(ສພຊ) ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງທ່ານ ປອ. ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສົມເດັດ ມະຫາ ຣັດສະເພຍທິກາ ທິພະໄດ ຄູນ ສຸດາຣີ ປະທານສະພາແຫ່ງຊາດ ແຫ່ງ ຣາຊະອານາຈັກກໍາປູເຈຍ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຂອງສະພາແຫ່ງຊາດກໍາປູເຈຍ ໄດ້ເດີນທາງມາຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 2-4 ທັນວາ 2023 ແລະ ສືບຕໍ່ເຂົ້າຮ່ວມກອງປະຊຸມສຸດຍອດລັດຖະສະພາກໍາປູເຈຍ-ລາວ-ຫວຽດນາມ (CLV) ຄັ້ງທີ 1 ເຊິ່ງຈະຈັດຂຶ້ນໃນລະຫວ່າງວັນທີ 4-7 ທັນວາ 2023.

ໃນຕອນເຊົ້າວັນທີ 3 ທັນວາ 2023, ສົມເດັດ ມະຫາ ຣັດສະເພຍທິກາ ທິພະໄດ ຄູນ ສຸດາຣີ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເຂົ້າຮ່ວມພິທີຕ້ອນຮັບຢ່າງເປັນທາງການ ແລະ ສົມກຽດ ຢູ່ຕໍ່ໜ້າຫໍສະພາແຫ່ງຊາດລາວ ໂດຍມີພະນະທ່ານ ປອ. ໄຊສົມພອນ ພົມວິຫານ ພ້ອມດ້ວຍບັນດາທ່ານຮອງປະທານສະພາແຫ່ງຊາດ, ບັນດາທ່ານໃນຄະນະປະຈໍາສະພາແຫ່ງຊາດ, ຮອງປະທານກໍາມາທິການ, ຮອງເລຂາທິການ ແລະ ພະນັກງານ-ລັດຖະກອນ ທີ່ກ່ຽວຂ້ອງ ເຂົ້າຮ່ວມໃນພິທີຕ້ອນຮັບໃນຄັ້ງນີ້. ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ, ຄະນະຜູ້ແທນຂັ້ນສູງ ຂອງສະພາແຫ່ງຊາດລາວ ແລະ ກຳປູເຈຍ ໄດ້ມີການພົບປະສອງຝ່າຍ ເຊິ່ງໄດ້ດໍາເນີນໄປດ້ວຍບັນຍາກາດໄມຕີຈິດມິດຕະພາບອັນອົບອຸ່ນ ຖານບ້ານໃກ້ເຮືອນຄຽງ ແລະ ບົນພື້ນຖານການເປັນຄູ່ຮ່ວມຍຸດທະສາດຮອບດ້ານ, ໝັ້ນຄົງຍາວນານ. ໃນການພົບປະສອງຝ່າຍ ພະນະທ່ານປະທານສະພາແຫ່ງຊາດລາວ ໄດ້ຕີລາຄາສູງ ຕໍ່ການມາຢ້ຽມຢາມ ສປປລາວ ຢ່າງເປັນທາງການຄັ້ງນີ້ ແລະ ໄດ້ແຈ້ງສະພາບການພົ້ນເດັ່ນຂອງ ສປປ ລາວ ເຊິ່ງຢູ່ໃນບັນຍາກາດສະເຫຼີມສະຫຼອງວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 48 ປີ, ທັງເປັນໄລຍະກາງສະໄໝ ແຫ່ງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ແລະ ເປັນປີທີ 3 ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດ ວ່າດ້ວຍກາແກ້ໄຂບັນຫາຢາເສບຕິດ. ສະພາແຫ່ງຊາດ ຫາກໍສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງຕົນ ໃນທ້າຍເດືອນພະຈິກຜ່ານມາ.
ທ່ານປະທານສະພາແຫ່ງຊາດລາວ ຍັງໄດ້ຕີລາຄາສູງຜົນສໍາເລັດຮອບດ້ານຂອງຣາຊະອານາຈັກກໍາປູເຈຍ ໃນການພັດທະນາປະເທດຊາດ ໃນໄລຍະຜ່ານມາ, ພິເສດ ແມ່ນຜົນສໍາເລັດໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ VII ໃນເດືອນກໍລະກົດຜ່ານມາ ແລະ ການຈັດຕັ້ງລັດຖະບານໃໝ່, ການເລືອກຕັ້ງຄະນະນໍາຊຸດໃໝ່ຂອງສະພາແຫ່ງຊາດກໍາປູເຈຍ.

