຍ ແລະ ປັບປຸງກົດໝາຍ ແຕ່ປີ 2023-2025;
9. ປຶກສາຫາລືບັນດາຫົວຂໍ້ ທີ່ຕິດພັນກັບຄວາມຮັບຜິດຊອບຂອງລັດຖະບານ ທີ່ຈະນຳເຂົ້າພິຈາລະນາກອງປະຊຸມ ສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX;
10. ປຶກສາຫາລື ແລະ ຖອດຖອນບົດຮຽນວິທີການລາຍງານຂອງລັດຖະບານ, ການຕັ້ງຄຳຊັກຖາມ ຂອງສະມາຊິກສະພາແຫ່ງຊາດ ແລະ ການຕອບຄໍາຊັກຖາມ ຂອງສະມາຊິກລັດຖະບານ ຕໍ່ກອງປະຊຸມສະພາແຫ່ງຊາດ.

(ພາບ: ສອນສັກ ວັນວິໄຊ, ຂ່າວ: ນາງ ປາກາລັກ ພົມມີໄຊ)