ຄະນະບໍລິຫານງານຊາວໜຸ່ມສະພາແຫ່ງຊາດ ຈັດພິທີປາຖະກະຖາວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ

ມ.ສ. 28, 2023

(ສພຊ) ເພື່ອຫວນຄືນມູນເຊື້ອແຫ່ງການກໍາເນີດ, ເຕີບໃຫຍ່ຂະຫຍາຍຕົວຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ໃນໄລຍະພາລະກິດປະຕິວັດ ໃນໄລຍະຕໍ່ສູ້ປົດປ່ອຍຊາດ ແລະ ໄລຍະພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ພາຍໃຕ້ການນໍາພາໂດຍກົງຮອບດ້ານຂອງພັກປະຊາຊົນປະຕິວັດລາວ ທີ່ເຕັມໄປດ້ວຍຄວາມອົງອາດກ້າຫານ, ເສຍສະຫຼະຢ່າງພິລະອາດຫານ, ຫ້າວຫັນປະຈັນບານເຂົ້າໃນທຸກວຽກງານຢ່າງສົມກຽດ ແນໃສ່ສ້າງຄວາມຮັບຮູ້, ເຂົ້າໃຈ, ເຊື່ອມຊຶມ, ກໍາແໜ້ນມູນເຊື້ອ, ຄວາມໝາຍ, ຄວາມສໍາຄັນ, ທີ່ຕັ້ງ, ບົດບາດ, ໜ້າທີ່ຂອງການຈັດຕັ້ງຊາວໜຸ່ມ, ຊາວໜຸ່ມລາວບັນດາເຜົ່າ ແລະ ຜັນຂະຫຍາຍເປັນກິດຈະກໍາຕົວຈິງ ເຂົ້າໃນພາລະກິດການເມືອງໃນໄລຍະໃໝ່ຂອງຕົນ; ເຕົ້າໂຮມ ແລະ ປຸກລະດົມກໍາລັງແຮງສັງລວມຂອງທົ່ວສັງຄົມ ແລະ ຊາວໜຸ່ມລາວເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃນໄລຍະໃໝ່ ໂດຍສະເພາະການປະຈັນບານເຂົ້າໃນການສະກັດກັ້ນ ແກ້ໄຂບັນຫາປາກົດການຫຍໍ້ທໍ້ທີ່ມີໃນສັງຄົມ ແລະ ການຊຸກຍູ້ການແກ້ໄຂບັນຫາວຽກເຮັດງານທໍາໃຫ້ຊາວໜຸ່ມລາວບັນດາເຜົ່າ ແລະ ເພື່ອເປັນການເຝິກຝົນຫຼໍ່ຫຼອມຄວາມຮູ້ຄວາມສາມາດ ແລະ ຄຸນທາດການເມືອງໃຫ້ຊາວໜຸ່ມ ແນໃສ່ກາຍເປັນຜູ້ສືບທອດພາລະກິດຂອງພັກທີ່ມີຄຸນນະພາບ ໃນວັນທີ 27 ເມສາ 2023 ທີ່ສະພາແຫ່ງຊາດ ຄະນະບໍລິຫານງານຊາວໜຸ່ມສະພາແຫ່ງຊາດ ໄດ້ຈັດພິທີ ປາຖະກະຖາວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 68 ປີ (14 ເມສາ 1955-14 ເມສາ 2023) ໂດຍການເປັນປະທານຂອງສະຫາຍ ພອນແກ້ວ ຕົ້ນວໍລະຈິດ ກໍາມະການຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມສະພາແຫ່ງຊາດ, ມີບັນດາທ່ານຕາງໜ້າຄະນະບໍລິຫານງານພັກສະພາແຫ່ງຊາດ, ຮອງເລຂາ ແລະ ຄະນະປະຈໍາ ຄະນະບໍລິຫານງານຊາວໜຸ່ມສະພາແຫ່ງຊາດ ສະໄໝທີ IV, ກໍາມະການຄະນະບໍລິຫານງານຊາວໜຸ່ມສະພາແຫ່ງຊາດ ສະໄໝທີ IV, ຕາງໜ້າຄະນະສະຫະພັນກໍາມະບານ, ສະຫະພັນແມ່ຍິງ ແລະ ສະມາຊິກຊາວໜຸ່ມພາຍໃນສະພາແຫ່ງຊາດເຂົ້າຮ່ວມ.
ໃນພິທີຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮັບຟັງການປາຖະກະຖາວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ຈາກສະຫາຍ ບຸນຕາ ເທບພະວົງ ກໍາມະການສໍາຮອງສູນກາງພັກ, ຄະນະພັກສະພາແຫ່ງຊາດ, ຮອງປະທານກໍາມາທິການ ແຜນການ, ການເງິນ ແລະ ການກວດສອບ.
(ພາບ ແລະ ຂ່າວ: ສອນສັກ ວັນວິໄຊ)