loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ແຫ່ງ ສສ.ຫວຽດນາມ ຢ້ຽມຢາມສັນຖະວະໄມຕີ ສປປລາວ ຢ່າງເປັນທາງການ

ພ.ພ. 16, 2022 | SlideMobile, ຂ່າວເດັ່ນ

(ສພຊ) ໃນລະຫວ່າງວັນທີ 15-17 ພຶດສະພາ 2022, ສະຫາຍ ເວືອງ ດິງ ເຫວະ ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ປະທານສະພາແຫ່ງຊາດ ແຫ່ງ ສສ.ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຂອງສະພາແຫ່ງຊາດ ແຫ່ງ ສສ.ຫວຽດນາມ ຢ້ຽມຢາມສັນຖະວະໄມຕີ ສປປລາວ ຢ່າງເປັນທາງການ ຕາມການ ເຊື້ອເຊີນຂອງສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ທັງເປັນການຢ້ຽມຢາມ ສປປລາວ ຄັ້ງທໍາອິດ ໃນນາມປະທານສະພາແຫ່ງຊາດຫວຽດນາມ ຊຸດທີ XV ແລະ ເປັນຄະນະຜູ້ແທນຂັ້ນສູງ ຂອງອົງການນິຕິບັນຍັດຕ່າງປະເທດ ຄະນະທໍາອິດ ມາຢ້ຽມຢາມ ສະພາແຫ່ງຊາດລາວ ຊຸດທີ IX.
ການຢ້ຽມຢາມຄັ້ງນີ້ ມີຂຶ້ນໃນທ່າມກາງບັນຍາກາດການສະເຫລີມສະຫລອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022 ກໍຄືວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ (5/9/1962-5/9/2022) ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລະຫວ່າງ ລາວ-ຫວຽດນາມ ຄົບຮອບ 45 ປີ (18/7/1977-18/7/2022) ເຊິ່ງເປັນການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ລະຫວ່າງ ສອງສະພາແຫ່ງຊາດ ຂອງສອງປະເທດ ໃຫ້ນັບມື້ເຂົ້າສູ່ລວງເລິກ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.
ໃນຕອນບ່າຍຂອງວັນທີ 15 ພຶດສະພາ 2022, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ໄດ້ ເຂົ້າຮ່ວມພິທີເປີດ ໂຄງການກໍ່ສ້າງສວນສາທາລະນະມິດຕະພາບ ລາວ-ຫວຽດນາມ, ຢ້ຽມຢາມທະນາຄານ BIDV, ພົບປະກັບສະມາຄົມນັກທຸລະກິດ ຫວຽດນາມ ແລະ ພົບປະຢ້ຽມຢາມພະນັກງານສະຖານທູດຫວຽດນາມ.
ໃນຕອນເຊົ້າຂອງວັນທີ 16 ພຶດສະພາ 2022 ພາຍຫລັງທີ່ຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດ ຫວຽດນາມ ໄດ້ວາງພວງມາລາ ທີ່ອະນຸສາວະລີນັກຮົບນິລະນາມແລ້ວ, ຄະນະ ໄດ້ເຂົ້າຮ່ວມພິທີຕ້ອນຮັບ ເຊິ່ງຈັດຂຶ້ນຢ່າງເປັນທາງການ ແລະ ສົມກຽດ ທີ່ຫໍສະພາແຫ່ງຊາດລາວ ໂດຍສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດລາວ ພ້ອມດ້ວຍບັນດາສະຫາຍຮອງປະທານສະພາແຫ່ງຊາດ, ກໍາມະການຄະນະປະຈໍາ, ປະທານ-ຮອງປະທານກໍາມາທິການ, ຄະນະເລຂາທິການ ແລະ ພະນັກງານ-ລັດຖະກອນ ຂອງສະພາແຫ່ງຊາດລາວ ເຂົ້າຮ່ວມຢ່າງພ້ອມພຽງ.
