ຄປຈສພຊ ສະເໜີ 15 ມາດຕະການ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນທ້າຍປີ

ກ.ກ. 6, 2026

(ສພຊ) – ວາລະກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 6 ກໍລະກົດນີ້, ທ່ານ ວິໄລວົງ ບຸດດາຄຳ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ມີຄໍາເຫັນແນະນໍາຕໍ່ກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 6 ເດືອນທ້າຍປີ 2026 ໂດຍສະເໜີບາງມາດຕະການເພີ່ມຕື່ມດັ່ງນີ້:

1. ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃຫ້ມີການຂະຫຍາຍຕົວ, ມີຄຸນນະພາບ, ຮັກສາສະຖຽນລະພາບດ້ານການເງິນ-ເງິນຕາ ໃຫ້ມີຄວາມໜັກແໜ້ນ, ຕໍ່ເນື່ອງ, ຍືນຍົງ ແລະ ບັນລຸຕາມແຜນການ.
2. ຊຸກຍູ້ສົ່ງເສີມການລົງທຶນພາຍໃນ ແລະ ຕ່າງປະເທດ ໂດຍສະເພາະການຜະລິດກະສິກຳເພື່ອຮັບປະກັນການຄໍ້າປະກັນສະບຽງອາຫານ, ການປຸງແຕ່ງຜະລິດຕະພັນກະສິກໍາ ແລະ ອຸດສາຫະກຳເພື່ອທົດແທນການນໍາເຂົ້າ ໂດຍຫັນປ່ຽນຈາກແນວຄິດແບບເປັນແຕ່ລະໂຄງການ ມາສູ່ການຄິດແບບເປັນລະບົບທີ່ມີການເຊື່ອມໂຍງລະຫວ່າງການຜະລິດ, ການປຸງແຕ່ງ, ການຂົນສົ່ງ, ການຕະຫຼາດ ເຂົ້າກັນເປັນຕ້ອງໂສ້ມູນຄ່າທີ່ສາມາດສ້າງລາຍຮັບທີ່ຍືນຍົງໃຫ້ກັບປະຊາຊົນ ຕິດພັນກັບວາ ລະແຫ່ງຊາດວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໂດຍການສ້າງເສດຖະກິດຂຶ້ນມາຈາກຮາກຖານ, ສ່ວນການຂຸດຄົ້ນ ຫຼື ນໍາໃຊ້ຊັບພະຍາກອນທຳມະຊາດ ອາດບໍ່ຈຳເປັນໃຫ້ການຍົກເວັ້ນ ຫຼື ຜ່ອນຜັນໃດໆ; ສ້າງມູນຄ່າເພີ່ມເປັນສິນຄ້າສົ່ງອອກໃຫ້ມີຄວາມຫຼາກຫຼາຍ ແລະ ເພີ່ມຜົນຜະລິດທີ່ມີຄຸນນະພາບ, ຫຼຸດຜ່ອນການສົ່ງອອກວັດຖຸດິບກະສິກຳ, ແຮ່ທາດ, ການຂາຍໄຟໂດຍກົງຈາກໂຄງການໄປຕ່າງປະເທດ, ມີມາດຕະການປົກປ້ອງຜູ້ຜະລິດພາຍໃນທີ່ເໝາະສົມ ເພື່ອໃຫ້ເວລາແກ່ເຂົາເຈົ້າພັດທະນາຕົນເອງໃຫ້ເຂັ້ມແຂງ.
