loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ຄະ​ນະ​ປະ​ຈຳ​ສະ​ພາ​ປະ​ຊາ​ຊົນ​ແຂວງ​ຄຳ​ມ່ວນ​ເຄື່ອນ​ໄຫວ​ຕິດ​ຕາມກວດ​ກາ ແລະ ຊຸກ​ຍູ້​ວຽກ​ງານ ຢູ່ ເມືອງ​ມະ​ຫາ​ໄຊ.

​ພ.ຈ. 21, 2022 | ເຂດ 12 ຄຳມ່ວນ

ໃນວັນທີ 15 ພະຈິກ 2022 ນີ້ ຄະນະປະຈຳສະພາປະຊາຊົນແຂວງຄຳມ່ວນ ຊຸດທີII ໄດ້ເຄື່ອນໄຫວຕິດຕາມກວດກາ ການຈັດຕັ້ງປະຕິບັດວຽກງານຂອງອົງການປົກຄອງເມືອງມະຫາໄຊ. ໂດຍການນຳພາ ແລະ ເປັນປະທານ ຂອງທ່ານ ບົວພັນ ແສງຈັນ ຮອງປະທານຄະນະປະຈຳສະພາປະຊາຊົນແຂວງ, ມີບັນດາຄະນະປະຈຳສະພາປະຊາຊົນແຂວງ. ຈຸດປະສົງກໍ່ເພື່ອຊຸກຍູ້,ເກັບກຳຂໍ້ມູນ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ,ແຜນງົບປະມານ ແລະ ການຈັດຕັ້ງປະຕິບັດກົດຫມາຍ ແລະ ນິຕິກຳໃຕ້ກົດຫມາຍ ຂອງເມືອງ.