ຄະນະຜູ້ແທນ ສພຊ ລາວ ສຳເລັດການເຂົ້າຮ່ວມ ກອງປະຊຸມຄະນະບໍລິຫານງານ APF ທີ່ເກິນເທີ

ມ.ກ. 26, 2025 | SlideMobile, ຂ່າວເດັ່ນ

(ສພຊ) – ລະຫວ່າງວັນທີ 20-25 ມັງກອນ 2025 ຄະນະຜູ້ແທນສະພາແຫ່ງຊາດ (ສພຊ) ແຫ່ງ ສປປລາວ ນໍາໂດຍທ່ານ ສັນຍາ ປຣະເສີດ ກໍາມະການຄະນະປະຈໍາສະພາແຫ່ງຊາດ, ປະທານກໍາມາທິການການຕ່າງປະເທດ ໄດ້ສຳເລັດການເຂົ້າຮ່ວມກອງປະຊຸມຄະນະບໍລິຫານງານສະ ມັດຊາລັດຖະສະພາປະເທດທີ່ໃຊ້ພາສາຝຣັ່ງ (APF) ທີ່ນະຄອນເກິນເທີ, ສສ.ຫວຽດນາມ; ເຂົ້າຮ່ວມມີຄະນະຜູ້ແທນຈາກປະເທດທີ່ໃຊ້ພາສາຝຣັ່ງ 26 ປະເທດ ພ້ອມດ້ວຍຕົວແທນຈາກອົງ ການຝຣັ່ງໂກໂຟນີສາກົນ (OIF) ແລະ ຄະນະເລຂາ ທິການໃຫຍ່ສະມັດຊາລັດຖະສະພາປະເທດທີ່ໃຊ້ພາສາຝຣັ່ງ, ສະມາຊິກສະພາແຫ່ງຊາດຫວຽດ ນາມ ປະເທດເຈົ້າພາບ ລວມທັງໝົດ 70 ທ່ານ.
ກອງປະຊຸມໄດ້ພິຈາລະນາຮັບຮອງເອົາໂຄງປະກອບຄະນະບໍລິຫານງານຊຸດໃໝ່ຂອງສະມັດຊາລັດຖະສະພາປະເທດທີ່ໃຊ້ພາສາຝຣັ່ງ ນັບແຕ່ເດືອນມັງກອນ 2025, ຮັບຮອງເອົາສະມາຄົມລັດຖະສະພາຂອງລັດສະມາຊິກຄະນະກໍາມາທິ ການມະຫາສະໝຸດອິນເດຍ (AP COI) ເຂົ້າເປັນຜູ້ສັງເກດການຂອງ APF, ຮ່າງນິຕິກຳກ່ຽວກັບການຈັດສັນງົບປະມານທີ່ໃຫ້ຄວາມສໍາຄັນຕໍ່ບົດ ບາດຍິງ- ຊາຍ, ໂຄງການການຮ່ວມມືລະຫວ່າງລັດ ຖະສະພາ ປະຈໍາປີ 2025, ແຜນປະຕິບັດງານໃນຂອບຍຸດທະສາດ 2023-2030, ແຜນການເຄື່ອນໄຫວຂອງກອງປະຊຸມຕ່າງໆໃນຂອບ ແລະ ກົນໄກຂອງ APF; ປຶກສາຫາລືກ່ຽວກັບບົດບາດທາງການເມືອງຂອງ APF ຕໍ່ລະບຽບໂລກທີ່​ປະ​ເຊີນ​ໜ້າ​ກັບ​ຄວາມສະຫຼັບຊັບຊ້ອນ ໂດຍສະເພາະແມ່ນການເພີ່ມທະວີການຮ່ວມມືລະຫວ່າງ APF ແລະ OIF. ພ້ອມກັນນີ້, ຍັງໄດ້ຮັບຟັງບົດ​ລາຍ​ງານ​ກ່ຽວກັບແຜນ​ງົບປະມານປະຈໍາປີ 2025 ຂອງ APF, ການສະຫຼຸບການເຄື່ອນໄຫວວຽກງານຂອງບັນດາກໍາມາທິການປະຈໍາ, ເຄືອຂ່າຍສະມາຊິກລັດ ຖະສະພາເພດຍິງ, ສະມາຊິກລັດຖະສະພາໜຸ່ມ ແລະ ຄະນະລັດຖະສະພາປະຈໍາພາກພື້ນຕ່າງໆຂອງ APF; ຄົ້ນຄວ້າການປະດັບຫຼຽນໃຫ້ບຸກຄົນທີ່ມີຜົນງານດີເດັ່ນທີ່ປະກອບສ່ວນເຂົ້າໃນການ ເຄື່ອນໄຫວວຽກງານຂອງອົງການ APF ໃນປີ 2024-2025.
ໂອກາດນີ້, ຄະນະຜູ້ແທນສະພາແຫ່ງຊາດລາວ ຍັງໄດ້ເຂົ້າຮ່ວມກອງປະຊຸມລະຫວ່າງຄະນະຜູ້ ແທນຈາກບັນດາລັດຖະສະພາປະເທດທີ່ໃຊ້ພາສາຝຣັ່ງໃນພາກພື້ນອາຊີ-ປາຊີຟິກ ເພື່ອປຶກສາຫາລືກ່ຽວກັບທິດທາງ, ການຮ່ວມມື ແລະ ການຈັດກອງປະຊຸມລັດຖະສະພາປະເທດທີ່ໃຊ້ພາສາຝຣັ່ງປະຈໍາພາກພື້ນອາຊີ-ປາຊີຟິກ ໃນ 2025.
ຄະນະຜູ້ແທນສະພາແຫ່ງຊາດລາວ ໄດ້ແລກປ່ຽນຄໍາຄິດຄໍາເຫັນຕາມວາລະຂອງກອງປະຊຸມ ໂດຍຍົກໃຫ້ເຫັນສະພາບການທາງດ້ານການເມືອງໃນພາກພື້ນ ແລະ ໃນໂລກ, ການພັດທະນາເສດຖະ ກິດ-ສັງຄົມຂອງ ສປປລາວ ແລະ ການດຳເນີນນະ ໂຍບາຍການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ​ແລະ ການ​ຮ່ວມ​ມືອັນສະເໝີຕົ້ນສະ ເໝີປາຍ, ຊຸກຍູ້ໃຫ້ມີການພົວພັນຮ່ວມມືເຊິ່ງກັນ ແລະກັນ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ລະຫວ່າງປະເທດສະມາຊິກຝຣັ່ງໂກໂຟນ ໃຫ້ຫຼາຍຂຶ້ນ ເພື່ອນໍາເອົາຜົນປະໂຫຍດມາສູ່ປະຊາຊົນຂອງແຕ່ລະປະເທດ; ພ້ອມກັນນີ້, ຍັງໄດ້ຮັບເອົາການສະເໜີໃຫ້ສະພາແຫ່ງຊາດລາວ ເປັນເຈົ້າພາບຈັດກອງປະຊຸມກໍາມາທິການວຽກງານສະມາຊິກລັດ ຖະສະພາ APF ເຊິ່ງຄາດວ່າຈະຈັດຂຶ້ນລະຫວ່າງວັນທີ 12-14 ມີນານີ້ ທີ່ນະຄອນຫຼວງວຽງຈັນ.