(ສພຊ) – ຕອນບ່າຍວັນທີ 22 ຕຸລາຜ່ານມາ ໄດ້ມີການພົບປະສອງຝ່າຍລະຫວ່າງທ່ານ ທັນຕາ ກອງຜາລີ ຮອງປະທານກໍາມາທິການແຜນການ, ການເງິນ ແລະ ການກວດສອບ (ກຜງສ) ພ້ອມດ້ວຍຄະນະ ກັບ ທ່ານ ແມັດ ເວສເທິນ ທູດການຄ້າ ແຫ່ງ ລາຊະອານາຈັກອັງກິດ ພ້ອມດ້ວຍຄະນະ. ໃນການພົບປະຄັ້ງນີ້, ສອງຝ່າຍໄດ້ປຶກສາຫາລື, ແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ພ້ອມທັງຮ່ວມກັນຕີລາຄາການພົວພັນຮ່ວມມືລະຫວ່າງສອງປະເທດເວົ້າລວມ, ເວົ້າສະເພາະສອງອົງການນິຕິບັນຍັດ ລວມທັງປຶກສາຫາລືບັນດາຫົວຂໍ້ໃນຂົງເຂດຄວາມຮັບຜິດຊອບຂອງ ກຜງສ ທີ່ຕິດພັນກັບການສ້າງເສດຖະກິດຂອງ ສປປລາວ ໃນຕໍ່ໜ້າ; ທົບທວນຄືນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການປົກປ້ອງຜູ້ຊົມໃຊ້ ແລະ ກົດໝາຍວ່າດ້ວຍການວັດແທກ, ແລກປ່ຽນປະສົບການຂອງປະເທດອັງກິດ ກ່ຽວກັບການນໍາໃຊ້ການກວດກາຂອງລັດຖະສະພາເພື່ອປັບປຸງດ້ານການຄຸ້ມຄອງ. ນອກຈາກນີ້, ຍັງໄດ້ແລກປ່ຽນບັນຫາສໍາຄັນທີ່ເປັນບຸລິມະສິດດ້ານນິຕິກໍາ, ການຕິດຕາມກວດກາໃນຂົງເຂດເສດຖະກິດ, ບາງທັດສະນະຂອງກໍາມາທິການໃນການສະໜັບສະໜູນການຮ່ວມມືສາກົນ ແລະ ສືບຕໍ່ປຶກສາຫາລືກ່ຽວກັບໂອກາດໃນການມີສ່ວນຮ່ວມລະຫວ່າງ ສປປລາວ ແລະ ສະຖາບັນລັດຖະສະພາລາຊະອານາຈັກອັງກິດ ໃຫ້ມີຄວາມແໜ້ນແຟ້ນ ແລະ ເລິກເຊິ່ງຂຶ້ນກວ່າເກົ່າ.

ທ່ານ ແມັດ ເວສເທິນ ໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ທ່ານຮອງປະທານກໍາມາທິການແຜນການ, ການເງິນ ແລະ ການກວດສອບ ພ້ອມດ້ວຍຄະນະ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ເຕັມໄປດ້ວຍໄມຕິຈິດມິດຕະພາບທີ່ດີ ຕໍ່ການມາຢ້ຽມຢາມ ສປປລາວ ຢ່າງເປັນທາງການຄັ້ງນີ້. ພ້ອມກັນນັ້ນ, ທັງສອງຝ່າຍເຫັນດີສືບຕໍ່ປະສານງານ ແລະ ປຶກສາຫາລືກ່ຽວກັບການຮ່ວມມືໃນຕໍ່ໜ້າ ເພື່ອຕິດຕາມການຈັດຕັ້ງປະຕິບັດນິຕິກໍາ, ການແລກປ່ຽນບົດຮຽນ ແລະ ສົ່ງເສີມວິຊາການໃນດ້ານນິຕິກໍາ ແລະ ການຄຸ້ມຄອງວຽກງານຂົງເຂດເສດຖະກິດ-ການເງິນ, ການຕິດຕາມກວດກາ ແລະ ການຮ່ວມມືສອງຝ່າຍໃນຕໍ່ໜ້າ.

ນອກຈາກພົບປະກັບກຳມາທິການແຜນການ, ການເງິນ ແລະ ການກວດສອບ, ຄະນະຜູ້ແທນອັງກິດ ຍັງໄດ້ສືບຕໍ່ຢ້ຽມຢາມ ແລະ ພົບປະເຮັດວຽກກັບຂະແໜງການທີ່ກ່ຽວຂ້ອງຂອງລັດຖະບານອີກດ້ວຍ.


