loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ຄະນະຜູ້ແທນຂອງສະພາແຫ່ງຊາດ ສຳເລັດເຂົ້າຮ່ວມກອງປະຊຸມເວທີປຶກສາຫາລື ແລກປ່ຽນມິດຕະພາບ ລະຫວ່າງ ສະມາຊິກລັດຖະສະພາສາກົນ ຢູ່ ສປຈີນ

ກ.ຍ. 22, 2023 | SlideMobile, ຂ່າວເດັ່ນ

(ສພຊ) ໃນລະຫວ່າງໃນວັນທີ 18-22 ກັນຍາ 2023 ທ່ານ ມະນີໂສ ຊາມຸນຕີ ຮອງປະທານກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມເວທີປຶກສາຫາລື ແລກປ່ຽນມິດຕະພາບ ລະຫວ່າງ ສະມາຊິກລັດຖະສະພາສາກົນ ຢູ່ ນະຄອນເຊີນເຈີນ ແຂວງກວາງຕົງ ສປຈີນ ຈັດໂດຍສະມາຄົມມິດຕະພາບນານາຊາດແຫ່ງ ສປຈີນ.
ກອງປະຊຸມດັ່ງກ່າວ ມີຄະນະຜູ້ແທນຕາງໜ້າລັດຖະສະພາຂອງບັນດາປະເທດຕ່າງໆ ຈໍານວນ 15 ປະເທດຄື: ເອຈີເລຍ, ຊິລີ, ຮອດດູລັດ, ຍີ່ປຸ່ນ, ລາວ, ນິກາລາກົວ, ປາກິດສະຖານ, ຣັດເຊຍ, ສີລັງກາ, ໄທ, ອາເຈນຕິນາ, ອາເມລິກາ,ຈາເມກາ, ນິວຊີແລນ ແລະ ລັດຖະສະພາສະຫະພາບເອີຣົບ ເຂົ້າຮ່ວມຫຼາຍກວ່າ 50 ທ່ານ.
ກອງປະຊຸມຄັ້ງນີ້ ດຳເນີນໄປພາຍໃຕ້ຫົວຂໍ້ຫຼັກ “ກ້າວໄປສູ່ການພັດທະນາແບບຍືນຍົງສໍາລັບທຸກຄົນ” ເພື່ອປຶກສາຫາລືແລກປ່ຽນບົດຮຽນທີ່ດີ ໃນການປະກອບສ່ວນເຂົ້າໃນການພັດທະນາຂອງໂລກ ໃຫ້ມີຄວາມຍືນຍົງ ແລະ ເປັນບ່ອນທີ່ໜ້າຢູ່ອາໄສຂອງໝົດທຸກຄົນ ໃນການບັນລຸເປົ້າໝາຍການພັດທະນາແບບຍືນຍົງ (SDGs). ບັນດາຄະນະຜູ້ແທນທີ່ເຂົ້າຮ່ວມ ກໍໄດ້ຮ່ວມກັນແລກປ່ຽນຄໍາຄິດຄໍາເຫັນ ແລະ ປຶກສາຫາລືໃນ 6 ຫົວຂໍ້ຍ່ອຍທີ່ສໍາຄັນ ເປັນຕົ້ນ: ການປົກຄອງລັດດ້ວຍກົດໜາຍ, ພື້ນຖານຂອງສິດທິມະນຸດ, ລະບົບນິເວດ ແລະ ການປົກປັກຮັກສາສິ່ງແວດລ້ອມ, ນະວັດຕະກໍາ, ຄວາມກ້າວໜ້າຂອງວັດທະນະທໍາ ແລະ ການພັດທະນາໂດຍສັນຕິ, ບັນດາຜູ້ແທນໄດ້ມີການແລກປ່ຽນ ແລະ ປະກອບຄໍາເຫັນຢ່າງສ້າງສັນ ແລະ ກົງໄປກົງມາ ເຊິ່ງຕາງໜ້າຄະນະຜູ້ແທນລາວ ໄດ້ປະກອບຄໍາເຫັນໃນຫົວຂໍ້ຍ່ອຍທີ 3 “ການພັດທະນາສີຂຽວ ແລະ ລຸດຄາບອນຕໍ່າ, ນິເວດວິທະຍາ ແລະ ການປົກປັກຮັກສາສິ່ງແວດລ້ອມ” ການປະກອບຄໍາເຫັນ ຂອງຄະນະຜູ້ແທນລາວ ໄດ້ສະແດງໃຫ້ເຫັນສະພາບລວມ ຂອງການພັດທະນາເສດຖະກິດ ໂດຍສະເພາະໃນການປົກປັກຮັກສາສິ່ງແວດລ້ອມ, ການຈັດຕັ້ງປະຕິບັດບັນດານະໂຍບາຍ ແລະ ນິຕິກໍາຕ່າງໆ ທີ່ກ່ຽວຂ້ອງ ທີ່ສະພາແຫ່ງຊາດໄດ້ຮັບຮອງ ແລະ ປະກາດໃຊ້ ໃນໄລຍະຜ່ານມາ ພ້ອມທັງແລກປ່ຽນບັນດາສິ່ງທ້າທາຍ ໃນການພັດທະນາ ຢູ່ ສປປລາວ.
ນອກຈາກນັ້ນ, ຄະນະຜູ້ແທນ ໄດ້ມີໂອກາດຢ້ຽມຢາມພື້ນຖານການພັດທະນາເສດຖະກິດ-ສັງຄົມ ຂອງນະຄອນເຊີນເຈີນ ແຂວງກວາງຕົງ ສປຈີນ ໂດຍສະເພາະການຢ້ຽມຊົມຫໍພິພິທະພັນສິລະປະຮ່ວມສະໄໝ ແລະ ການວາງແຜນຜັງນະຄອນເຊີນເຈີນ, ຢ້ຽມຢາມບໍລິສັດລົດເມ ພື້ນຖານໂຄງລ່າງຂອງນະຄອນເຊີນເຈີນ, ສະຖາບັນການພົວພັນສາກົນກວນໄຫ ແລະ ບໍລິດສັດ BYD.