3. ພັດທະນາຂະແໜງການທີ່ເປັນທ່າແຮງ ເປັນຕົ້ນແມ່ນອຸດສາຫະກຳພະລັງງານໄຟຟ້າ ແລະ ບໍ່ແຮ່ ໃຫ້ກາຍເປັນເສົາຄໍ້າການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໂດຍສະເພາະການພັດທະນາພະລັງງານສະອາດ ເປັນມິດຕໍ່ສິ່ງແວດລ້ອມ ໃຫ້ກວມສ່ວນໃຫຍ່ ແລະ ພິຈາລະນາພະລັງງານຖ່ານຫີນຈໍານວນໜຶ່ງຢ່າງເລັ່ງດ່ວນ ຕາມຍຸດທະສາດຂອງຂະແໜງການ ເພື່ອຮັບປະກັນສະຖຽນລະພາບ ແລະ ການສະໜອງໄຟຟ້າລະດູແລ້ງໃຫ້ພຽງພໍ ແລະ ມີແຜນໃຫ້ກຸ້ມຕົນເອງໄດ້ພາຍໃນປີ 2030; ນໍາໃຊ້ທ່າແຮງຕ່າງໆ ເພື່ອໃຫ້ ສປປລາວ ກາຍເປັນສູນກາງການຄ້າພະລັງງານໃນຂົງເຂດພາກພື້ນ, ຊຸກຍູ້ກົນໄກການຄ້າລະຫວ່າງລະບົບສູ່ລະບົບ, ປັບປຸງອັດຕາພັນທະໄຟຟ້າທີ່ສົ່ງອອກຂາຍໃຫ້ຕ່າງປະເທດ ໃຫ້ມີຄວາມເໝາະສົມ, ສະໜອງພະລັງງານພາຍໃນໃຫ້ພຽງພໍ, ສ້າງລາຍຮັບເຂົ້າງົບປະມານໃຫ້ເພີ່ມຂຶ້ນ ໂດຍຢຸດຕິການຍົກເວັ້ນພາສີ-ອາກອນເກີນກວ່າທີ່ກົດໝາຍວ່າດ້ວຍສົ່ງເສີມການລົງທຶນ ໄດ້ກຳນົດໄວ້.
4. ຄຸ້ມຄອງ ແລະ ຕິດຕາມກວດກາຂະແໜງແຮ່ທາດໃຫ້ເຂັ້ມງວດເດັດຂາດ ໃນນັ້ນ, ກຳນົດເວລາພາຍໃນ 2-3 ປີ ໃຫ້ຢຸດຕິການສົ່ງອອກແຮ່ດິບ ເພື່ອກະຕຸ້ນໃຫ້ເກີດມີການກໍ່ສ້າງໂຮງງານຫຼອມ, ປຸງແຕ່ງພາຍໃນ; ສໍາລັບບາງແຮ່ທາດເຂັ້ມຂຸ້ນ ເຊັ່ນ: ຄໍາ, ທອງແດງ, ເງິນ ທີ່ເຮົາມີໂຮງຫຼອມແລ້ວ ຄວນຢຸດຕິເດັດຂາດສົ່ງອອກແຮ່ດິບ ຫຼື ແຮ່ເຂັ້ມຂຸ້ນດັ່ງກ່າວທັນທີ ພ້ອມທັງເປີດກວ້າງຮັບຕະຫຼາດໃໝ່ ເພື່ອປ້ອງກັນການຜູກຂາດດ້ານລາຄາສໍາລັບບາງແຮ່ທາດຍຸດທະສາດ, ດັດສົມໂຄງການຂຸດຄົ້ນແຮ່ຫາຍາກ, ປະຕິບັດມາດຕະການເດັດຂາດຕໍ່ໂຄງການແຮ່ທາດທີ່ຜ່ານການປະເມີນຈັດຢູ່ໃນລະດັບປະເພດ C ຫຼື C+ ຕາມມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 95/ສພຊ, ລົງວັນທີ 18 ກໍລະກົດ 2023 ແລະ 133/ສພຊ, ລົງວັນທີ 1 ກໍລະກົດ 2024 