ຄະນະກຳມະການເສດຖະກິດ ແລະ ການເງິນ ລົງຕິດຕາມກວດກາ ຢູ່ເມືອງວຽງພູຄາ

ຕ.ລ. 2, 2026

   ເພື່ອຮັບປະກັນໃຫ້ແກ່ການປະຕິບັດຕາມພາລະບົດບາດ ຂອງຄະນະກຳມະການເສດຖະກິດ ແລະ ການເງິນ ໃນການລົງຕິດຕາມກວດກາ ໃນລະຫວ່າງວັນທີ 29 ກັນຍາ – 1 ຕຸລາ 2026ນີ້ ຄະນະກຳມະການເສດຖະກິດ ແລະ ການເງິນ ສະພາປະຊາຊົນແຂວງຫລວງນ້ຳທາ ໄດ້ລົງຕິດຕາມກວດກາ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ, ແຜນງົບປະມານແຫ່ງລັດ ກ່ຽວກັບການລົງທຶນຂອງລັດ ແລະ ເອກະຊົນ ຢູ່ເມືອງວຽງພູຄາ, ໃນນີ້ ໄດ້ເປີດກອງປະຊຸມຮ່ວມອົງການປົກຄອງເມືອງເພື່ອລາຍງານຈຸດປະສົງ ແລະ ຮັບຟັງການລາຍງານພາກສ່ວນທີ່ກ່ຽວຂ້ອງຂອງເມືອງ ພາຍໃຕ້ການເປັນປະທານຂອງທ່ານ ຈັນທະສຸລິນ ໝັ້ນປະດິດ ຄະນະປະຈຳສະພາປະຊາຊົນແຂວງ ປະທານຄະນະກຳມະການເສດຖະກິດ ແລະ ການເງິນ ໂດຍເຂົ້າຮ່ວມຂອງທ່ານ ບຸນຊົງ ວາໄຊຍີ່ ເລຂາຄະນະບໍລິຫານງານພັກເມືອງ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງປະຈຳເຂດເລືອກຕັ້ງເມືອງ, ມີສະມາຊິກສະພາປະຊາຊົນແຂວງປະຈຳເຂດເລືອກຕັ້ງເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ ທີ່ກ່ຽວຂ້ອງ ພ້ອມດ້ວຍພາກສ່ວນບໍລິສັດຮັບເໝົາໂຄງການເຂົ້າຮ່ວມ 30 ກວ່າທ່ານ.

​         ກອງປະຊຸມໄດຮັບຟັງການລາຍງານຕາມຄໍາຖາມເຈາະຈິ້ມເປັນຕົ້ນ; ສະພາບລວມການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານຂອງເມືອງປະຈຳ 6 ເດືອນ ຕົ້ນປີ 2026;  ການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດ ໂດຍສະເພາະການແກ້ໄຂໜີ້ສິນທີ່ຍັງຄ້າງມາດົນ; ລາຍຮັບຈາກການເຊົ່າ, ສຳປະທານທີ່ດິນຂອງລັດ, ການສະເໜີການລົງທຶນຂອງລັດ ປີ 2027; ການຈັດຕັ້ງປະຕິບັດວຽກງານຂຶ້ນທະບຽນອອກໃບຕາດິນພາຍໃນເມືອງ; ການຈັດຕັ້ງວຽກງານການຜະລິດສະບຽງອາຫານເພື່ອທົດແທນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກ ແລະ ໂຄງການຊຸກຍູ້ສົ່ງເສີມການຜະລິດຕິດພັນກັບການພັດທະນາຊົນນະບົດ ແລະ ແກ້ໄຂ ຄວາມທຸກຍາກ ມີຈັກໂຄງການ, ການຈັດຕັ້ງປະຕິບັດບັນດາໂຄງການ ແລະ ທິດທາງການແກ້ໄຂໃນຕໍ່ໜ້າ; ການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດ ໃນຮ່ວງຕ່າງໆ ໃນການສ້ອມແປງເສັ້ນທາງ ແຕ່ປີ 2025 ເປັນຕົ້ນມາມີຈັກໂຄງການ, ການກວດກາສິນຄ້າໝົດອາຍຸ, ສິນຄ້າປອມແປງ, ສິນຄ້າບໍ່ໄດ້ມາດຖານ, ການຄວບຄຸມລາຄາສິນຄ້າ, ການອະນຸຍາດອອກໃບຖະບຽນ ຫົວໜ່ວຍທຸລະກິດ; ການກະກຽມຄວາມພ້ອມການຜະລິດ, ການປຸງແຕ່ງ, ການຜະລິດຕະພັນພາຍໃນ ສິນຄ້າໂອດັອບ, ແລະ ໄດ້ຮັບຟັງຂໍ້ສະດວກ, ຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດບັນດາວຽກງານທີ່ລາຍງານ ທັງນີ້ ເພື່ອເປັນຂໍ້ມູນເພື່ອນໍາໄປຄົ້ນຄວ້າ, ພິຈາລະນາ່ໃນກອງປະຊຸມສະພາປະຊາຊົນແຂວງ, ໃຫ້ໄດ້ຮັບການແກ້ໄຂວຽກງານພາຍໃນເມືອງດີຂຶ້ນກວ່າເກົ່າ.

ນອກນັ້ນ ຍັງໄດ້ລົງຕິດຕາມກວດກາພື້ນທີ່ຕົວຈິງຂອງ ໂຄງການກໍ່ສ້າງສະໂມສອນກອງບັນຊາການທະຫານເມືອງວຽງພູຄາ; ໂຄງການກໍ່ສ້າງທາງປູເບຕົງຢູ່ເທດສະບານເມືອງ; ໂຄງການກໍ່ສ້າງສ້ອມແປງ ແລະ ຕໍ່ ເຕີມຫ້ອງການສະຫະພັນແມ່ຍິງເມືອງ; ໂຄງການກໍ່ສ້າງອາຄານຫໍພັກ ແລະ ຫ້ອງນໍ້າໂຮງຮຽນ ມັດທະຍົມປາຍຊົນເຜົ່າເມືອງ; ໂຄງການກໍ່ສ້າງຊົນລະປະທານນໍ້າສະຕອນບ້ານນໍ້າກ້ຽງ; ໂຄງການກໍ່ສ້າງຊົນລະປະທານຫ້ວຍອໍ້ບ້ານນໍ້າຟ້າ; ໂຄງການສະໜອງແນວພັນກ້າເບ້ຍໄມ້ສູນກະສິກຳນໍ້າຟ້າ ແລະ ໂຄງການສ້ອມແປງໂຮງໝໍນ້ອຍ ແລະ ຫ້ອງນໍ້າບ້ານນໍ້າຟ້າ.

                                                              (ການລົງຕິດຕາມກວດກາຄັ້ງນີ້ໂດຍການສະໜັບສະໜູນທຶນຂອງມູນນິທິເອເຊຍ(ATF)

ຂ່າວ; ວັນນີ ແຝງບົວວັນ