ຄະນະກຳມະການ ປກຊ-ປກສ, ກົດໝາຍ ແລະ ຍຸຕິທຳ ປະຊຸມປະຈໍາປີ.

ພ.ຈ. 13, 2026

ໃນວັນທີ 10 ພະຈິກ 2026 ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ,  ໄດ້ມີການດຳເນີນກອງປະຊຸມຄົບຄະນະກຳມະການ ປກຊ-ປກສ, ກົດໝາຍ ແລະ ຍຸຕິທຳ ສະພາປະຊາຊົນແຂວງ ປະຈໍາປີ 2026. ໂດຍການເປັນປະທານຂອງທ່ານ ນາງ ຈັນທະລີ ສີສຸວົງ ປະທານຄະນະກຳມະການ ປກຊ-ປກສ, ກົດໝາຍ ແລະ ຍຸຕິທຳ ໃຫ້ກຽດເຂົ້າຮ່ວມຂອງທ່ານ ພູວັນ ພົມມະຈັນ ຄະນະປະຈໍາພັກແຂວງ ຮອງປະທານສະພາປະຊາຊົນແຂວງ (ຜູ້ຊີ້ນໍາຄະນະກໍາມະການ). ມີບັນດາທ່ານຄະນະກໍາມະການສະພາປະຊາຊົນແຂວງ, ສານປະຊາຊົນແຂວງ, ອົງການໄອຍະການປະຊາຊົນ, ພະແນກຍຸຕິທຳ, ອົງການກວດກາລັດ, ກອງບັນຊາການທະຫານ, ກອງບັນຊາການ ປກສ, ສະຫະພັນນັກຮົບເກົ່າ, ສະມາຊິກສະພາປະຊາຊົນແຂວງ ແລະ ເຈົ້າໜ້າທີ່ສືບສວນ-ສອບສວນ ທີ່ກ່ຽວຂ້ອງເຂົ້າຮ່ວມ.ທ່ານ ພັອ ບຸນເລີດ ແກ້ວພຸດທະວົງ ຮອງປະທານຄະນະກໍາມະການ ປກຊ-ປກສ, ກົດໝາຍ ແລະ ຍຸຕິທຳ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ປະຈໍາປີ 2026 ແລະ ວາງທິດທາງແຜນການປີ 2027 ເຊິ່ງຕະຫຼອດໄລຍະຜ່ານມາຄະນະກໍາມະການ ປກຊ-ປກສ, ກົດໝາຍ ແລະ ຍຸຕິທຳ ໄດ້ສຳເລັດການປັບປຸງກົງຈັກການຈັດຕັ້ງ ແລະ ກຳນົດຕຳແໜ່ງງານຂັ້ນຄະນະກຳມະການ, ຂັ້ນຂະແໜງ ແລະ ພະນັກງານ-ລັດຖະກອນ, ສຳເລັດການຄົ້ນຄວ້າປະກອບຄຳເຫັນໃສ່ຮ່າງກົດໝາຍ 10 ສະບັບ ແລະ ຮ່າງນິຕິກຳໃຕ້ກົດໝາຍ 8 ສະບັບ (ມະຕິຄະນະປະຈຳສະພາປະຊາຊົນແຂວງ 7 ສະບັບ, ດຳລັດ 1 ສະບັບ), ສຳເລັດການຮ່າງມະຕິຄະນະປະຈຳສະພາປະຊາຊົນແຂວງ ວ່າດ້ວຍການລົບລ້າງນິຕິກຳ ຂອງອົງການໄອຍະການປະຊາຊົນແຂວງ, ການສ້າງ ແລະ ຮັບຮອງມະຕິຄະນະປະຈຳສະພາປະຊາຊົນແຂວງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຄະນະກຳມະການ ປກຊ-ປກສ, ກົດໝາຍ ແລະ ຍຸຕິທຳ, ພິຈາລະນາຮັບຮອງເອົາມະຕິ ວ່າດ້ວຍການສ້າງຕັ້ງຕາແສງ ຢູ່ແຂວງອັດຕະປື, ພິຈາລະນາຮັບຮອງເອົາແຜນການເຄື່ອນໄຫວ 5 ປີ (2026-2030) ຂອງອົງການໄອຍະການປະຊາຊົນແຂວງ, ສານປະຊາຊົນແຂວງ ແລະ ແຜນການສ້າງ, ປັບປຸງນິຕິກຳໃຕ້ກົດໝາຍ 5 ປີ ຂອງປະທານກຳມະການປົກຄອງແຂວງ, ຄົ້ນຄວ້າ ແລະ ຮັບຮອງມະຕິການແຕ່ງຕັ້ງ, ເລື່ອນຊັ້ນຜູ້ພິພາກສາສານປະຊາຊົນແຂວງ ແລະ ເຂດ I, II. ຕິດຕາມກວດກາວຽກງານຂົງເຂດກົດໝາຍ ແລະ ຍຸຕິທຳ 6 ເດືອນຕົ້ນປີ ຮ່ວມກັບກຳມາທິການກົດໝາຍ ແລະ ຍຸຕິທຳ ສະພາແຫ່ງຊາດ, ຕິດຕາມກວດກາວຽກງານ ປກຊ-ປກສ ໄລຍະ 9 ເດືອນ ຮ່ວມກັບກຳມາທິການ ປກຊ-ປກສ ສະພາແຫ່ງຊາດ, ຕິດຕາມກວດກາການຈັດຕັ້ງປະຕິບັດລັດຖະທຳມະນູນ, ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ໃນຂົງເຂດຍຸຕິທຳຢູ່ 5 ຕົວເມືອງ, ແກ້ໄຂຄຳຮ້ອງຂໍຄວາມເປັນທຳ ແລະ ຄຳສະເໜີຂອງປະຊາຊົນ ສຳເລັດ 5 ເລື່ອງ ຈາກທັງໝົດ 6 ເລື່ອງ, ລົງພົບປະປະຊາຊົນ ແລະ ເຜີຍແຜ່ຜົນສຳເລັດກອງປະຊຸມ ຄັ້ງປະຖົມມະລຶກ ຂອງ ສພຊ ຊຸດທີ X ແລະ ສພຂ ຊຸດທີ V ໄດ້ 51 ຈຸດ, 42 ບ້ານ, 5 ເມືອງ. ກອງປະຊຸມຍັງໄດ້ຮັບຟັງການຜ່ານຮ່າງບົດສະຫຼຸບການເຄື່ອນໄຫວວຽກງານ ປະຈຳປີ 2026 ແລະ ທິດທາງແຜນການປີ 2027, ການເຄື່ອນໄຫວວຽກງານສືບສວນ-ສອບສວນ ໃນການດຳເນີນຄະດີຕາມຂະບວນການຍຸຕິທຳ ຂອງພາກສ່ວນທີ່ກ່ຽວຂ້ອງ. ພ້ອມດຽວກັນນັ້ນ, ຜູ້ແທນໄດ້ແລກປ່ຽນປະກອບຄໍາຄິດຄໍາເຫັນ ຢ່າງກົງໄປກົງມາ ແລະ  ອົງການໄອຍະການປະຊາຊົນແຂວງ ໄດ້ປະກອບຄຳເຫັນເຈາະຈີ້ມຕໍ່ 4 ອົງການສືບສວນ-ສອບສວນ ເພື່ອເພີ່ມປະສິດທິພາບໃນການດຳເນີນຄະດີ.ໃນຕອນທ້າຍ, ທ່ານ ພູວັນ ພົມມະຈັນ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນງານການເຄື່ອນໄຫວຂອງຄະນະກຳມະການໃນໄລຍະຜ່ານມາ ທີ່ຍາດມາໄດ້ຜົນສຳເລັດຫຼາຍດ້ານ ທັງດ້ານນິຕິກຳ, ການຕົກລົງບັນຫາພື້ນຖານຂອງທ້ອງຖິ່ນ ແລະ ວຽກງານຕິດຕາມກວດກາ, ພ້ອມທັງໄດ້ເນັ້ນໜັກ ໃຫ້ຄະນະກຳມະການ ແລະ ສະມາຊິກສະພາປະຊາຊົນແຂວງ ເຂົ້າຮ່ວມສ້າງ ແລະ ປັບປຸງນິຕິກຳແຕ່ຫົວທີ ເພື່ອໃຫ້ຮັດກຸມ ແລະ ສອດຄ່ອງກັບຄວາມເປັນຈິງ, ຕ້ອງເຊື່ອມຊຶມມະຕິ, ແນວທາງຢ່າງຮອບຄອບ ແລະ ຖືເອົາຜົນການຕິດຕາມກວດກາມາປະເມີນຜົນການຈັດຕັ້ງປະຕິບັດເປັນບ່ອນອີງ, ສືບຕໍ່ເພີ່ມທະວີການຕິດຕາມກວດກາການຈັດຕັ້ງປະຕິບັດລັດຖະທໍາມະນູນ, ກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ,  ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ, ສ້າງພະນັກງານສືບທອດ, ແລະ ສືບຕໍ່ປະຕິບັດບົດບັນທຶກຮ່ວມກົນໄກການປະສານງານກັບບັນດາຂະແໜງການທີ່ກ່ຽວຂ້ອງໃຫ້ມີປະສິດທິຜົນສູງ.

#ວິນັດ