(ສພຊ) ໃນວັນທີ 7 ເມສາ 2023 ທີ່ສະພາແຫ່ງຊາດ ກໍາມາທິການກົດໝາຍ ໄດ້ຈັດກອງປະຊຸມທາບທາມຄໍາເຫັນໃສ່ ຮ່າງກົດໝາຍວ່າດ້ວຍເຍົາວະຊົນລາວ ທີ່ຈະ ນໍາເຂົ້າພິຈາລະນາຮັບຮອງໃນກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໂດຍການເປັນປະທານຂອງທ່ານ ສຈ. ປອ.ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ, ປະທານກຳມາທິການກົດໝາຍ; ມີບັນດາທ່ານປະທານ-ຮອງປະທານກໍາມາທິການ ສະພາແຫ່ງຊາດ, ປະທານ-ຮອງປະທານ ຄະນະສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ, ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.

ໃນພິທີເປີດກອງປະຊຸມ ທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ໄດ້ກ່າວວ່າ: ຮ່າງກົດໝາຍວ່າດວ້ຍເຍົາວະຊົນລາວ ເປັນຮ່າງກົດໝາຍສ້າງໃໝ່ ທີ່ມີຄວາມສໍາຄັນຫຼາຍ ຍ້ອນວ່າເຍົາວະຊົນລາວ ເປັນກໍາລັງສືບທອດຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ, ເປັນກໍາລັງສືບທອດຂອງຊາດ, ຂອງພັກ ແລະ ຂອງການປະຕິວັດປະເທດເຮົາ. ຮ່າງກົດໝາຍສະບັບນີ້ ຈະເປັນເອກະສານນິຕິກໍາພື້ນຖານສໍາລັບການປົກປ້ອງສິດ ແລະ ຜົນປະໂຫຍດຂອງເຍົາວະຊົນລາວ ແລະ ຮ່າງກົດໝາຍສະບັບນີ້ ມີການພົວພັນກັບບັນດາກົດໝາຍ ທີ່ໄດ້ປະກາດໃຊ້ແລ້ວ ສະນັ້ນ, ສະເໜີໃຫ້ບັນດາທ່ານຜູ້ເຂົ້າຮ່ວມກອງປະຊຸມ ພ້ອມກັນເປັນເຈົ້າການຄົ້ນຄວ້າ ແລະ ປະກອບຄວາມເຫັນໃສ່ເນື້ອໃນຮ່າງກົດໝາຍສະບັບນີ້ ໃຫ້ເລິກເຊິ່ງ ເຮັດໃຫ້ຮ່າງກົດໝາຍມີຄວາມຄົບຖ້ວນ, ຮັດກຸມ, ຈະແຈ້ງ ແລະ ເຂົ້າໃຈງ່າຍ ກ່ອນນໍາເຂົ້າພິຈາລະນາຮັບຮອງເອົາໃນກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ຈະໄຂຂຶ້ນໃນຕົ້ນເດືອນມິຖຸນາ 2023 ສໍາລັບຈຸດປະສົງ, ເນື້ອໃນ ແລະ ວິທີການຈັດຕັ້ງທາບທາມຄວາມເຫັນໃສ່ຮ່າງກົດໝາຍສະບັບນີ້ ໄດ້ແຈ້ງການແນະນໍາມາແລ້ວ ແລະ ໃຫ້ປະຕິບັດຕາມຕາຕະລາງດໍາເນີນກອງປະຊຸມຄັ້ງນີ້ ອີງຕາມແຜນການສ້າງ ແລະ ປັບປຸງກົດໝາຍ ປະຈຳປີ 2023 ຂອງຄະນະປະຈຳສະພາແຫ່ງຊາດ, ບັນດາຮ່າງກົດໝາຍ ທີ່ຈະນໍາເຂົ້າພິຈາລະນາໃນກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ມີທັງໝົດ 13 ສະບັບ ແຕ່ຜ່ານການກະກຽມຕົວຈິງ ລັດຖະບານ ສະເໜີເລື່ອນ ຮ່າງກົດໝາຍວ່າດ້ວຍແຮ່ທາດ (ສະບັບປັບປຸງ) ໄປໃສ່ກອງປະຊຸມສະພາແຫ່ງຊາດ ຄັ້ງຕໍ່ໄປ ຈຶ່ງເຮັດໃຫ້ຮ່າງກົດໝາຍຍັງເຫຼືອພຽງແຕ່ 12 ສະບັບ. ມື້ນີ ໄດ້ນໍາເອົາ ຮ່າງກົດໝາຍວ່າດ້ວຍເຍົາວະຊົນລາວ ອອກມາຈັດຕັ້ງທາບທາມຄວາມເຫັນກ່ອນ, ສ່ວນຮ່າງກົດໝາຍ ຈຳນວນ 11 ສະບັບນັ້ນ ຈະສືບ ຕໍ່ຈັດຕັ້ງທາບທາມຄວາມເຫັນໃນຄັ້ງຕໍ່ໄປ ແລະ ຈະມີການແນະນໍາລະອຽດຕື່ມ ພາຍຫຼັງກອງປະຊຸມທາບທາມຄັ້ງນີ້.


(ພາບ ແລະ ຂ່າວ: ສອນສັກ ວັນວິໄຊ)