(ສພຊ) ເພື່ອຮັບຟັງການລາຍງານຂອງຄະນະຮັບຜິດຊອບກ່ຽວກັບການຄົ້ນຄວ້າ, ປັບປຸງ ແລະ ປະກອບຄໍາເຫັນໃສ່ຮ່າງຂໍ້ຕົກລົງຮ່ວມ ລະຫວ່າງກໍາມາທິການຍຸຕິທໍາ ສະພາແຫ່ງຊາດ ກັບສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ ໃນວັນທີ 4 ມັງກອນ 2023 ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ສີສູນທອນ ສ.ຜາບມີໄຊຍ໌ ຮອງປະທານກຳມາທິການຍຸຕິທຳ, ເຂົ້າຮ່ວມມີບັນດາທ່ານຕາງໜ້າຈາກສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ, ຄະນະກົມ, ຄະນະພະແນກ ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງ.

ກອງປະຊຸມ ໄດ້ຮັບຟັງການຄົ້ນຄວ້າ ແລະ ປະກອບຄໍາເຫັນໃສ່ຮ່າງຂໍ້ຕົກລົງຮ່ວມວ່າດ້ວຍການປະສານງານລະຫວ່າງກໍາມາທິການຍຸຕິທໍາ ກັບສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ; ຈາກນັ້ນ, ກອງປະຊຸມໄດ້ສັງລວມຜົນຂອງການຄົ້ນຄວ້າ ແລ້ວນຳໄປຄົ້ນຄວ້າ, ປັບປຸງ ເພື່ອຂໍ້ທິດຊີ້ນຳຄືນກັບພາກສ່ວນກ່ຽວຂ້ອງ.


(ພາບ ແລະ ຂ່າວ: ສອນສັກ ວັນວິໄຊ)