(ສພຊ) ຄະນະມິດຕະພາບລັດຖະສະພາ ຝຣັ່ງ-ລາວ ຂອງ ສະພາແຫ່ງຊາດ ແຫ່ງ ສ. ຝຣັ່ງ ນໍາໂດຍ ທ່ານ ບຣູໂນ ມິລຽນແນ (Bruno MILLIENNE) ສະມາຊິກສະພາແຫ່ງຊາດ, ປະທານຄະນະມິດຕະພາບລັດຖະສະ ພາ ຝຣັ່ງ-ລາວ, ສະພາແຫ່ງຊາດ ແຫ່ງ ສ.ຝຣັ່ງ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປລາວ ໃນລະຫວ່າງວັນທີ 17-23 ກັນຍາ 2023. ຕາມການເຊື້ອເຊີນຂອງທ່ານ ວຽງວິໄລ ທ່ຽງຈັນໄຊ ສະມາຊິກສະພາແຫ່ງຊາດ, ປະທານຄະນະມິດຕະພາບລັດຖະສະພາ ລາວ-ຝຣັ່ງ, ສະພາແຫ່ງຊາດ ແຫ່ງ ສປປລາວ. ໃນວັນທີ 18 ກັນຍາ 2023 ຄະນະມິດຕະພາບລັດຖະສະພາ ລາວ-ຝຣັ່ງ ແລະ ຝຣັ່ງ-ລາວ ໄດ້ພົບປະເຮັດວຽກຮ່ວມກັນ ໂດຍໄດ້ແລກປ່ຽນສະພາບການພົ້ນເດັ່ນ ຂອງແຕ່ລະປະເທດ, ສະພາບການເຄື່ອນໄຫວວຽກງານ ຂອງສອງອົງການນິຕິບັນຍັດ ກໍຄື ສອງຄະນະມິດຕະພາບລັດຖະສະພາ, ຮ່ວມກັນຕີລາຄາຄືນການພົວພັນຮ່ວມມື ລະຫວ່າງ ສອງປະເທດ, ສອງອົງການນິຕິບັນຍັດ ກໍຄືສອງຄະນະມິດຕະພາບ ແລະ ປຶກສາຫາລືທິດທາງແຜນການພົວພັນຮ່ວມມືໃນຕໍ່ໜ້າ. ໃນນາມເປັນກົນໄກໜຶ່ງ ໃນການຊຸກຍູ້ ແລະ ສົ່ງເສີມການພົວພັນຮ່ວມມືລະຫວ່າງ ສອງອົງການນິຕິບັນຍັດ ຂອງສອງປະເທດ, ສອງຝ່າຍ ໄດ້ເຫັນດີເປັນເອກະພາບສືບຕໍ່ແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆນຳກັນ, ແລກປ່ຽນຂໍ້ມູນ-ຂ່າວສານ, ແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ ໃນການຈັດຕັ້ງປະຕິບັດພາລະບົດບາດ ຂອງອົງການນິຕິບັນຍັດ; ສືບຕໍ່ຊຸກຍູ້ ແລະ ສົ່ງເສີມການພົວພັນຮ່ວມມື ລະຫວ່າງ ບັນດາຂະແໜງການຕ່າງໆ ຂອງສອງປະເທດ ກໍຄືການຮ່ວມມື ແລະ ສະໜັບສະໜູນ ເຊິ່ງກັນ ແລະ ກັນ ໃນການເຄື່ອນໄຫວຢູ່ເວທີລັດຖະສະພາພາກພື້ນ ແລະ ສາກົນ. ຄະນະມິດຕະພາບລັດຖະສະພາ ຝຣັ່ງ-ລາວ ຍິນດີຈະໃຫ້ການຊ່ວຍເຫຼືອ ໃນການພັດທະນາຊັບພະຍາກອນມະນຸດ ໃຫ້ແກ່ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ຂອງລາວ ແລະ ສະໜັບສະໜູນສະພາແຫ່ງຊາດລາວ ໃນການເປັນເຈົ້າພາບຈັດກອງປະຊຸມໃຫຍ່ສະມັດຊາລັດຖະສະພາ ລະຫວ່າງ ຊາດອາຊຽນ (AIPA) ຄັ້ງທີ 45 ໃນປີ 2024 ທີ່ຈະມາເຖິງ.

ໃນການຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ ໃນຄັ້ງນີ້ ຄະນະມິດຕະພາບລັດຖະສະພາ ຝຣັ່ງ-ລາວ ຂອງສະພາແຫ່ງຊາດ ຝຣັ່ງ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດລາວ ເຊິ່ງທ່ານໄດ້ຕີລາຄາສູງ ຕໍ່ສາຍພົວພັນຮ່ວມມື ລະຫວ່າງ ສອງປະເທດ ກໍຄືສອງອົງການນິຕິບັນຍັດ ລາວ-ຝຣັ່ງ ແລະ ຕີລາຄາສູງຕໍ່ຜົນການພົບປະເຮັດວຽກລະຫວ່າງສອງຄະນະມິດຕະພາບລັດຖະສະພາ ຫວັງວ່າຄະນະມິດຕະ ພາບລັດຖະສະພາສອງປະເທດ ຈະສືບຕໍ່ແລກປ່ຽນຄະນະຜູ້ແທນ ໄປມາຫາສູ່ກັນໄດ້ຫຼາຍຂຶ້ນ ເພື່ອແລກປ່ຽນບົດ ຮຽນ ແລະ ປະສົບການ ໃນການປະຕິບັດພາລະບົດບາດ ຂອງອົງການນິຕິບັນຍັດ ໃຫ້ມີປະສິດທິຜົນ ນຳເອົາຜົນປະ ໂຫຍດ ຢ່າງແທ້ຈິງມາສູ່ປະຊາຊົນ.

ນອກນັ້ນ, ຄະນະຜູ້ແທນຄະນະມິດຕະພາບລັດຖະສະພາຝຣັ່ງ-ລາວ ຍັງໄດ້ພົບປະເຮັດວຽກກັບບັນດາພາກສ່ວນທີ່ກ່ຽວຂ້ອງຂອງລາວເຊັ່ນ: ກະຊວງສຶກສາທິການ ແລະ ກິລາ, ກະຊວງແຜນການ ແລະ ການລົງທຶນ ແລະ ເຈົ້າຄອງນະຄອນຫຼວງວຽງຈັນ ແລະ ເດີນທາງດ້ວຍລົດໄຟດ່ວນ ລາວ-ຈີນ ໄປຢ້ຽມຢາມ ແຂວງຫຼວງພະບາງ ເມືອງແຫ່ງມໍລະດົກໂລກ, ຄະນະ ໄດ້ພົບປະເຮັດວຽກກັບທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນ ແຂວງຫຼວງພະບາງ ແລະ ເຂົ້າຢ້ຽມຂໍ່ານັບ ທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ, ຢ້ຽມຊົມພື້ນຖານເສດຖະກິດ, ວັດທະນະທໍາ ແລະ ແຫຼ່ງທ່ອງທ່ຽວຈຳນວນໜຶ່ງ ຂອງແຂວງຫຼວງພະບາງ.
