(ສພຊ) ໃນລະຫວ່າງວັນທີ 28-30 ພະຈິກຜ່ານມາ, ທ່ານ ຮຈ. ປອ. ວຽງວິໄລ ທ່ຽງຈັນໄຊ ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ປະທານຄະນະມິດຕະພາບລັດຖະສະພາລາວ-ຝຣັ່ງ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມສະມັດຊາລັດຖະສະພາປະເທດທີ່ໃຊ້ພາສາຝຣັ່ງປະຈຳພາກພື້ນອາຊີ-ປາຊີຟິກ ຄັ້ງທີ 10 ທີ່ນະຄອນດານັງ, ສສ.ຫວຽດນາມ. ກອງປະຊຸມດັ່ງກ່າວ, ມີຄະນະຜູ້ແທນຈາກປະເທດສະມາຊິກຂອງສະມັດຊາລັດຖະສະພາປະເທດທີ່ໃຊ້ພາສາຝຣັ່ງ ໃນພາກພື້ນອາຊີ-ປາຊີຟິກ 6 ປະເທດ ຄື: ລາວ, ກໍາປູເຈຍ, ນູແວນກາເລໂດນີ, ໂປລີນີຊີ ຝຣັ່ງແຊ ແລະ ຫວຽດນາມ (ເຈົ້າພາບ) ພ້ອມດ້ວຍຕົວແທນລັດຖະສະພາທີ່ໃຊ້ພາສາຝຣັ່ງຈາກພາກພື້ນອື່ນໆ ແລະ ຄະນະເລຂາທິການສະມັດຊາລັດຖະສະພາປະເທດທີ່ໃຊ້ພາສາຝຣັ່ງ (APF) ລວມທັງໝົດຈໍານວນ 70 ທ່ານ ເຂົ້າຮ່ວມ.
ກອງປະຊຸມ ໄດ້ຮັບຟັງການລາຍງານການເຄື່ອນໄຫວວຽກງານຂອງບັນດາປະເທດສະມາຊິກ APF ແລະ ແລກປ່ຽນຄຳຄິດຄໍາເຫັນ ເຊິ່ງກັນ ແລະ ກັນ ຕໍ່ກັບການປະຕິບັດໜ້າທີ່ວຽກງານຂອງລັດຖະສະພາທີ່ໃຊ້ພາສາຝຣັ່ງໃນພາກພື້ນອາຊີ-ປາຊີຟິກ, ພ້ອມທັງໄດ້ຮ່ວມກັນຄົ້ນຄວ້າ ແລະ ພິຈາລະນາຮັບຮອງເອົາການປັບປຸງລະບຽບການເພີ່ມຕື່ມຂອງ APF ໃນພາກພື້ນອາຊີ-ປາຊີຟິກ. ນອກຈາກນີ້, ກອງປະຊຸມຍັງໄດ້ຮ່ວມກັນປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນກ່ຽວກັບຫຼາຍບັນຫາສຳຄັນ ທີ່ເປັນສິ່ງທ້າທາຍ ແລະ ຄວາມກັງວົນຮ່ວມກັນຂອງພາກພື້ນ ໂດຍສະເພາະແມ່ນໃນຂອບເຂດປະເທດຝຣັ່ງໂກໂຟນີ.

ໃນການເຂົ້າຮ່ວມກອງປະຊຸມຄັ້ງນີ້, ຄະນະຜູ້ແທນລາວ ໄດ້ລາຍງານສະພາບການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດລາວໃນໄລຍະຜ່ານມາ, ສະເໜີບົດປະກອບຄຳເຫັນຕໍ່ກອງປະຊຸມ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະ ບົດສະເໜີກ່ຽວກັບບົດບາດຂອງລັດຖະສະພາໃນການຄວບຄຸມວິກິດການດ້ານສາທາລະນະສຸກ, ຜົນຮ້າຍຂອງໄພພິບັດທາງທຳມະຊາດ ແລະ ການປ່ຽນແປງດິນຟ້າອາກາດ ທີ່ສົ່ງຜົນກະທົບອັນໜັກໜ່ວງໃຫ້ແກ່ການພັດທະນາແບບຍືນຍົງ ລວມທັງວິທີການແກ້ໄຂບັນຫາ, ການຮັບມື ແລະ ຫຼຸດຜ່ອນຜົນກະທົບທີ່ເກີດຈາກການປ່ຽນແປງຂອງສະພາບດິນຟ້າອາກາດ ໂດຍການວາງເງື່ອນໄຂໃນການຫຼຸດຜ່ອນການປ່ອຍມົນລະພິດ. ຂະນະດຽວກັນ, ກໍໄດ້ສະແດງໃຫ້ເຫັນເຖິງຄວາມຈິງຈັງ ແລະ ໃຫ້ຄວາມສຳຄັນຂອງລັດຖະບານ ກໍຄືສະພາແຫ່ງຊາດລາວ ໃນການໃຊ້ມາດຕະການເພື່ອຮັບມືກັບຜົນກະທົບໃນທຸກດ້ານຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະ ຊີວິດການເປັນຢູ່ຂອງປະຊາຊົນ, ເປັນຕົ້ນແມ່ນສຸມໃສ່ການພັດທະນາດ້ານການແພດ, ເຄື່ອງມືການປິ່ນປົວ ແລະ ຢາປົວພະຍາດໃຫ້ມີຄວາມພຽງພໍ ເຊິ່ງເປັນປັດໄຈສຳຄັນໃນການຫຼຸດຜ່ອນຂອງຜູ້ຕິດເຊື້ອພະຍາດ ລວມທັງສ້າງການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໃນອະນາຄົດ.

ໃນຕອນທ້າຍຂອງກອງປະຊຸມ ຄະນະຜູ້ແທນໄດ້ຮ່ວມກັນຮັບຮອງ ແລະ ກຳນົດວາລະກອງປະຊຸມປະຈຳພາກພື້ນອາຊີ-ປາຊີຟິກຂອງສະມັດຊາລັດຖະສະພາປະເທດທີ່ໃຊ້ພາສາຝຣັ່ງ ໃນຄັ້ງຕໍ່ໄປກໍຄື ຄັ້ງທີ 11 ເຊິ່ງໃນສອງປີຂ້າງໜ້າ ທີ່ເກາະນູແວນກາລີໂດນີ (ປາຊີຟິກ).