ຄະນະກຳມະການເສດຖະກິດ ແລະ ການເງິນ  ລົງຕິດຕາມ ແລະ ເກັບກໍາຂໍ້ມູນການຊົດເຊີຍຄ່າເສຍຫາຍ ໂຄງການແລວສາຍສົ່ງໄຟຟ້າແຮງສູງ 500 KV ຢູ່ເມືອງສະໜາມໄຊ

ສ.ຫ. 3, 2026

ວັນທີ 23 ກໍລະກົດ 2026, ທ່ານ ນາງ ແສງອາລຸນ ວົງສາທິການ ປະທານຄະນະກຳມະການເສດຖະກິດ ແລະ ການເງິນ ສະພາປະຊາຊົນແຂວງ  ອັດຕະປື ພ້ອມຄະນະ ຮ່ວມກັບ ຂະແໜງການທີ່ກ່ຽວຂ້ອງ ໄດ້ລົງຕິດຕາມກວດກາ ແລະ ເກັບກຳຂໍ້ມູນຕົວຈິງ ກ່ຽວກັບການຈັດຕັ້ງປະຕິບັດ ການຊົດເຊີຍຄ່າເສຍຫາຍໃຫ້ແກ່ປະຊາຊົນ ແລະ ພາກສ່ວນທີ່ຖືກຜົນກະທົບ ຈາກໂຄງການກໍ່ສ້າງແລວສາຍສົ່ງໄຟຟ້າແຮງສູງ 500 KV ຢູ່ເມືອງສະໜາມໄຊ. ໂຄງການດັ່ງກ່າວ ເປັນແລວສາຍສົ່ງໄຟຟ້າແຮງສູງ ທີ່ແກ່ຍາວมาจาก ໂຮງໄຟຟ້າພະລັງງານຄວາມຮ້ອນຖ່ານຫີນເຊກອງ (ເມືອງກະລຶມ, ແຂວງເຊກອງ),  ເຊິ່ງແລວສາຍສົ່ງ ແລະ ເສົາໄຟຟ້າ ຈາກການສໍາຫຼວດໄດ້ຕັ້ງຜ່ານ ແລະ ຖືກດິນທຳການຜະລິດຂອງປະຊາຊົນ 3 ບ້ານ ຄື: ບ້ານມັດກາ, ບ້ານໜອງມ່ວງ, ບ້ານພອນມະນີ ແລະ ພື້ນທີ່ທຳການຜະລິດຂອງ ບໍລິສັດ ເຈ່ຍລັນ ທີ່ຂຶ້ນກັບ ເມືອງສະໜາມໄຊ, ແຂວງອັດຕະປື. ການລົງຕິດຕາມກວດກາໃນຄັ້ງນີ້ ເພື່ອປະເມີນດ້ານຄວາມສະດວກ ແລະ ຂໍ້ຄົງຄ້າງ ໃນການຊົດເຊີຍຄ່າເສຍຫາຍໃຫ້ແກ່ຜູ້ທີ່ຖືກຜົນກະທົບໃນໄລຍະຜ່ານມາ, ເກັບກຳຂໍ້ມູນລະອຽດ, ຄວາມຊັດເຈນ, ຢັ້ງຢືນຄວາມເປັນເອກະພາບ ແລະ ຮັບປະກັນຄວາມຍຸຕິທຳ ໃຫ້ແກ່ທຸກພາກສ່ວນ,  ເພື່ອສັງລວມຂໍ້ມູນຢ່າງຄົບຖ້ວນ ນຳໄປລາຍງານຕໍ່ສະພາແຫ່ງຊາດ ຕາມກົນໄກການຕິດຕາມກວດກາຂອງສະພາປະຊາຊົນຂັ້ນແຂວງ. ໃນໂອກາດລົງເຮັດວຽກຄັ້ງນີ້, ຄະນະກຳມະການເສດຖະກິດ  ແລະ ການເງິນ ໄດ້ຖືໂອກາດໂອ້ລົມ ແລະ ເນັ້ນໜັກໃຫ້ ອໍານາດການປົກຄອງບ້ານ, ຂະແໜງການທີ່ກ່ຽວຂ້ອງ ຕະຫຼອດຮອດບໍລິສັດ ຈົ່ງສະໜອງຂໍ້ມູນຢ່າງຈະແຈ້ງ, ຖືກຕ້ອງ ແລະ ເປັນຈິງ ເພື່ອໃຫ້ການແກ້ໄຂ, ການປະເມີນ ແລະ ການຊົດເຊີຍຄ່າເສຍຫາຍ ມີຄວາມໂປ່ງໃສ, ເປັນເອກະພາບ, ຖືກຕ້ອງຕາມລະບຽບກົດໝາຍ ແລະ ຮັບປະກັນຜົນປະໂຫຍດທີ່ຊອບທຳຂອງປະຊາຊົນຢ່າງແທ້ຈິງ.

(ວິນັດ)