

ໃນລະຫວ່າງວັນທີ 19-22 ກໍລະກົດ 2022 ນີ້, ຄະນະຜູ້ແທນຂັ້ນສູງ ຂອງສະພາແຫ່ງຊາດ ແຫ່ງ ສປປລາວ ນໍາໂດຍສະຫາຍ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກສະພາແຫ່ງຊາດ, ຮອງປະທານສະພາແຫ່ງຊາດລາວ ທັງເປັນປະທານຄະນະມິດຕະພາບລັດຖະສະພາລາວ-ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກ ທີ່ ສສ.ຫວຽດນາມ.



