![](https://na.gov.la/wp-content/uploads/2022/09/306694115_520003666795790_76806017169881921_n.jpeg)
![](https://na.gov.la/wp-content/uploads/2022/09/306776822_520003680129122_8876340843763935412_n.jpeg)
ການມາຢ້ຽມຢາມໃນຄັ້ງນີ້, ເປັນການປະກອບສ່ວນສຳຄັນເຂົ້າໃນການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມື ທີ່ເປັນມູນເຊື້ອມາແຕ່ດົນນານ ຖານບ້ານໃກ້ເຮືອນຄຽງ, ບ້ານແກ່ວເມືອງດອງທີ່ດີ, ການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ສອງປະເທດລາວ-ກຳປູເຈຍ ກໍຄື ລະຫວ່າງ ສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດກຳປູເຈຍ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ.![]()
![](https://na.gov.la/wp-content/uploads/2022/09/307335187_523387926457364_2122408742234874301_n.jpeg)
ໃນໂອກາດເດີນທາງມາຢ້ຽມຢາມ ສປປລາວ ຄັ້ງນີ້, ປະທານສະພາແຫ່ງຊາດ ແຫ່ງ ຣາຊະອານາຈັກກໍາປູເຈຍ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປລາວ ແລະ ພົບປະກັບພະນະທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປລາວ, ໃນການພົບປະດັ່ງກ່າວ ໄດ້ດຳເນີນໄປໃນບັນຍາກາດສະໜິດສະໜົມອົບອຸ່ນ, ການນໍາຂັ້ນສູງທັງສອງຝ່າຍ ໄດ້ຕີລາຄາການພົວພັນຮ່ວມມືທີ່ມີມູນເຊື້ອອັນດີງາມຖານບ້ານໃກ້ເຮືອນຄຽງ, ບ້ານແກ່ວເມືອງດອງ ແລະ ຄວາມສາມັກຄີຮັກແພງຂອງສອງປະເທດ ແລະ ປະຊາຊົນສອງຊາດລາວ-ກຳປູເຈຍ ທັງໄດ້ເຫັນດີເປັນເອກະພາບໃນການຈະຮ່ວມກັນເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມືທີ່ດີງາມ ແລະ ການພົວພັນແບບຄູ່ຮ່ວມມືຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ, ຕອບສະໜອງຜົນປະໂຫຍດຂອງປະຊາຊົນສອງຊາດ ກໍຄືປະກອບສ່ວນເຂົ້າໃນພາລະກິດສັນຕິພາບ, ມິດຕະພາບ ແລະ ການຮ່ວມມືໃນພາກພື້ນ ແລະ ໃນໂລກ.![]()
![](https://na.gov.la/wp-content/uploads/2022/09/307489124_523387883124035_5342795318807274387_n.jpeg)
ໃນໂອກາດມາຢ້ຽມຢາມ ສປປລາວ, ສົມເດັດ ອັກຄະ ມະຫາ ໂປເຢຍ ຈັກກຣີ ເຮັງຊໍາຣິນ ປະທານສະພາແຫ່ງຊາດ ແຫ່ງ ຣາຊະອານາຈັກກໍາປູເຈຍ ພ້ອມດ້ວຍຄະນະ ໄດ້ພົບປະສອງຝ່າຍກັບ ພະນະທ່ານ ປອ. ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດລາວ ພ້ອມດ້ວຍຄະນະ ເຊິ່ງສອງຝ່າຍໄດ້ພ້ອມກັນປຶກສາຫາລືກັນໃນຫຼາຍບັນຫາສໍາຄັນ ເປັນຕົ້ນແມ່ນໄດ້ຮ່ວມກັນຕີລາຄາຄືນກ່ຽວກັບສະພາບການພົວພັນຮ່ວມມືລະຫວ່າງສອງປະເທດລາວ-ກຳປູເຈຍ ກໍຄືການພົວພັນຮ່ວມມືລະຫວ່າງສອງສະພາແຫ່ງຊາດ ໃນໄລຍະຜ່ານມາ ແລະ ເປັນເອກະພາບກັນຕໍ່ກັບທິດທາງແຜນການໃນຕໍ່ໜ້າ ໃຫ້ມີປະສິດທິຜົນຍິ່ງຂຶ້ນກວ່າເກົ່າ, ສືບຕໍ່ການແລກປ່ຽນຄະນະຜູ້ແທນນຳກັນ ໃນທຸກລະດັບ, ແລກປ່ຽນຂໍ້ມູນ-ຂ່າວສານ ກ່ຽວກັບການຈັດຕັ້ງປະຕິບັດພາລະບົດບາດ ຂອງອົງການນິຕິບັນຍັດ, ການສະໜັບສະໜູນກັນໃນເວທີລັດຖະສະພາພາກພື້ນ ແລະ ສາກົນ; ພ້ອມນັ້ນ, ສອງຝ່າຍ ໄດ້ເປັນເອກະພາບທີ່ຈະຮ່ວມມືກັນຊຸກຍູ້ ແລະ ສົ່ງເສີມ ໃຫ້ຂະແໜງການທີ່ກ່ຽວຂ້ອງຂອງລັດຖະບານ ຂອງສອງປະເທດ ຈັດຕັ້ງປະຕິບັດບັນດາສັນຍາ, ສົນທິສັນຍາ ແລະ ຂໍ້ຕົກລົງຕ່າງໆ ທີ່ໄດ້ລົງນາມຮ່ວມກັນ ໃຫ້ໄດ້ຮັບປະສິດຜົນສູງ ໂດຍສະເພາະແມ່ນການຊຸກຍູ້ລັດຖະບານທັງສອງປະເທດ ໃຫ້ມີການບັນລຸການເຊັນສົນທິສັນຍາວ່າດ້ວຍເສັ້ນຊາຍແດນທີ່ໄດ້ສຳເລັດການປັກຫຼັກໝາຍ 86% ສືບຕໍ່ເຮັດໃຫ້ເສັ້ນຊາຍແດນສອງປະເທດ ເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາຢ່າງຍືນຍົງ, ຕອບສະໜອງຜົນປະໂຫຍດທີ່ແທ້ຈິງຂອງປະຊາຊົນສອງຊາດ; ປະທານສະພາແຫ່ງຊາດລາວ ໄດ້ສະແດງຄວາມອວຍພອນຢ່າງຈິງໃຈ ແລະ ເຊື່ອໝັ້ນວ່າ ດ້ວຍບົດຮຽນອັນອຸດົມສົມບູນຂອງປະທານສະພາແຫ່ງຊາດ ແຫ່ງ ຣາຊະອານາຈັກກຳປູເຈຍ, ສະພາແຫ່ງຊາດ ແຫ່ງ ຣາຊະອານາຈັກກໍາປູເຈຍ ຈະປະສົບຜົນສຳເລັດໃນການເປັນປະທານໄອປາ (AIPA) ຄັ້ງທີ 43 ເຊິ່ງຈະຈັດຂຶ້ນຢູ່ທີ່ນະຄອນຫຼວງພະນົມເປັນ ໃນເດືອນພະຈິກ 2022 ທີ່ຈະມາເຖິງນີ້; ສະພາແຫ່ງຊາດລາວ ມີຄວາມຍິນດີທີ່ຈະເຂົ້າຮ່ວມ ແລະ ສະໜັບສະໜູນ ສະພາແຫ່ງຊາດກໍາປູເຈຍ ເປັນເຈົ້າພາບກອງປະຊຸມ AIPA ຄັ້ງທີ 43 ແລະ ກອງປະຊຸມປິ່ນອ້ອມອື່ນໆ.![]()
![](https://na.gov.la/wp-content/uploads/2022/09/307729718_523387733124050_5567330368426274841_n.jpeg)
ຄະນະສະມາຄົມມິດຕະພາບ ລາວ-ກໍາປູເຈຍ ຂອງ ສປປລາວ ນຳໂດຍທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ ແຫ່ງ ສປປລາວ ທັງເປັນປະທານຄະນະສະມາຄົມມິດຕະພາບ ລາວ-ກໍາປູເຈຍ ຂອງ ສປປລາວ ພ້ອມດ້ວຍຄະນະ ກໍໄດ້ເຂົ້າຢ້ຽມຂໍ່ານັບ ສົມເດັດ ອັກຄະມະຫາ ໂປເຢຍ ຈັກກຣີ ເຮັງຊໍາຣິນ ປະທານສະພາແຫ່ງຊາດ ແຫ່ງ ຣາຊະອານາຈັກກຳປູເຈຍ ສະມາຄົມມິດຕະພາບ ລາວ-ກໍາປູເຈຍ ແລະ ກໍາປູເຈຍ-ລາວ ໄດ້ຮັບການຊີ້ນໍາໃຫ້ສອງສະມາຄົມມິດຕະພາບລາວ-ກຳປູເຈຍ-ລາວ ມີການຮ່ວມມືກັນ ໃນການສຶກສາອົບຮົມຄົນຮຸ່ນໃໝ່ ໃຫ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ເຖິງປະຫວັດສາດແຫ່ງການພົວພັນຮ່ວມມືທີ່ເປັນມູນເຊື້ອອັນດີງາມ ທີ່ການນໍາປະໄວ້ໃຫ້ພວກເຮົາ; ຄົນລາວ ແລະ ກໍາປູເຈຍ ໃຫ້ສືບຕໍ່ທະນຸຖະໜອມ ແລະ ເພີ່ມພູນຄູນສ້າງສາຍພົວພັນດັ່ງກ່າວ ໃຫ້ມີຄວາມຍືນຍົງຕະຫຼອດໄປ; ໂອກາດດັ່ງກ່າວ, ທ່ານ ສັນຍາ ປຣະເສີດ ປະທານກໍາມາທິການການຕ່າງປະເທດ ແລະ ທ່ານ ພົຕ. ວົງສັກ ພັນທະວົງ ປະທານກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຂອງສະພາແຫ່ງຊາດລາວ ກໍໄດ້ພົບປະກັບຄູ່ຮ່ວມຕໍາແໜ່ງຂອງສະພາແຫ່ງຊາດກຳປູເຈຍ ແລະ ສອງປະທານຄະນະມິດຕະພາບລັດຖະສະພາ ລາວ-ກໍາປູເຈຍ, ກຳປູເຈຍ-ລາວ ກໍໄດ້ພົບປະສອງຝ່າຍຮ່ວມກັນ ເພື່ອເສີມຂະຫຍາຍການຮ່ວມມືນໍາກັນ ໃຫ້ມີຄວາມເລິກເຊິ່ງຍິ່ງກວ່າເກົ່າ.![]()
![](https://na.gov.la/wp-content/uploads/2022/09/307585001_523388253123998_494086001761877705_n.jpeg)
ພ້ອມດຽວກັນນັ້ນ, ຄະນະຜູ້ແທນຂັ້ນສູງຂອງກຳປູເຈຍ ຍັງໄດ້ໄປຢ້ຽມຢາມດ່ານສາກົນສິນຄ້າທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກນະຄອນຫຼວງວຽງຈັນ ແລະ ທັດສະນາສຶກສາສະຖານີລົດໄຟລາວ-ໄທ ເຊິ່ງເປັນສະຖານທີ່ສຳຄັນໃນການຂົນສົ່ງສິນຄ້າ ສົ່ງອອກ-ນໍາເຂົ້າ ຂອງ ສປປລາວ.