ຄະນະກຳມະການເສດຖະກິດ ແລະ ການເງີນ ສະພາປະຊາຊົນແຂວງ ລົງຕິດຕາມກວດກາ ຢູ່ເມືອງໂພນໄຊ ແລະ ເມືອງນ້ຳບາກ.

ກ.ຍ. 28, 2026

ໃນລະຫວ່າງວັນທີ 21-23 ກັນຍາ 2026, ນຳໂດຍ ທ່ານ ສົມມາລີ ຄໍາເກັ່ງ ຮອງປະທານຄະນະປະຈຳສະພາປະຊາຊົນແຂວງ, ຜູ້ຊີ້ນໍາ ຄະນະກຳມະການ ເສດຖະກິດ ແລະ ການເງິນ ສະພາປະຊາຊົນແຂວງ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມກວດກາ ກ່ຽວກັບ ການທົດແທນຜົນເສຍຫາຍ ແລະ ການກໍານົດນະໂຍບາຍ, ສິດທິຂອງຜູ້ທີ່ຖືກຜົນກະທົບ ຈາກໂຄງການກໍ່ສ້າງແລວສາຍສົ່ງໄຟຟ້າແຮງສູງ 230 ກວ ຈາກສະຖານີປາກມອງ2, ເມືອງນໍ້າບາກ ແຂວງຫຼວງພະບາງ ຫາ ສະຖານີນາເພຍ ເມືອງແປກ ແຂວງຊຽງຂວາງ ຢູ່ເມືອງ ໂພນໄຊ ແລະ ເມືອງນໍ້າບາກ; ເຊິ່ງການລົງເຄື່ອນໄຫວຄັ້ງນີ້ ກໍ່ເພື່ອເປັນກາກວດຄືນ ການຈັດຕັ້ງປະຕິບັດ 2​ ນິຕິກຳ ທີ່ສະພາປະຊາຊົນແຂວງຮັບຮອງ, ກວດກາ ການທົດແທນຄ່າເສຍຫາຍ ທີ່ດິນ, ສິ່ງປຸກສ້າງ, ຜົນລະປູກ ແລະ ສິ່ງສາທາລະນະອື່ນໆ ທີ່ຖືກຜົນກະທົບຈາກໂຄງການ ແລະ ການກວດກາການແກ້ໄຂບັນຫາຄໍາຮ້ອງທຸກຂອງປະຊາຊົນ ທີ່ບໍ່ພໍໃຈກັບຫົວໜ່ວຍລາຄາຊົດເຊີຍ; ເຊິ່ງການລົງເຄື່ອນໄຫວຄັ້ງນີ້ໄດ້ແບ່ງອອກເປັນສອງຈຸດຄື: ຈຸດເມືອງໂພນໄຊ ແລະ ເມືອງນ້ຳບາກ ຄື:

 

 

ຈຸດເມືອງໂພນໄຊ ຄະນະທີມງານຈາກສະພາປະຊາຊົນແຂວງ ໄດ້ເຮັດວຽກຮ່ວມກັບ ຄະນະນຳຂອງເມືອງ, ເຂົ້າຮ່ວມມີທ່ານ ທ່ານ ສົມຈິດ ລັດຕະນະ ຮອງປະທານ ຄະນະກຳມະການປົກຄອງເມືອງ, ມີສະມາຊິກສະພາປະຊາຊົນແຂວງ ປະຈຳເມືອງ, ຕາງຫນ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ, ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ ລວມທັງຫມົດ 23 ທ່ານ, ຍິງ 7 ທ່ານ; ຜ່ານການຮັບຟັງການລາຍງານ ແລະ ການລົງຕິດຕາມກວດກາ ຄວາມຄືບໜ້າຂອງໂຄງການ ກໍ່ສ້າງແລວສາຍສົ່ງ ແລະ ການທົດແທນຜົນເສຍຫາຍໃຫ້ຜູ້ທີ່ຖືກຜົນກະທົບ ມີເນື້ອທີ່ຖືກຜົນກະທົບ ລວງຍາວ 46,612 ກິໂລແມັດ, ຕົ້ນເສົາ 104 ຕົ້ນ, ລວມມີ 12 ບ້ານ, ມີການຊົດເຊີຍສໍາເລັດແລ້ວ 10 ບ້ານ, ລວມມີ 56 ຄອບຄົວຄອບຄົວທີ່ຖືກຜົນກະທົບ ໄດ້ເບີກຈ່າຍຕົວຈິງສໍາເລັດແລ້ວ 2,842,679,000 ກີບ, ປະຈຸບັນ ພວມດໍາເນີນການເກັບກໍາຂໍ້ມູນຢູ່ 2 ບ້ານຄື: ບ້ານ ຫ້ວຍຜາ ແລະ ບ້ານນາເພຍ;