ໃຫ້ສໍາເລັດໃນປີ 2026. ຮີບຮ້ອນກໍານົດຄືນໃໝ່ປະເພດແຮ່ທາດທີ່ເປັນຍຸດທະສາດ ແລະ ແຮ່ທາດທົ່ວໄປ, ກໍານົດເຂດສະຫງວນ, ເຂດຫວງຫ້າມ, ເຂດທີ່ອະນຸຍາດໃຫ້ຂຸດຄົ້ນ ໃຫ້ຈະແຈ້ງ; ສໍາລັບໂຄງການຢູ່ໃນໄລຍະສຶກສາ ກ່ອນຈະກ້າວເຂົ້າສູ່ໄລຍະຂຸດຄົ້ນໃນຕໍ່ໜ້າ ໃຫ້ຄັດເລືອກເອົາໂຄງການທີ່ເຫັນວ່າຄົບທຸກເງື່ອນໄຂ, ເປັນມືອາຊີບ, ມີປະສົບການ, ທຶນຮອນ ແລະ ມີເຕັກນິກວິຊາການທີ່ສາມາດຢັ້ງຢືນໄດ້ ແລະ ມີກົນໄກໃນການຄຸ້ມຄອງການຂຸດຄົ້ນໄປຕາມການອອກແບບ ຫຼື ແຜນການທີ່ວາງໄວ້ ເພື່ອຮັບປະກັນຄວາມປອດໄພ ແລະ ຜົນປະໂຫຍດຂອງປະຊາຊົນ, ລັດ ແລະ ຜູ້ລົງທຶນ ໃຫ້ເໝາະສົມ.
5. ຈັດຕັ້ງປະຕິບັດແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມຂອງໂຄງການພັດທະນາຢ່າງເຂັ້ມງວດ ພ້ອມທັງປະເມີນຜົນແຜນການດັ່ງກ່າວຢ່າງເປັນປະຈຳ ເພື່ອຫຼີກລ່ຽງບັນຫາຜົນກະທົບຕໍ່ສິ່ງແວດລ້ອມທີ່ຈະເກີດຂຶ້ນໃນຕໍ່ໜ້າ; ຕິດ ຕາມ, ກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິບັດແຜນການປູກປ່າທົດແທນ ແລະ ການປົກປັກຮັກສາປ່າໄມ້ ຂອງໂຄງການລົງທຶນທີ່ໄດ້ຮັບອະນຸມັດໃຫ້ຫັນປ່ຽນທີ່ດິນປ່າໄມ້ ເພື່ອຮັບປະກັນເນື້ອທີ່ປ່າປົກຫຸ້ມໃຫ້ໄດ້ 65% ໃນປີ 2030 ທີ່ຂະແໜງການກະສິກຳ ແລະ ສິ່ງແວດລ້ອມ ສະເໜີ.
6. ຂະຫຍາຍຖານພາສີ-ອາກອນ ແລະ ຈັດເກັບລາຍຮັບໃຫ້ໄດ້ຕາມແຜນການ ຫຼື ລື່ນແຜນ ໂດຍນໍາໃຊ້ລະບົບອີເລັກໂຕຣນິກ (E-Tax Invoice, Tax Ris) ໃຫ້ກວມອັດຕາສ່ວນຫຼາຍໃນທົ່ວປະເທດ ເພື່ອເຊື່ອມຕໍ່ລະບົບໃບບິນຂອງກະຊວງການເງິນ ໃຫ້ເປັນເອກະພາບ; ສະກັດກັ້ນການຈັດເກັບອາກອນແບບຕໍ່ລອງມອບເໝົາ, ຈັດເກັບພາສີ-ອາກອນນໍ້າມັນເຊື້ອໄຟ, ພະລັງງານໄຟຟ້າ, ບໍ່ແຮ່, ການຂົນສົ່ງ, ຄ່າເຊົ່າ-ສຳປະທານ, ທຸລະກິດອີເລັກໂຕຣນິກ ແລະ ຂະແໜງບໍລິການຕ່າງໆ ໃຫ້ຄົບຖ້ວນຕາມກົດໝາຍ.
