ຄະນະກຳມະການວັດທະນະທຳ-ສັງຄົມ, ບັນດາເຜົ່າ ແລະ ສາສະໜາ ລົງຕິດຕາມກວດກາ ການຈັດຕັ້ງປະຕິບັດ ການສ້າງຄວາມເຂັ້ມແຂງຄວາມສະເໝີພາບ ຍິງ-ຊາຍ ຢູ່ເມືອງປາກແຊງ

ພ.ພ. 20, 2026

ໃນລະຫວ່າງ ວັນທີ 10 ຫາ 14 ພຶດສະພາ 2026 ທີ່ຜ່ານມານີ້, ຄະນະກຳມະການວັດທະນະທຳ-ສັງຄົມ, ບັນດາເຜົ່າ ແລະ ສາສະໜາ ໄດ້ເຄື່ອນໄຫວລົງຕິດຕາມກວດ ການຈັດຕັ້ງປະຕິບັດ ການສ້າງຄວາມເຂັ້ມແຂງຄວາມສະເໝີພາບ ຍິງ-ຊາຍ ຢູ່ບ້ານ ວັງອໍ້, ບ້ານບວມຜາແສງ ແລະ ບ້ານໜອງຟາແດດ ເມືອງປາກແຊງ ແຂວງຫຼວງພະບາງ ໂດຍການເປັນປະທານຮ່ວມຂອງທ່ານ ອານຸສັກ ພອນສະຫວັນ ຄະນະປະຈຳ, ປະທານຄະນະກຳມະການວັດທະນະທຳ-ສັງຄົມ, ບັນດາເຜົ່າ ແລະ ສາສະໜາ ແລະ ທ່ານ ປອ ສົມໃຈ ຢາທໍ່ຕູ້ ຄະນະປະຈຳ, ຫົວໜ້າຫ້ອງວ່າການສະພາປະຊາຊົນແຂວງ ພ້ອມດ້ວຍຄະນະ ຈຳນວນ 10 ທ່ານ.

ການເຄື່ອນໄຫວຂອງຄະນະກຳມະການໃນຄັ້ງນີ້ ກໍ່ເພື່ອເປັນການຊຸກຍູ້ແລະ ເຊື້ອມຊືມໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າເຂົ້າໃຈເຖິງຄວາມໝາຍ, ຄວາມສຳຄັນ ຄວາມສະເໝີພາບ ຍິງ-ຊາຍ ໃຫ້ຫຼາຍຂຶ້ນ, ໃນໂອກາດທີ່ລົງໄປເຄື່ອນໄຫວວຽກງານໃນຄັ້ງນີ້, ທາງຄະນະ ກໍ່ໄດ້ຮັບຟັງການລາຍງານໂດຍຫຍໍ້ ຈາກອຳນາດການປົກຄອງບ້ານ ວັງອໍ້, ບ້ານບວມຜາແສງ ແລະ ບ້ານໜອງຟາແດດ ຕໍ່ກັບການເຄື່ອນໄຫວວຽກງານຄວາມສະເໝີພາບ ຍິງ-ຊາຍ ພາຍໃນບ້ານໃນໄລຍະຜ່ານ, ເຫັນວ່າທຸກບ້ານໄດ້ເອົາໃສ່ ເຫັນໄດ້ຄວາມສຳຄັນ ແລະ ໄດ້ຍົກສູງບົດບາດຍິງ-ຊາຍ ຢູ່ພາຍໃນບ້ານ ເຮັດໃຫ້ປະກົດການຫຍໍ້ທໍ້ ພາຍໃນບ້ານລຸດນ້ອຍຖ້ອຍລົງ, ຈາກນັ້ນ ປະທານກອງປະຊຸມກໍ່ໄດ້ມີການໂອລົມ ພ້ອມທັງເຊືອມຊືມບາງເນື້ອໃນຂອງລັດຖະທຳມະນູນແຫ່ງ ສປປ ລາວ (ສະບັບປັບປຸງ ປີ 2025), ກົດໝາຍ ວ່າດ້ວຍ ຄວາມສະເໝີພາບ ຍິງ-ຊາຍ ແລະ ເຜີຍແຜ່ມະຕິ ກອງປະຊຸມຄັ້ງປະຖົມມະລ ຂອງສະພາປະຊາຊົນແຂວງຫຼວງພະບາງ.

ຂຽນຂ່າວ: ເພັດສະໝອນ ທຳມຸງຄຸນ