 

ຈາກນັ້ນ, ຄະນະທີ່ງານສະພາປະຊາຊົນແຂວງ ນຳໂດຍ ທ່ານ ສົມຈິດ ສິງລໍຄໍາ ຄະນະປະຈໍາສະພາປະຊາຊົນແຂວງ, ປະທານຄະນະກຳມະການເສດຖະກິດ ແລະ ການເງິນ ສະພາປະຂາຊົນແຂວງ ໄດ້ສືບຕໍ່ລົງເຄື່ອນໄຫວຢູ່ ຈຸດເມືອງນໍ້າບາກ ໄດ້ຈັດກອງປະຊຸມ ແລະ ເຮັດວຽກຮ່ວມກັບ ອົງການປົກຄອງເມືອງນໍ້າບາກ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ທອງໄລ ກິນດາວົງ ຮອງປະທານຄະນະກຳມະການປົກຄອງເມືອງ ທີ່ຫ້ອງປະຊຸມຫ້ອງວ່າການເມືອງ, ມີສະມາຊິກສະພາປະຊາຊົນແຂວງ ປະຈຳເມືອງ, ຕາງຫນ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ, ຕາງຫນ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ ລວມທັງຫມົດ 21 ທ່ານ, ຍິງ 6 ທ່ານ; ເຊິ່ງຄະນະນຳຂອງເມືອງໄດ້ໃຫ້ຮູ້ວ່າເນື້ອທີ່ຖືກຜົນກະທົບຂອງເມືອງ ມີລວງຍາວ 26,632 ກິໂລແມັດ, ຕົ້ນເສົາ 60 ຕົ້ນ, ລວມມີ 12 ບ້ານ, ມີ 208 ຄອບຄົວ ໄດ້ເບີກຈ່າຍຕົວຈິງສໍາເລັດແລ້ວ 22,891,625,245 ກີບ ແລະ ຈະໄດ້ສືບຕໍ່ກວດກາຄືນມີ 78 ຄອບຄົວ. ເນື່ອງຈາກວ່າບາງຄອບຄົວມີຂໍ້ມູນທີ່ບໍ່ຊັດເຈນ, ການລົງຕັດຕົ້ນໄມ້ທີ່ຖືກຜົນກະທົບຕົວຈິງມີການຄາດເຄື່ອນ ແລະ ການຕັດຕົ້ນໄມ້ບາງບ່ອນບໍ່ໄດ້ຕາມເຕັກນິກທີ່ກໍານົດໄວ້.

ຜ່ານການລົງຕິດຕາມກວດກາຢູ່ສອງຈຸດເຫັນວ່າ ການຈັດຕັ້ງປະຕິບັດ ມະຕິຕົກລົງ ຂອງຄະນະປະຈໍາສະພາປະຊາຊົນແຂວງ ເລກທີ 40 /ຄປຈ ແລະ ເລກທີ 41 /ຄປຈ, ລົງວັນທີ 03 ເມສາ 2026 ເຫັນວ່າ ເຮັດໄດ້ດີມີຄວາມພໍໃຈທັງສອງຝ່າຍ, ຜູ້ພັດທະນາໂຄງການການໄດ້ເອົາໃຈໃສ່ຢ່າງເຂັ້ມງວດໃນການປະຕິບັດບັນດາ ກົດໝາຍ ແລະ ນິຕິກໍາ ເຮັດໃຫ້ມີຜົນປະໂຫຍດຮ່ວມກັນກັບປະຊາຊົນໄດ້ເປັນຢ່າງດີ ເປັນຕົ້ນການຕັດແລວທາງໄປຕັ້ງເສົາສາຍສົ່ງ ເຮັດໃຫ້ປະຊາຊົນສາມາດເດີນທາງໄປຫາບ່ອນທໍາການຜະລິດສະດວກຂື້ນ ແລະ ປະຊາຊົນກໍ່ຮັບຮູ້ເຂົ້າໃຈ ເຫັນໄດ້ເຖິງຜົນໂຫຍດອັນລວມຂອງຊາດ ກໍ່ຄືຂອງປະຊາຊົນບັນດາເຜົ່າ.

ຂຽນຂ່າວ: ສຸດາກອນ ໂພສະຫວັດ