ຄະນະປະຈໍາສະພາປະຊາຊົນແຂວງຫລວງນໍ້າ ປະຈໍາເດືອນ ທັນວາ 2024

ທ.ວ. 18, 2024

ຕອນເຊົ້າຂອງວັນທີ 17 ທັນວາ 2024 ນີ້ ສະພາປະຊາຊົນແຂວງຫລວງນໍ້າທາ(ສພຂ) ໄດ້ເປີດກອງປະຊຸມຄະນະປະຈຳສະພາປະຊາຊົນແຂວງ ປະຈໍາເດືອນ ທັນວາ 2024 ຂື້ນທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ພາຍໃຕ້ການເປັນປະທານຂອງທ່ານ ຄຳຟອງ ອິນມານີ ຮອງເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງ, ມີຄະນະປະຈຳສະພາປະຊາຊົນແຂວງ ເຂົ້າຮ່ວມຢ່າງພ້ອມພຽງ

ກອງປະຊຸມໄດ້ຮັບຟັງການລາຍງານ ຈາກທ່ານຮອງປະທານສະພາປະຊາຊົນແຂວງ ກ່ຽວກັບການປະຈໍາການແທນທ່ານປະທານສະພາປະຊາຊົນແຂວງ ໃນໄລຍະເຂົ້າຮ່ວມກອງປະຊຸມ ສະໄຫມສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX, ຊຶ່ງໄດ້ຊີ້ນໍາ-ນໍາພາ ບັນດາກົງຈັກພາຍໃນສະພາ ປະຊາຊົນແຂວງ ເຄື່ອນໄຫວວຽກງານຕາມພາລະບົດບາດ ຕິດພັນກັບການກະກຽມ ແລະ ດໍາເນີນກອງປະຊຸມພາຍໃນ ສພຂ;  ກອງປະຊຸມ ເຫັນດີໃຫ້ດໍາເນີນກອງປະຊຸມ ຂອງ 3 ຄະນະກໍາມະການ, ກອງປະຊຸມປະຈໍາປີ ຂອງຄະນະ ສສຊ ປະຈໍາເຂດເລືອກຕັ້ງ ແລະ ກອງປະຊຸມສະໄຫມສາມັນເທື່ອທີ 8 ຂອງ ສພຂ ; ສໍາລັບຫນັງສືສະເຫນີ ຂອງທ່ານເຈົ້າແຂວງ ສະບັບເລກທີ 1379/ຈຂ, ລົງວັນທີ 27 ພະຈິກ 2024 ກ່ຽວກັບການດັດແກ້ມູນຄ່າລວມໂຄງການກໍ່ສ້າງໂຮງຮຽນ ມັດຖະຍົມຕອນຕົ້ນຕະເຄິ່ງ ເມືອງນາແລ ແຂວງຫຼວງນໍ້າທາ; ຫນັງສືສະເຫນີ ຂອງທ່ານເຈົ້າແຂວງ ສະບັບເລກທີ 1416/ຈຂ, ລົງວັນທີ 11 ທັນວາ 2024 ກ່ຽວກັບໂຄງການລົງທຶນຂອງລັດ ຮ່ວງກອງທຶນທາງ 20% ປະຈໍາ ປີ 2023 ແລະ ຫນັງສືສະເຫນີ ຂອງທ່ານເຈົ້າແຂວງ ສະບັບເລກທີ 1331/ຈຂ, ລົງວັນທີ 19 ພະຈິກ 2024 ກ່ຽວກັບການດັດແກ້ມູນຄ່າລວມໂຄງການກໍ່ສ້າງໂຮງຮຽນປະຖົມ ລ້ອງແຄນ ເມືອງນາແລ ແຂວງຫຼວງນໍ້າທາ, ກອງປະຊຸມ ມອບໃຫ້ຄະນະກໍາມະການເສດຖະກິດແຜນການ ແລະ ການເງິນ ເຊີນບັນດາພະແນກການກ່ຽວຂ້ອງ ປະຊຸມຮ່ວມກັນ ເພື່ອຢັ້ງຢືນຄວາມຈໍາເປັນ, ເຫດ ແລະ ຜົນ ຂອງການສະເຫນີດັດແກ້ ແລ້ວລາຍງານຄະນະປະຈໍາສະພາປະຊາຊົນແຂວງ ຮັບຊາບຫຼັງກອງປະຊຸມສະໄຫມສາມັນ ເທື່ອທີ 8 ຂອງສະພາປະຊາຊົນແຂວງ;  ສໍາລັບ ການສະເຫນີຂອງຄະນະກໍາມະການເສດຖະກິດ, ແຜນການ ແລະ ການເງິນ ກ່ຽວກັບ ການສະເຫນີເອົາເປົ້າຫມາຍຫົວຫນ້າຂະແຫນງເສດຖະກິດຜູ້ໃຫມ່ , ກອງປະຊຸມເຫັນດີໂດຍພື້ນຖານ ມອບໃຫ້ຄະນະເລຂາທິການ ແລະ ຄະນະກໍາມະການເສດຖະກິດ, ແຜນການ ແລະ ການເງິນ ສົມທົບກັບ ພະແນກການ ກ່ຽວຂ້ອງຈັດຕັ້ງປະຕິບັດຕາມລະບຽບການ ແລ້ວລາຍງານຄະນະປະຈໍາຮັບຊາບ; ສໍາລັບເຄື່ອງໄອທີ ທີ່ໄດ້ຮັບການຊ່ວຍເຫຼືອ ຈາກໂຄງການສະເຕັບ, ກອງປະຊຸມມອບໃຫ້ຄະນະເລຂາທິການສະພາປະຊາຊົນແຂວງ ເກັບກໍາສັງລວມ ແລະ ລາຍງານຜົນການແຈກຢາຍ ໃຫ້ຄະນະປະຈໍາສະພາປະຊາຊົນແຂວງ ຮັບຊາບ ເພື່ອມີທິດຊີ້ນໍາ; ການຈັດຕັ້ງປະຕິບັດໂຄງການຈັດຊື້ ແລະ ປັບປຸງຫ້ອງຮັບແຂກ ສະພາປະຊາຊົນແຂວງ ນັ້ນ ມອບໃຫ້ຄະນະຮັບຜິດຊອບ ຈັດຕັ້ງປະຕິບັດໃຫ້ຖືກຕ້ອງຕາມຂັ້ນຕອນ ແລະ ກົດຫມາຍ.

ຕອນທ້າຍ ປະທານກອງປະຊຸມ ໄດ້ເຫນັ້ນຫນັກໃຫ້ບັນດາຄະນະກໍາມະການ, ຄະນະເລຂາທິການ ຈົ່ງເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານທີ່ສໍາຄັນຮີບດ່ວນດັ່ງກ່າວ ໃຫ້ມີຜົນສໍາເລັດຕາມທີ່ໄດ້ ກໍານົດໄວ້ໃນບົດບັນທຶກໃນກອງປະຊຸມຄັ້ງນີ້ ແລະ ມອບໃຫ້ເລຂາທິການສະພາປະຊາຊົນແຂວງ ລາຍງານຜົນ ການຈັດຕັ້ງປະຕິບັດບົດບັນທຶກສະບັບນີ້ ໃນກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງ ປະຈໍາ ເດືອນ ມັງກອນ 2025.