

ກອງປະຊຸມໄດ້ຮັບຟັງ ການລາຍງານຫຍໍ້ກ່ຽວກັບຜົນງານການເຄື່ອນໄຫວວຽກງານ, ພາລະບົດບາດ, ສິດ ແລະ ໜ້າທີ່ຂອງກອງບັນຊາການທະຫານອາກາດ ໃນໄລຍະຜ່ານມາ; ຮັບຟັງການສະເໜີເອກະສານກ່ຽວກັບທີ່ຕັ້ງ, ພາລະບົດບາດ, ສິດ ແລະ ໜ້າທີ່ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ແລະ ເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ II; ສະເໜີກ່ຽວກັບສະພາບຄວາມເປັນມາ, ທີ່ຕັ້ງ, ພາລະບົດບາດ, ສິດ ແລະ ໜ້າທີ່, ການຈັດຕັ້ງ ແລະ ການເຄື່ອນໄຫວຂອງກໍາມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສະພາແຫ່ງຊາດ; ການປະຕິບັດນະໂຍບາຍຕໍ່ພະນັກງານ-ນັກຮົບໃນກໍາລັງ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ປະຕິບັດໜ້າທີ່ຢູ່ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ແລະ ຮັບຟັງການໂອ້ລົມຕໍ່ກອງປະຊຸມຂອງທ່ານ ປະທານກໍາມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.

ນອກຈາກນີ້ ຄະນະ ຍັງຈະໄດ້ສືບຕໍ່ເຄື່ອນໄຫວພົບປະອ້າຍນ້ອງສອງກໍາລັງຈົນຮອດວັນທີ 18 ຕຸລາ 2022 ເຊິ່ງມີິພົບປະຢູ່ວິທະຍາຄານຕໍາຫຼວດປະຊົນ; ໂຮງຮຽນທິດສະດີການເມືອງ ປ້ອງກັນຄວາມສະຫງົບ; ກອງບັນຊາການຕໍາຫຼວດປ້ອງກັນທີ່ຕັ້ງ ແລະ ກອງບັນຊາການຕໍາຫຼວດປ້ອງກັນສູນກາງ.

(ພາບ ແລະ ຂ່າວ: ສອນສັກ ວັນວິໄຊ)