(ສພຊ) ໃນວັນທີ 17 ຕຸລາ 2022, ທ່ານ ພອນສານ ວິໄລເມັ້ງ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ, ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລື ຂອງສະມາຊິກລັດຖະສະພາໜຸ່ມສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ (AIPA) ໃນຮູບແບບທາງໄກ. ກອງປະຊຸມດັ່ງກ່າວ ໂດຍການເປັນເຈົ້າພາບຂອງສະພາແຫ່ງຊາດ ແຫ່ງຣາຊະອານາຈັກກຳປູເຈຍ ໂດຍມີຄະນະຜູ້ແທນຈາກສະພາແຫ່ງຊາດ ກຳປູເຈຍ, ອິນໂດເນເຊຍ, ລາວ, ໄທ, ຫວຽດນາມ, ບຣູໄນ, ຟີລິບປິນ ແລະ ເລຂາທິການໃຫຍ່ໄອປາ ເຂົ້າຮ່ວມ.
![](https://na.gov.la/wp-content/uploads/2022/10/312024396_551992676930222_7706052474560480928_n.jpeg)
ກອງປະຊຸມຄັ້ງນີ້, ຄະນະຜູ້ແທນໄດ້ປຶກສາຫາລືຮ່ວມກັນກ່ຽວກັບຄວາມເປັນໄປໄດ້ໃນການຍົກລະດັບກອງປະຊຸມສະມາຊິກລັດຖະສະພາໜຸ່ມໄອປາ ໃຫ້ກາຍເປັນກຳມາທິການວຽກງານສະມາຊິກລັດຖະສະພາໜຸ່ມ ຂອງສະມັດຊາໃຫຍ່ໄອປາ ເຊິ່ງກອງປະຊຸມບໍ່ເປັນທາງການຂອງສະມາຊິກລັດຖະສະພາໜຸ່ມໄອປາ ໄດ້ຈັດຂຶ້ນຄັ້ງທຳອິດ ໃນໂອກາດຈັດກອງປະຊຸມ ສະມັດຊາລັດຖະສະພາອາຊຽນ (AIPA) ຄັ້ງທີ 41 ໃນປີ 2020.
![](https://na.gov.la/wp-content/uploads/2022/10/312323462_551992706930219_138364411042521029_n.jpeg)
ໃນໂອກາດເຂົ້າຮ່ວມກອງປະຊຸມ, ທ່ານ ພອນສານ ວິໄລເມັ້ງ ຜູ້ແທນສະພາແຫ່ງຊາດລາວ ໄດ້ມີຄໍາເຫັນຕໍ່ກອງປະຊຸມ ໂດຍໄດ້ຕີລາຄາສູງຕໍ່ກອງປະຊຸມສະມາຊິກລັດຖະສະພາໜຸ່ມໄອປາ ເຊິ່ງເປັນເວທີສຳຄັນ ສຳລັບສະມາຊິກລັດຖະສະພາໜຸ່ມຂອງໄອປາ ໃນການພົບປະ, ແລກປ່ຽນ ແລະ ປຶກສາຫາລືກັນ ກ່ຽວກັບການແກ້ໄຂບັນຫາຕ່າງໆໃນບັນດາປະເທດອາຊຽນ. ພ້ອມນີ້, ທ່ານຍັງເຊື່ອວ່າ ກອງປະຊຸມສະມາຊິກລັດຖະສະພາໜຸ່ມຂອງໄອປາ ຈະເປັນການສະໜັບສະໜູນ ແລະ ເສີມສ້າງນະໂຍບາຍ ໃນການສົ່ງເສີມການມີສ່ວນຮ່ວມຂອງຊາວໜຸ່ມ ໃນການຈັດຕັ້ງປະຕິບັດວຽກງານຕ່າງໆ ເພື່ອປະກອບສ່ວນເຂົ້າໃນການສ້າງປະຊາຄົມອາຊຽນ.
ກອງປະຊຸມຄັ້ງນີ້, ໄດ້ດຳເນີນໄປດ້ວຍບັນຍາກາດອັນດີ, ສະມາຊິກລັດຖະສະພາໜຸ່ມ ຈາກບັນດາປະເທດຕ່າງໆ ທີ່ເຂົ້າຮ່ວມກອງປະຊຸມ ໄດ້ມີການປະກອບຄຳຄິດຄຳເຫັນຢ່າງຟົດຟື້ນ ແລະ ໃຫ້ການສະໜັບສະໜູນການຈັດກອງປະຊຸມກຳມາທິການສະມາຊິກລັດຖະສະພາໜຸ່ມຂອງໄອປາ ເຊິ່ງຈະຈັດຂຶ້ນເປັນຄັ້ງທຳອິດ ໃນລະຫວ່າງກອງປະຊຸມສະມັດຊາໃຫຍ່ໄອປາ ຄັ້ງທີ 43, ທີ່ຣາຊະອານາຈັກກຳປູເຈຍ ຈະເປັນເຈົ້າພາບໃນເດືອນ ພະຈິກ 2022 ນີ້.