ຄະນະຜູ້ແທນສະພາປະຊາຊົນແຂວງອັດຕະປື ຕ້ອນຮັບ ຄະນະຜູ້ແທນສະພາປະຊາຊົນແຂວງຢາລາຍ ສສ ຫວຽດນາມ

ສ.ຫ. 17, 2026

(ສພຂ ອັດຕະປື): ໃນວັນທີ 16 ສິງຫາ 2026, ຄະນະຜູ້ແທນສະພາປະຊາຊົນແຂວງອັດຕະປື ແຫ່ງ ສປປ ລາວ, ນໍາໂດຍ ທ່ານ ນາງ ອ່ອນໃສ ມຽງລາວັນ, ກໍາມະການພັກແຂວງ, ຮອງປະທານສະພາປະຊາຊົນແຂວງອັດຕະປື ພ້ອມດ້ວຍຄະນະ, ໄດ້ເດີນທາງໄປຕ້ອນຮັບ ຄະນະຜູ້ແທນສະພາປະຊາຊົນແຂວງຢາລາຍ ແຫ່ງ ສສ ຫວຽດນາມ, ນໍາໂດຍ ທ່ານ ນາງ ຮວິ່ງ ຖຸຍ ເວີນ, ກໍາມະການພັກແຂວງ, ຮອງປະທານສະພາປະຊາຊົນແຂວງຢາລາຍ ພ້ອມດ້ວຍຄະນະ ຢ່າງອົບອຸ່ນ ຢູ່ທີ່ດ່ານສາກົນພູເກືອ ແຂວງອັດຕະປື, ໃນໂອກາດທີ່ຄະນະຜູ້ແທນເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອັດຕະປື. ໃນໂອກາດເຄື່ອນໄຫວຢ້ຽມຢາມຄັ້ງນີ້, ຄະນະຜູ້ແທນທັງສອງຝ່າຍໄດ້ເດີນທາງໄປຢ້ຽມຢາມ ບໍລິສັດ ຂັນໄຊ ພັດທະນາກະສີກໍາ ຈໍາກັດຜູ້ດ່ຽວ. ໃນການຢ້ຽມຢາມ, ຄະນະຜູ້ແທນໄດ້ຮັບຟັງການລາຍງານໂດຍຫຍໍ້ກ່ຽວກັບສະພາບລວມ ແລະ ການຈັດຕັ້ງປະຕິບັດກິດຈະກໍາຂອງບໍລິສັດ ຈາກຜູ້ບໍລິຫານ, ເປັນຕົ້ນແມ່ນ: ເນື້ອທີ່ການສໍາປະທານ, ການວາງແຜນການຜະລິດ, ຄວາມກ້າວໜ້າໃນການປູກກ້ວຍ ແລະ ປູກຖົ່ວລຽນ, ລວມເຖິງການສ້າງວຽກເຮັດງານທໍາໃຫ້ກັບປະຊາຊົນໃນທ້ອງຖິ່ນ. (ວິນັດ)