ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສະມາຊິກລັດຖະສະພາເພດຍິງໄວປາ (WAIPA) ທີ່ ອິນໂດເນເຊຍ

ສ.ຫ. 14, 2023 | SlideMobile, ຂ່າວເດັ່ນ

ໃນວັນທີ 07 ສິງຫາ 2023 ນີ້ ທີ່ຈາກາຕາ ສ.ອິນໂດເນເຊຍ, ທ່ານ ນາງ ທຸມມາລີ ວົງພະຈັນ ກໍາມະການຄະນະປະຈໍາສະພາແຫ່ງຊາດ, ປະທານຄະນະສະມາຊິກສະພາແຫ່ງຊາດເພດຍິງ, ປະທານກໍາມາທິການວັດທະນະທໍາ-ສັງຄົມ ສະພາແຫ່ງຊາດລາວ ພ້ອມດ້ວຍຄະນະ ປະກອບມີ ທ່ານ ນາງ ວັນດີ ບຸດທະສະວົງ ຮອງປະທານກຳມາທິການການຕ່າງປະເທດ, ຮອງປະທານຄະນະສະມາຊິກສະພາແຫ່ງຊາດເພດຍິງ ເປັນຄະນະ, ທ່ານ ປອ. ນາງ ຈັນໂສດາ ພອນທິບ, ຮອງປະທານຄະນະສະມາຊິກສະພາແຫ່ງຊາດເພດຍິງ, ຮອງປະທານສະຫະພັນແມ່ຍິງລາວ ພ້ອມດ້ວຍພະນັກງານ-ລັດຖະກອນຊ່ວຍວຽກຈຳນວນທັງໝົດ 5 ທ່ານ ໄດ້ເຂົ້າຮ່ວມກອງປະຊຸມສະມາຊິກລັດຖະສະພາເພດຍິງໄອປາ (WAIPA) ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມ AIPA ຄັ້ງທີ 44 ທີ່ຈາກາຕາ ພາຍໃຕ້ການເປັນປະທານຂອງ ທ່ານ ນາງ Irine Yusiana Roba Putri ສະມາຊິກສະພາແຫ່ງຊາດ ສ.ອິນໂດເນເຊຍ, ໃນກອງປະຊຸມສະມາຊິກລັດຖະສະພາເພດຍິງໄອປາ ຄັ້ງນີ້ມີຜູ້ແທນເຂົ້າຮ່ວມທັງໝົດ 31 ທ່ານ, ຍິງ 30 ທ່ານ ຈາກບັນດາປະເທດສະມາຊິກລັດຖະສະພາໄອປາ 9 ປະເທດ ຄື: ບຣູໄນ, ກຳປູເຈຍ, ອິນໂດເນເຊຍ (ປະເທດເຈົ້າພາບ), ສປປ ລາວ, ມາເລເຊຍ, ຟີລິບປິນ, ສິງກະໂປ, ຣາຊະອານາຈັກໄທ ແລະ ສສ. ຫວຽດນາມ, ຄະນະຜູ້ແທນກອງປະຊຸມໄດ້ ເອົາໃຈໃສ່ສົນທະນາ, ຄົ້ນຄວ້າປະກອບຄໍາຄິດຄໍາເຫັນ ດ້ວຍບັນຍາກາດແຫ່ງມິດຕະພາບ, ຄວາມເປັນເອກະພາບ ແລະ ການຮ່ວມມືທີ່ດີ ຊຶ່ງສາມາດພິຈາລະນາຮັບຮອງເອົາ 03 ຮ່າງມະຕິສຳຄັນ ດັ່ງນີ້:
1) ຮ່າງມະຕິວ່າດ້ວຍການຮັບຮອງບົດລາຍງານຂອງກອງປະຊຸມຄະນະກໍາມາທິການປະສານງານຂອງສະມາຊິກລັດຖະສະພາເພດຍິງ ໄອປາ (ໄວປາ) (Resolution on Adoption of the Report of the Virtual Meeting of the Coordinating Committee of Women Parliamentarians of AIPA (WAIPA)), ສະເໜີໂດຍ ກອງເລຂາໄອປາ;
2) ຮ່າງມະຕິວ່າດ້ວຍການເພີ່ມທະວີບົດບາດຄວາມຍືດຢຸນຂອງອາຊຽນ ດ້ວຍການເປັນຜູ້ນໍາຂອງເພດຍິງ ແລະ ຄວາມເອົາໃຈໃສ່ຂອງລັດຖະສະພາຕໍ່ບົດບາດຍິງ-ຊາຍ (Resolution on Enhancing ASEAN Resilience through Women Leadership and Gender-Responsive Parliaments), ສະເໜີໂດຍ ປະເທດອິນໂດເນເຊຍ;
3) ຮ່າງມະຕິວ່າດ້ວຍການຫັນເປັນດິຈິຕອນທີ່ນໍາພາໂດຍແມ່ຍິງ ແລະ ເພື່ອແມ່ຍິງ (Resolution on Digital Transformation Led by Women and for Women), ສະເໜີໂດຍ ສສ ຫວຽດນາມ.
Report By: ND