(ສພຊ) ໃນລະຫວ່າງວັນທີ 6-10 ພະຈິກ 2023, ຄະນະຜູ້ແທນສະພາແຫ່ງຊາດລາວ ນຳໂດຍທ່ານ ປອ. ບຸນທັນ ບຸນວິໄລ ຮອງເລຂາທິການສະພາແຫ່ງຊາດ ໄດ້ສຳເລັດການເຂົ້າຮ່ວມທັດສະນະສຶກສາ ທີ່ສະພາແຫ່ງຊາດຝຣັ່ງ (Study Mission to France Parliament) ທີ່ປາຣີ, ປະເທດຝຣັ່ງ ໂດຍມີຜູ້ແທນທີ່ເປັນເຈົ້າໜ້າທີ່ອາວຸໂສຕາງໜ້າຈາກສະພາແຫ່ງຊາດ ແຫ່ງ ຣາຊະອານາຈັກກໍາປູເຈຍ, ສປປລາວ, ຣາຊະອານາຈັກໄທ ແລະ ກອງເລຂາສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ (AIPA) ລວມທັງໝົດ ຈໍານວນ 10 ທ່ານ ເຂົ້າຮ່ວມ.
![](https://na.gov.la/wp-content/uploads/2023/11/402548910_842363114559842_2051310147804474707_n.jpeg)
ການທັດສະນະສຶກສາຄັ້ງນີ້ ຄະນະຜູ້ແທນໄດ້ພົບປະເຮັດວຽກ ຮັບຟັງການສະເໜີກ່ຽວກັບກົງຈັກການຈັດຕັ້ງ, ບົດບາດ ແລະ ການປະຕິບັດໜ້າທີ່ຂອງອົງການເສນາທິການຂອງກຳມາທິການປະຈຳ ແລະ ໜ່ວຍງານຕ່າງໆຂອງສະພາສູງ ແລະ ສະພາຕໍ່າຂອງຝຣັ່ງ ໂດຍໄດ້ມີການປຶກສາຫາລື, ແລກປ່ຽນບົດຮຽນ ແລະ ປະສົບການຕົວຈິງຈາກຜູ້ບໍລິຫານລະດັບສູງ ແລະ ພະນັກງານກ່ຽວຂ້ອງ ກ່ຽວກັບຍຸດທະສາດ ແລະ ການພັດທະນາການດຳເນີນງານດ້ານການບໍລິຫານລັດຖະສະພາໃຫ້ທັນສະໄໝ ແລະ ຕອບສະໜອງຄວາມຕ້ອງການຂອງວິວັດທະນາການຂອງລັດຖະສະພາໃນໄລຍະໃໝ່ຂອງສະພາແຫ່ງຊາດຝຣັ່ງ ລວມທັງການປັບປຸງທິດທາງການເຄື່ອນໄຫວໃນນາມເປັນຕົວແທນຂອງປະຊາຊົນ ເພື່ອຮັບມືກັບສິ່ງທ້າທາຍຕ່າງໆ ທີ່ເກີດຂຶ້ນທັງໃນລະດັບໂລກ ແລະ ພາຍໃນປະເທດຂອງຕົນຄືແນວໃດ ເປັນຕົ້ນແມ່ນການປັບປຸງກົນໄກ ແລະ ເພີ່ມທະວີການຕິດຕາມກວດກາ ແລະ ການປະເມີນຜົນ, ການພິຈາລະນາຮ່າງກົດໝາຍ, ການຄົ້ນຄວ້າໃຫ້ສັດຕະຍາບັນ ໃຫ້ວ່ອງໄວ ທັນສະໄໝ ໂດຍຫັນເປັນລັດຖະສະພາດີຈີຕອນ ພ້ອມທັງ ຍົກລະດັບຂີດຄວາມສາມາດຂອງພະນັກງານທຸກລະດັບ ແລະ ປັບປຸງກົນໄກການບໍລິຫານລັດຖະສະພາໃຫ້ສອດຄ່ອງກັບຄວາມຕ້ອງການໃນໄລຍະໃໝ່. ຄະນະຜູ້ແທນລາວ ກໍໄດ້ປະກອບສ່ວນຢ່າງຕັ້ງໜ້າໃນການປະກອບຄໍາຄິດຄໍາເຫັນ ແລະ ແລກປ່ຽນບົດຮຽນກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວປະຕິບັດໜ້າທີ່ຂອງສະພາແຫ່ງຊາດລາວ ໂດຍສະເພາະແມ່ນການເຄື່ອນໄຫວຂອງກໍາມາທິການ ແລະ ການບໍລິຫານຄຸ້ມຄອງດ້ານຕ່າງໆຂອງຄະນະເລຂາທິການສະພາແຫ່ງຊາດລາວ.
ພ້ອມກັນນີ້, ຄະນະຜູ້ແທນໄດ້ເຂົ້າຮ່ວມຕິດຕາມ, ສັງເກດການກ່ຽວກັບກົນໄກ ແລະ ຮູບການດຳເນີນກອງປະຊຸມບາງກຳມາທິການ; ການດຳເນີນກອງປະຊຸມສາມັນທັງຂອງສະພາສູງ ແລະ ສະພາຕໍ່າ; ພົບປະຢ້ຽມຢາມເລຂາທິການໃຫຍ່ທີ່ສະພາສູງຝຣັ່ງ ແລະ ຢ້ຽມຢາມສະຖານທີ່ມໍລະດົກໂລກທີ່ສໍາຄັນຫຼາຍແຫ່ງຂອງເມືອງ ສະຕາສບວກ.