(ສພຊ) ໃນວັນທີ 22 ພຶດສະພາ 2023 ທີ່ສະພາແຫ່ງຊາດ, ກໍາມາທິການກົດໝາຍ ໄດ້ຈັດກອງປະຊຸມທາບທາມຄຳເຫັນໃສ່ຮ່າງກົດໝາຍ ຈຳນວນ 4 ສະບັບ ທີ່ຈະນຳເຂົ້າພິຈາລະນາຮັບຮອງໃນກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໂດຍການເປັນປະທານຂອງທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ, ປະທານກຳມາທິການກົດໝາຍ; ມີບັນດາທ່ານປະທານ-ຮອງປະທານກໍາມາທິການ ສະພາແຫ່ງຊາດ, ປະທານ-ຮອງປະທານສະພາປະຊາຊົນນະຄອນຫຼວງວຽງຈັນ, ບັນດາກະຊວງ, ອົງການຂັ້ນສູນກາງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີເປີດກອງປະຊຸມທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ໄດ້ກ່າວວ່າ: ຮ່າງກົດໝາຍ ຈໍານວນ 4 ສະບັບ ຄື: ຮ່າງກົດໝາຍວ່າດ້ວຍການປົກຄອງ, ຮ່າງກົດໝາຍວ່າດ້ວຍການຊົດເຊີຍຄ່າເສຍຫາຍຈາກລັດ, ຮ່າງກົດໝາຍວ່າດ້ວຍອາກອນທີ່ດິນ ແລະ ຮ່າງກົດໝາຍວ່າດ້ວຍການຈັດຫາງານ ທີ່ຈະນໍາເຂົ້າພິຈາລະນາຮັບຮອງໃນກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ນັ້ນ ເຊິ່ງເປັນຮ່າງກົດໝາຍທີ່ມີຄວາມຫຼໍ່ແຫຼມ, ລະອຽດອ່ອນ ທີ່ພົວພັນກັບສິດ ແລະ ຜົນປະໂຫຍດຂອງລັດ ແລະ ຂອງປະຊາຊົນໂດຍກົງ. ສະນັ້ນ, ເພື່ອຮັບປະກັນໃຫ້ບັນດາຮ່າງກົດໝາຍເຫຼົ່ານັ້ນ ໃຫ້ມີຄວາມສອດຄ່ອງ ແລະ ສາມາດຈັດຕັ້ງປະຕິບັດໄດ້ ໃນເມື່ອສະພາແຫ່ງຊາດ ໄດ້ພິຈາລະນາຮັບຮອງ ແລະ ປະທານປະເທດ ປະກາດໃຊ້ ຍ້ອນແນວນັ້ນ, ໃນວັນທີ 15 ພຶດສະພາ 2023 ຈຶ່ງໄດ້ຈັດກອງປະຊຸມຮ່ວມລະຫວ່າງ ຄະນະປະຈໍາສະພາແຫ່ງຊາດ ກັບ ຄະນະລັດຖະບານ ກອງປະຊຸມໄດ້ຕົກລົງໃຫ້ນໍາເອົາຮ່າງກົດໝາຍ ຈໍານວນ 4 ສະບັບ ທາບທາມຄໍາຄິດຄໍາເຫັນຄືນໃໝ່ ໂດຍໃຫ້ຈັດການທາບທາມຢູ່ສູນກາງ ແລະ ນຳໄປທາບທາມຄໍາເຫັນນໍາບັນດາທ່ານຄູອາຈານ ແລະ ນັກສຶກສາ ທີ່ຄະນະນິຕິສາດ ແລະ ລັດຖະສາດ; ສະນັ້ນ, ກໍາມາທິການກົດໝາຍ ຈຶ່ງໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ຈັດກອງປະຊຸມທາບທາມຄໍາເຫັນຢູ່ສະພາແຫ່ງຊາດ ໂດຍເຊີນບັນດາທ່ານຜູ້ຕາງໜ້າຈາກທຸກກະຊວງ, ອົງການ, ສະພາປະຊາຊົນນະຄອນຫຼວງວຽງຈັນ, ອົງການປົກຄອງນະຄອນຫຼວງວຽງຈັນ, ບັນດາທ່ານເຈົ້າເມືອງ, ຮອງເຈົ້າເມືອງ ໃນ 5 ຕົວເມືອງໃນເທສະບານນະຄອນຫຼວງວຽງຈັນ ແລະ ສືບຕໍ່ທາບທາມຄໍາເຫັນນໍາຜູ້ປະກອບການ ແລະ ພາກສ່ວນທຸລະກິດ ທີ່ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ ເພື່ອລະດົມການປະກອບຄໍາເຫັນໃສ່ຮ່າງກົດໝາຍ ຈໍານວນ 4 ສະບັບ ເປົ້າໝາຍເພື່ອກໍານົດເນື້ອໃນໃຫ້ມີຄວມຮັດກຸມ, ຈະແຈ້ງ, ສອດຄ່ອງກັບກົດໝາຍອື່ນ ແລະ ສາມາດນໍາເຂົ້າພິຈາລະນາຮັບຮອງໃນກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX.