7. ຈັດສັນງົບປະມານຂອງລັດໃຫ້ໄດ້ຕາມແຜນການ ຄຽງຄູ່ກັບການຄົ້ນຄວ້າສ້າງແຜນການຊຳລະໜີ້ສິນຕ່າງປະເທດ ໃຫ້ມີແຫຼ່ງທຶນຊໍາລະທີ່ແນ່ນອນ, ໝັ້ນຄົງ ແລະ ຍືນຍົງ ໂດຍການນໍາໃຊ້ທ່າແຮງລາຍຮັບໄລຍະຍາວຈາກໂຄງການພະລັງງານໃນການເຈລະຈາປັບປຸງໂຄງສ້າງໜີ້ສິນ ແລະ ຫຼີກລ່ຽງການຂາຍຮຸ້ນ ຫຼື ຊັບສິນທີ່ຈະສ້າງລາຍຮັບໄລຍະຍາວແກ່ງົບປະມານແຫ່ງລັດ.
8. ຫຼຸດຜ່ອນການສະເໜີຂໍຍົກເວັ້ນ, ການຫຼຸດຜ່ອນພາສີ-ອາກອນ ໃນທຸກກິດຈະການ ຫຼື ການລົງທຶນທີ່ບໍ່ນອນໃນກິດຈະການສະເພາະທີ່ຕ້ອງການສົ່ງເສີມພິເສດ ແລະ ເພີ່ມທະວີຄວາມເຂັ້ມງວດໃນການຈັດຕັ້ງປະຕິບັດກົດໝາຍໃຫ້ມີຜົນສັກສິດ.
9. ປະຕິບັດນະໂຍບາຍຮັກສາສະຖຽນລະພາບດ້ານເງິນຕາ, ນໍາເຂົ້າເງິນຕາຈາກການລົງທຶນ ແລະ ການສົ່ງອອກສິນຄ້າຜ່ານລະບົບທະນາຄານ ໃຫ້ເພີ່ມຂຶ້ນ; ຂະຫຍາຍລະບົບຕະຫຼາດແລກປ່ຽນເງິນຕາຂອງລາວ (LFX); ຄຸ້ມຄອງລາຄາສິນຄ້າ ແລະ ບໍລິການ ໃຫ້ມີຄວາມກົມກຽວກັນໃນໄລຍະການຂຶ້ນ-ລົງຂອງລາຄານໍ້າມັນ, ອັດຕາແລກປ່ຽນ ແລະ ປັດໄຈອື່ນໆຈາກພາຍນອກ ໂດຍສະເພາະຕໍ່ກັບໝວດສິນຄ້າ ແລະ ບໍລິການພື້ນຖານທີ່ສົ່ງຜົນກະທົບຕໍ່ການດໍາລົງຊີວິດ.
10. ສຸມໃສ່ກໍ່ສ້າງ ແລະ ບູລະນະສ້ອມແປງທາງໃຫ້ໄດ້ມາດຕະຖານ ແລະ ສາມາດນໍາໃຊ້ໄດ້ປົກກະຕິ ໃຫ້ສົມຄູ່ກັບງົບປະມານການລົງທຶນ; ສືບຕໍ່ປະຕິບັດນະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງທາງໄລຍະໃໝ່ ຕາມມະຕິສະ ບັບເລກທີ 165/ສພຊ, ລົງວັນທີ 26 ມິຖຸນາ 2025 ໃຫ້ສໍາເລັດ ເພື່ອເຊື່ອມຕໍ່ເຂດຜະລິດ, ໂຮງງານປຸງແຕ່ງ, ການຂົນສົ່ງສິນຄ້າ, ການສັນຈອນຂອງປະຊາຊົນ ແລະ ການທ່ອງທ່ຽວ.
11. ທົບທວນຄືນ ແລະ ມີລະບົບກົນໄກໃນການສ້າງລາຍຮັບທາງກົງໃຫ້ແກ່ປະເທດຊາດ ຈາກການເປັນປະເທດເຊື່ອມຈອດເຊື່ອມໂຍງທີ່ມີທ່າບົກ ແລະ ເສັ້ນທາງເຊື່ອມຕໍ່ລະຫວ່າງປະເທດ.
