(ສພຊ) – ໂດຍຕອບສະໜອງຕາມການເຊື້ອເຊີນຂອງສະຫາຍ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ຕອນເຊົ້າເວລາ 6:30 ໂມງ ຂອງວັນທີ 30 ເມສານີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງພັກ-ລັດ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດຫວຽດນາມເປັນເອກະພາບ ຄົບຮອບ 50 ປີ (30/4/1975-30/4/2025) ຢູ່ນະຄອນໂຮ່ຈີມິງ ສສ.ຫວຽດນາມ.

ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ ແລະ ແນວໂຮມປະເທດຊາດຫວຽດນາມ ໄດ້ຈັດພິທີດັ່ງກ່າວຂຶ້ນ ໂດຍມີສະຫາຍ ໂຕ ເລິມ, ສະຫາຍ ເລືອງ ເກື່ອງ ປະທານປະເທດ, ສະຫາຍ ຝ້າມ ມິງ ຈິງ ນາຍົກລັດຖະມົນຕີ, ສະຫາຍ ເຈີ່ນ ແທັງ ເໝິນ ປະທານສະພາແຫ່ງຊາດ, ສະຫາຍ ໂດ໊ ວັນ ຈຽນ ປະທານສູນກາງແນວໂຮມປະເທດຊາດ ພ້ອມດ້ວຍບັນດາສະຫາຍການນໍາ, ອະດີດການນໍາຂັ້ນສູງພັກ-ລັດ ສສ.ຫວຽດນາມ, ແຂກພາຍໃນ ແລະ ຕ່າງປະເທດຈຳນວນຫຼາຍຄະນະ ໄດ້ເຂົ້າຮ່ວມ; ສໍາລັບຄະນະຜູ້ແທນຈາກ ສປປລາວ, ນອກຈາກຄະນະຜູ້ແທນຈາກສູນກາງແລ້ວ ຍັງມີຄະນະຜູ້ແທນຈາກກະຊວງປ້ອງກັນປະເທດ, ນະຄອນຫຼວງວຽງຈັນ, ແຂວງຈຳປາສັກ, ແຂວງສະຫວັນນະເຂດ ແລະ ແຂວງຫົວພັນ ເຂົ້າຮ່ວມ.
ການຈັດພິທີສະເຫຼີມສະຫຼອງໃນຄັ້ງນີ້ ເປັນການຈັດພິທີລະດັບຊາດ ໂດຍມີການສວນສະໜາມຢູ່ຖະໜົນ ເລ ຢວັ້ນ – ທໍານຽບເອກະລາດ, ນະຄອນໂຮ່ຈີມິງ ເຊິ່ງມີກ້ອນກໍາລັງຕ່າງໆ ເຂົ້າຮ່ວມສວນສະໜາມຫຼາຍກວ່າ 13 ພັນຄົນ; ໃນນັ້ນ, ມີກ້ອນກໍາລັງຂອງກອງທັບປະຊາຊົນລາວ ແລະ ກ້ອນກໍາລັງຈາກປະເທດອື່ນເຊັ່ນ: ກອງທັບປົດປ່ອຍປະຊາຊົນຈີນ ແລະ ກອງທັບລາຊະອານາຈັກກໍາປູເຈຍ ເຂົ້າຮ່ວມສວນສະໜາມ. ນອກນັ້ນ, ໃນພິທີຍັງມີການຍິງປືນໃຫຍ່ 21 ນັດ; ພ້ອມດຽວກັນນັ້ນ, ກໍມີເຮືອບິນ ເອເລກົບ ຈໍານວນ 13 ລໍາ, Yal-130 ຈໍານວນ 9 ລໍາ ແລະ Su-30MK2 ຈໍານວນ 7 ລໍາ ຂອງກອງທັບອາກາດຫວຽດນາມ ເຂົ້າຮ່ວມບິນສວນສະໜາມຊົມເຊີຍເທິງນ່ານຟ້າຂອງນະຄອນໂຮ່ຈີມິງ.

ໃນໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ພ້ອມດ້ວຍການນໍາຂັ້ນສູງພັກ-ລັດ ສປປລາວ ໄດ້ພົບປະກັບສະຫາຍເລຂາທິການໃຫຍ່ ໂຕ ເລິມ ແລະ ສະຫາຍນາຍົກລັດຖະມົນຕີ ຝ້າມ ມິງ ຈິງ ແລະ ເຂົ້າຮ່ວມພິທີປະດັບການຍ້ອງຍໍຫຼຽນໄຊຈາກລັດຖະບານ ສປປລາວ ໃຫ້ແກ່ຮອງປະທານປະເທດ ແລະ ອະດີດຮອງປະທານປະເທດຂອງຫວຽດນາມ ທີ່ໄດ້ມີບັນດາຜົນງານດີເດັ່ນໃນການປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ແລະ ເຂົ້າຮ່ວມງານລ້ຽງຕ້ອນຮັບຈັດໂດຍສະຫາຍປະທານປະເທດ ເລືອງ ເກື່ອງ; ນອກນັ້ນ, ຍັງພົບປະກັບຄະນະຜູ້ແທນຂັ້ນສູງຂອງ ສ.ກູບາ ນໍາໂດຍສະຫາຍ ຊານບາດໍຣ໌ ບານເດັສ ເມຊາ ກໍາມະການກົມການເມືອງສູນກາງພັກກອມມູນິດກູບາ, ຮອງປະທານປະເທດ ທີ່ເດີນທາງມາຮ່ວມພິທີສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດຫວຽດນາມເປັນເອກະພາບ ຄົບຮອບ 50 ປີ ເຊັ່ນດຽວກັນ.
(ຂ່າວ: ຄະນະພົວພັນຕ່າງປະເທດສູນກາງພັກ, ພາບ: ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ໜັງສືພິມຜູ້ແທນປະຊາຊົນຫວຽດນາມ)