ຄະນະນຳສະພາແຫ່ງຊາດ ແຫ່ງ ສປປລາວ ເຂົ້າເຊັນປຶ້ມໄຫວ້ອາໄລ ຕໍ່ການສິ້ນພະຊົນຂອງ ສົມເດັດ ພຣະຣາຊິນີ ເອລິຊາເບັດ ທີ II ແຫ່ງ ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ

ກ.ຍ. 14, 2022 | SlideMobile

(ສພຊ) ໃນຕອນບ່າຍຂອງວັນທີ 13 ກັນຍາ 2022 ທີ່ສະຖານເອກອັກຄະລັດຖະທູດອັງກິດ ປະຈຳ ສປປ ລາວ, ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ແຫ່ງ ສປປລາວ, ຜູ້ຊີ້ນຳວຽກງານການຕ່າງປະເທດ ໃນນາມຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ ແຫ່ງ ສປປລາວ ໄດ້ນຳພາຄະນະເຂົ້າວາງພວງມາລາ ແລະ ເຊັນປຶ້ມໄຫວ້ອາໄລ ຕໍ່ການສິ້ນພະຊົນຂອງ ສົມເດັດ ພຣະຣາຊິນີ ເອລິຊາເບັດ ທີ II ແຫ່ງ ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ເຊິ່ງມີເນື້ອໃນດັ່ງລຸ່ມນີ້:
ໃນນາມຄະນະປະຈໍາສະພາແຫ່ງຊາດ ແຫ່ງ ສປປລາວ ແລະ ໃນນາມສ່ວນຕົວ, ພວກຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງ ແລະ ຂໍແບ່ງເບົາຄວາມທຸກໂສກ ນຳປະຊາຊົນ ແຫ່ງ ສະຫະຣາຊະອານາຈັກອັງກິດ ແລະ ອຽກລັງເໜືອ ຕະຫຼອດເຖິງ ສົມເດັດພຣະບໍຣົມ ວົງສານຸວົງ ທຸກພຣະອົງ ຕໍ່ການຈາກໄປຢ່າງບໍ່ມີວັນກັບຄືນຂອງ ສົມເດັດ ພຣະຣາຊິນີ ເອລິຊາເບດ ລາດຊະການ ທີ II ເຊິ່ງເປັນການສູນເສຍຄັ້ງໃຫຍ່ຫຼວງ ບໍ່ສະເພາະແຕ່ປະຊາຊົນ ຂອງ ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ແຕ່ເປັນການສູນເສຍທີ່ໃຫຍ່ຫລວງສຳລັບບັນດາປະເທດເພື່ອມິດໃນໂລກ.
ຂໍໃຫ້ດວງວິນຍານ ຂອງສົມເດັດ ພຣະຣາຊິນີ ເອລິຊາເບດ ທີ II ຈົ່ງໄປສູ່ສຸຂະຕິດ້ວຍເຖີ້ນ.