ໃນໂອກາດພົບປະສອງຝ່າຍນີ້, ສົມເດັດ ຄູນ ສຸດາຣີ ໄດ້ສະແດງຄວາມປິຕິຍິນດີເປັນຢ່າງຍິ່ງ ທີ່ໄດ້ມາຢ້ຽມຢາມ ສປປລາວ ເປັນຄັ້ງທໍາອິດ ພາຍຫຼັງຖືກເລືອກຕັ້ງເປັນ ປະທານສະພາແຫ່ງຊາດກໍາປູເຈຍ. ທ່ານໄດ້ແຈ້ງສະພາບການອັນພົ້ນເດັ່ນຂອງຣາຊະອານາຈັກກໍາປູເຈຍໃນໄລຍະຜ່ານມານີ້. ສອງປະທານສະພາແຫ່ງຊາດ ໄດ້ຮ່ວມກັນຕີລາຄາຄືນການຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ລະຫວ່າງ ສອງສະພາແຫ່ງຊາດລາວ-ກໍາປູເຈຍ ທີ່ໄດ້ເຊັນຮ່ວມກັນໃນປີ 2022 ແລະ ເປັນເອກະພາບກັນກໍານົດທິດທາງແຜນການຮ່ວມມືໃນຕໍ່ໜ້າ ກໍຄືການປະກອບສ່ວນອັນສໍາຄັນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ສປປລາວ ແລະ ຣາຊະອານາຈັກກໍາປູເຈຍ.

ພາຍຫຼັງການພົບປະສອງຝ່າຍລະຫວ່າງ ສອງປະທານສະພາແຫ່ງຊາດລາວ-ກໍາປູເຈຍແລ້ວ. ສອງທ່ານ ປະທານກໍາມາທິການການຕ່າງປະເທດ, ສອງເລຂາທິການສະພາແຫ່ງຊາດລາວ-ກໍາປູເຈຍ ແລະ ກໍາປູເຈຍ-ລາວ, ແລະ ສອງປະທານຄະນະມິດຕະພາບລັດຖະສະພາ ລາວ-ກໍາປູເຈຍ ແລະ ກຳປູເຈຍ-ລາວ ກໍໄດ້ສືບຕໍ່ພົບປະສອງຝ່າຍ ເພື່ອປຶກສາຫາລື ແລະ ຊຸກຍູ້ເສີມຂະຫຍາຍການພົວພັນຮ່ວມມືນໍາກັນ ແລະ ບັນດາເນື້ອໃນທີ່ຈະນໍາມາຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງເອົາໃນກອງປະຊຸມສຸດຍອດລັດຖະສະພາກໍາປູເຈຍ-ລາວ-ຫວຽດນາມ ຄັ້ງທີ 1 ເຊິ່ງຈະຈັດຂຶ້ນໃນໄວໆນີ້.
ໂອກາດດຽວກັນ, ສອງປະທານສະພາແຫ່ງຊາດ ລາວ-ກໍາປູເຈຍ ກໍໄດ້ປູກຕົ້ນໄມ້ຮ່ວມກັນ. ຫຼັງຈາກນັ້ນ, ປະທານສະພາແຫ່ງຊາດກໍາປູເຈຍ ຍັງໄດ້ພົບປະກັບນັກສຶກສາກໍາປູເຈຍ ທີ່ມາສຶກສາຢູ່ ສປປລາວ; ຢ້ຽມຊົມ ຫໍພິພິທະພັນ ວຽງຈັນສິລະປະຮ່ວມສະໄໝ ແລະ ພິພິທະພັນຫັດຖະກໍາແຜ່ນແພລາວ ຢູ່ນະຄອນຫຼວງວຽງຈັນ ແລະ ໃນຕອນຄໍ່າຂອງວັນດຽວກັນນັ້ນ, ພະນະທ່ານ ປະທານສະພາແຫ່ງຊາດລາວ ກໍໄດ້ເປັນເຈົ້າພາບຈັດງານລ້ຽງຕ້ອນຮັບຢ່າງເປັນທາງການ ເພື່ອເປັນກຽດແກ່ ສົມເດັດ ຄູນ ສຸດາຣີ ແລະ ຄະນະຜູ້ແທນຂັ້ນສູງ ເຊິ່ງດຳເນີນໄປດ້ວຍບັນຍາກາດໄມຕີຈິດມິດຕະພາບ, ອົບອຸ່ນ ແລະ ຄວາມສາມັກຄີຮັກແພງ ສະໜິດສະໜົມແຕ່ຕົ້ນຕະຫຼອດປາຍ.