12. ເອົາໃຈໃສ່ປະຕິບັດຄາດໝາຍທີ່ຍັງມີຄວາມຄືບໜ້າໜ້ອຍຂອງຂະແໜງການສຶກສາ ແລະ ສາທາລະນະສຸກ ໃຫ້ບັນລຸຕາມແຜນການ ເປັນຕົ້ນ: ການແກ້ໄຂບັນຫາການຂາດແຄນຄູ ແລະ ແພດຢູ່ຊົນນະບົດ, ການປະລະການຮຽນ, ຄຸນນະ ພາບຂອງຄູ ແລະ ນັກຮຽນ, ກະກຽມຄວາມພ້ອມດ້ານຕ່າງໆ ເພື່ອເປີດສົກຮຽນໃໝ່, ການປັບປຸງລະບົບການສຶກສາສາຍສາມັນ ຈາກ 5+4+3 ເປັນ 6+3+3; ອັດຕາເກີດລູກມີແພດຊ່ວຍ, ອັດຕາການໃຫ້ວັກຊີນກັນພະຍາດໃຫ້ເດັກລຸ່ມ 1 ປີ.
13. ປະຕິບັດຄາດໝາຍພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຕິດພັນກັບການກໍ່ສ້າງຮາກຖານການເມືອງໃຫ້ແຂງແຮງກວ່າເກົ່າ ຕາມຈຸດສຸມລັດຖະບານ ແລະ ທ້ອງຖິ່ນ, ສືບຕໍ່ສ້າງຕັ້ງຕາແສງໃຫ້ສໍາເລັດຕາມຄາດໝາຍ 617 ຕາແສງ ໃນກາງປີ 2027, ພ້ອມທັງສະໜອງງົບປະມານໃຫ້ພຽງພໍໃນການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານດັ່ງກ່າວ.
14. ເອົາໃຈໃສ່ການພັດທະນາຊັບພະຍາກອນມະນຸດ ໂດຍສະເພາະສາຂາວິຊາຮຽນ, ວິຊາຊີບ ໃຫ້ສອດຄ່ອງກັບທ່າອຽງຂອງຍຸກສະໄໝ ແລະ ໄປລວງດຽວກັບຍຸດທະສາດການພັດທະນາເສດຖະກິດ-ສັງຄົມ, ການຜະລິດ ແລະ ການບໍລິການ ເພື່ອຍົກສະມັດຖະພາບການຜະລິດໃຫ້ສູງຂຶ້ນ ດ້ວຍການປັບປຸງລະບົບການສຶກສາ, ພັດທະນາແຮງງານໃຫ້ມີທັກສະ, ພັດທະນາພື້ນຖານໂຄງລ່າງທີ່ມີຈຸດສຸມ, ປັບປຸງສູນພັດທະນາສີມືແຮງງານ ແລະ ໂຄງສ້າງຄ່າແຮງງານ ໃຫ້ມີຄວາມເໝາະສົມ ເພື່ອສະໜອງແຮງງານໃຫ້ພຽງພໍກັບຄວາມຕ້ອງການຂອງຕະຫຼາດແຮງງານພາຍໃນ ແລະ ຕ່າງປະເທດ.
15. ເອົາໃຈໃສ່ພັດທະນາ ແລະ ຂະຫຍາຍຜະລິດຕະພັນການທ່ອງທ່ຽວ ໃຫ້ເປັນທ່າແຮງລະດັບຊາດ, ອາຊຽນ, ພາກພື້ນ ແລະ ສາກົນ ໃນການສົ່ງເສີມ ແລະ ພັດທະນາການທ່ອງທ່ຽວແບບລະບົບນິເວດ, ຊຸມຊົນມີສ່ວນຮ່ວມ ນໍາໃຊ້ມໍລະດົກວັດທະນະທຳ, ບຸນປະເພນີ ຂອງຊາດ ແລະ ທ້ອງຖິ່ນ.