

ຄະນະ ໄດ້ເຄື່ອນໄຫວເຮັດວຽກຮ່ວມກັບ ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ, ສະມາຊິກ ສະພາປະຊາຊົນແຂວງວຽງຈັນ ແລະ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ເຊິ່ງໄດ້ຈັດກອງປະຊຸມຮ່ວມ ເພື່ອຮັບຟັງການລາຍງານ ຈາກຜູ້ປະກອບການຜະລິດກະສິກຳຕ່າງໆ ຢູ່ ນະຄອນຫຼວງວຽງຈັນ ແລະ ແຂວງວຽງຈັນ ພ້ອມທັງເຄື່ອນໄຫວຢ້ຽມຢາມໂຮງງານຜະລິດອາຫານສັດ ຄວາມຫວັງໃໝ່, ໂຮງງານຜະລິດອາຫານສັດ ກຣີນຟິດ ແລະ ໂຮງງານຜະລິດປຸ໋ຍ ອິນຊີ ຊີວະພາບ ຂອງບໍລິສັດ ເອເຊຍ ກະເສດອິນຊີ ຈໍາກັດ.

ພ້ອມດຽວກັນນີ້ ຄະນະ ຍັງໄດ້ສືບຕໍ່ເຄື່ອນໄຫວເຮັດວຽກ ຮ່ວມກັບສະມາຊິກສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ ປະຈຳເຂດເລືອກຕັ້ງທີ 4 ແຂວງອຸດົມໄຊ ໂດຍການຕ້ອນຮັບ ແລະ ເປັນປະທານຮ່ວມຂອງທ່ານ ຄຳດີ ວົງລ້ອມ ປະທານສະພາປະຊາຊົນແຂວງອຸດົມໄຊ ເພື່ອຮັບຟັງການລາຍງານ ຈາກພະແນກການກ່ຽວຂ້ອງ ແລະ ຜູ້ປະກອບການພາຍໃນແຂວງອຸດົມໄຊ ກ່ຽວກັບສະພາບການຜະລິດກະສິກຳ ແລະ ບັນຫາອື່ນໆ ພ້ອມທັງເຄື່ອນໄຫວຢ້ຽມຢາມ ພື້ນຖານການຜະລິດຈຳນວນໜຶ່ງ ເປັນຕົ້ນ ການປູກຜັກເຮືອນຮົ່ມ ຂອງກຸ່ມຜະລິດຜັກເປັນສິນຄ້າ ຢູ່ ບ້ານຫຼັກ 10, ໂຮງງານອົບສາລີ ຢູ່ບ້ານບໍ່, ຟາມລ້ຽງໝູ, ຟາມລ້ຽງເປັດ ແລະ ໄກ່ພັນໄຂ່ ແລະ ສູນສົ່ງເສີມເຕັກນິກ ກະສິກໍາ ແລະ ປ່າໄມ້ ນໍ້າຫີນ.

ໃນໂອກາດດັ່ງກ່າວ, ຄະນະ ໄດ້ເຂົ້າພົບທ່ານ ສົມຈິດ ປັນຍາສັກ ຮອງເຈົ້າແຂວງອຸດົມໄຊ ເພື່ອລາຍງານ ແລະ ປືກສາຫາລື ກ່ຽວກັບສະພາບການຜະລິດກະສິກຳ ພາຍໃນແຂວງ ແລະ ສະເໜີບາງບັນຫາ ເພື່ອແກ້ໄຂໃນຕໍ່ໜ້າ.