​ ພາຍຫລັງພິທີຕ້ອນຮັບຢ່າງເປັນທາງການແລ້ວ, ສະຫາຍປະທານສະພາແຫ່ງຊາດລາວ ແລະ ຫວຽດນາມ ໄດ້ດໍາເນີນການພົບປະສອງຝ່າຍຢ່າງເປັນທາງການ, ສອງຝ່າຍ ໄດ້ຮ່ວມກັນຕີລາຄາຄືນ ການພົວພັນ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ກໍຄື ລະຫວ່າງ ສອງສະພາແຫ່ງຊາດ ລາວ-ຫວຽດນາມ ໃນໄລຍະຜ່ານມາ ແລະ ປຶກສາຫາລືທິດທາງແຜນການພົວພັນຮ່ວມມືໃນຕໍ່ໜ້າ ເປັນຕົ້ນແມ່ນການສືບຕໍ່ຈັດຕັ້ງປະຕິບັດ ເນື້ອໃນຈິດໃຈ ຂອງບົດບັນທຶກ ວ່າດ້ວຍການຮ່ວມມື ລະຫວ່າງ ສອງປະທານສະພາແຫ່ງຊາດ, ການຮ່ວມກັນຈັດບັນດາກິດຈະກໍາສະເຫລີມສະຫລອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022 ກໍຄືການແລກປ່ຽນ ຄະນະຜູ້ແທນ, ການຈັດຕັ້ງກອງປະຊຸມສໍາມະນາແລກ ປ່ຽນບົດຮຽນ, ການຮ່ວມກັນຕິດຕາມກວດກາ, ການຮ່ວມມື ສະໜັບສະໜູນ ເຊິ່ງກັນ ແລະກັນ ໃນເວທີລັດຖະສະພາພາກພື້ນ ແລະ ສາກົນ ເຊັ່ນ: IPU, AIPA, APPF, APF ແລະ ອື່ນໆ. ປະທານສະພາແຫ່ງຊາດລາວ ໄດ້ສະແດງຄວາມຂອບໃຈຕໍ່ ສະຫາຍ ປະທານສະພາແຫ່ງຊາດຫວຽດນາມ ທີ່ຈະໃຫ້ການຮ່ວມມື ແລະ ສະໜັບສະໜູນ ແກ່ສະພາແຫ່ງຊາດລາວ ໃນການເປັນເຈົ້າພາບຈັດກອງປະຊຸມສະພາແຫ່ງຊາດ ຂອງ 3 ປະເທດ ກຳປູເຈຍ-ລາວ-ຫວຽດນາມ (CLV) ໃນປີ 2023 ແລະ ກອງປະຊຸມໃຫຍ່ສະມັດຊາລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ໃນປີ 2024 ໜ້ານີ້.
ພາຍຫລັງການພົບປະ, ສອງປະທານສະພາແຫ່ງຊາດ ກໍໄດ້ຮ່ວມລົງນາມ ໃນບົດບັນທຶກ ວ່າດ້ວຍການຮ່ວມມື ລະຫວ່າງ ສອງສະພາແຫ່ງຊາດ ແລະ ຮ່ວມກັນເປັນສັກຂີພິຍານ ໃນພິທີເຊັນບົດບັນທຶກການຮ່ວມມື ລະຫວ່າງ ກໍາມາທິການບັນດາເຜົ່າ, ສະພາແຫ່ງຊາດລາວ ແລະ ສະພາຊົນຊາດ, ສະພາແຫ່ງຊາດຫວຽດນາມ, ລະຫວ່າງ ຄະນະເລຂາທິການສະພາແຫ່ງຊາດລາວ ແລະ ຫ້ອງວ່າການສະພາແຫ່ງຊາດຫວຽດນາມ ເຊິ່ງເປັນນິຕິກໍາບ່ອນອີງ ໃຫ້ແກ່ການພົວພັນຮ່ວມມື ລະຫວ່າງ ສອງອົງການນິຕິບັນຍັດໃນຕໍ່ໜ້າ. ຈາກນັ້ນ, ສອງຝ່າຍ ກໍໄດ້ຮ່ວມກັນປູກຕົ້ນໄມ້ ຢູ່ ຂ້າງຫໍສະພາແຫ່ງຊາດຫລັງໃໝ່.
ໃນໄລຍະຢ້ຽມຢາມຢູ່ ສປປລາວ, ສະຫາຍ ປະທານສະພາແຫ່ງຊາດຫວຽດນາມ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ, ສະຫາຍ ນາຍົກລັດຖະມົນ ຕີ, ບັນດາ ສະຫາຍອະດີດການນໍາ ພັກ, ລັດ ແລະ ສະພາແຫ່ງຊາດ ແຫ່ງ ສປປລາວ. ໃນການພົບປະ, ບັນດາສະຫາຍ ການນໍາ, ອະດີດການນໍາ ຂອງ ພັກ, ລັດ ແລະ ສະພາແຫ່ງຊາດ ໄດ້ຕີລາຄາການພົວພັນຮ່ວມມືສອງຝ່າຍ ຫລາຍໄລຍະຜ່ານມາ ແລະ ພິເສດ ກາມຢ້ຽມຢາມຄັ້ງນີ້ ພໍດີ ຢູ່ໃນບັນຍາກາດສະຫລອງສອງວັນປະຫວັດສາດ ກໍຄື ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ (5/9/1962-5/9/2022) ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລະຫວ່າງ ລາວ-ຫວຽດນາມ ຄົບຮອບ 45 ປີ (18/7/1977-18/7/2022) ປະຊາຊົນລາວບັນດາເຜົ່າ ສະແດງຄວາມຮູ້ບຸນຄຸນເປັນຢ່າງສູງ ແລະ ຂອບໃຈຢ່າງຈິງໃຈ ມາຍັງ ພັກ, ສະພາແຫ່ງຊາດ, ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ຕໍ່ການສະໜັບສະໜູນ ແລະ ການຊ່ວຍເຫລືອອັນໃຫຍ່ຫລວງ, ລໍ້າຄ່າ ແລະ ທັນການ ໃນພາລະກິດຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ໃນປັດຈຸບັນ.