(ສພຊ) – ຕອນສວາຍວັນທີ 26 ສິງຫານີ້, ສະຫາຍ ມອນໄຊ ລາວມົວຊົ່ງ ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ພ້ອມຄະນະ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ນຳເອົາກະຕ່າດອກໄມ້ ໄປອວຍພອນສະຖານທູດຫວຽດນາມປະຈຳລາວ ໃນໂອກາດວັນສະຖາປະນາ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ຄົບຮອບ 81 ປີ (02/9/1945-02/9/2026) ໂດຍການຕ້ອນຮັບຂອງສະຫາຍ ຫງວຽນ ມິ່ງ ເຕິ່ມ (Nguyễn Minh Tâm) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ.ຫວຽດນາມ ປະຈຳ ສປປລາວ.
ສະຫາຍ ມອນໄຊ ລາວມົວຊົ່ງ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ພັກ-ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ຍາດໄດ້ຜົນງານອັນໃຫຍ່ຫຼວງຕະຫຼອດໄລຍະ 81 ປີຜ່ານມາ ແລະ ຕີລາຄາສູງຕໍ່ສະຫາຍ ຫງວຽນ ມິ່ງ ເຕິ່ມ ທີ່ເປັນຂົວຕໍ່ສຳຄັນໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮອບມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ ໂດຍສະເພາະໃນຂົງເຂດວຽກງານນິຕິບັນຍັດຂອງສອງປະເທດ ທີ່ໄດ້ມີການພົວພັນຮ່ວມມືກັນລົງເລິກ ແລະ ມີໝາກຜົນດີຂຶ້ນເປັນກ້າວໆ; ພ້ອມນີ້, ຍັງໄດ້ຖືເອົາໂອກາດດັ່ງກ່າວ ອວຍພອນໃຫ້ທ່ານທູດ ພ້ອມດ້ວຍພະນັກງານພາຍໃນສະຖານທູດ ຈົ່ງມີສຸຂະພາບແຂງແຮງ, ມີພະລານາໄມສົມບູນ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານທຸກປະການ.
ສະຫາຍ ຫງວຽນ ມິ່ງ ເຕິ່ມ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຂອບໃຈຢ່າງສູງ ຕໍ່ຄະນະນຳຂອງສະພາແຫ່ງຊາດ ທີ່ມາອວຍພອນເນື່ອງໃນໂອກາດວັນຊາດຫວຽດນາມ ຄົບຮອບ 81 ປີ ເຊິ່ງສະແດງເຖິງການເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮອບມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ຫວຽດນາມ-ລາວ ທີ່ມີມູນເຊື່ອມາແຕ່ດົນນານແລ້ວນັ້ນ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ; ພ້ອມດຽວກັນ, ກໍອວຍພອນໃຫ້ຄະນະ ຈົ່ງມີສຸຂະພາບເຂັ້ມແຂງ, ມີຜົນສຳເລັດໃນໜ້າທີ່ວຽກງານທຸກປະການ ແລະ ອວຍພອນໃຫ້ສາຍພົວພັນຮ່ວມມືລະຫວ່າງ ຫວຽດນາມ-ລາວ, ລາວ-ຫວຽດນາມ ຈົ່ງໝັ້ນຄົງຂະນົງແກ່ນຊົ່ວກາລະນານ.
ຄປຈສພຊ ອວຍພອນວັນຊາດຫວຽດນາມ
