ກໍາມາທິການກົດໝາຍ ຕິດຕາມກວດກາ, ເຜີຍແຜ່ກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ຢູ່ແຂວງຜົ້ງສາລີ

ມ.ກ. 9, 2023 | SlideMobile

(ສພຊ) ເພື່ອເປັນການຕິດຕາມກວດກາ ການຈັດຕັ້ງປະຕິບັດກົດໝາຍ ຂອງພະແນກ, ອົງການຂັ້ນແຂວງ ພາຍຫລັງກົດໝາຍ ໄດ້ຮັບການປະກາດໃຊ້ແລ້ວ ແລະ ການເຜີຍແຜ່ກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍຂອງສະພາແຫ່ງຊາດແນໃສ່ສ້າງສະຕິເຄົາລົບ, ປະຕິບັດລັດຖະທໍາມະນູນ ແລະ ກົດໝາຍໃນສັງຄົມໃຫ້ນັບມື້ສູງຂຶ້ນ, ປະກອບສ່ວນເຮັດໃຫ້ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ ແລະ ສັງລວມເປັນຂໍ້ມູນລາຍງານໃຫ້ຄະນະປະຈໍາສະພາແຫ່ງຊາດ ໃນວັນທີ 9 ມັງກອນ 2023 ທີ່ຫ້ອງປະຊຸມສະພາປະຊາຊົນແຂວງຜົ້ງສາລີ ທ່ານ ອໍາໄພ ຈິດມານົນ ຮອງປະທານກໍາມາທິການກົດໝາຍ ສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ຕິດຕາມກວດກາການຈັດຕັ້ງປະຕິບັດກົດໝາຍ ແລະ ເຜີຍແຜ່ ກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍຂອງສະພາແຫ່ງຊາດ ໂດຍການຕ້ອນຮັບຂອງທ່ານ ສົມຈິດ ຫັບລາກອນ ຮອງປະທານສະພາປະຊາຊົນແຂວງຜົ້ງສາລີ, ມີທ່ານ ຄໍາເຫຼັກ ໃຈອິສານ ຮອງເຈົ້າແຂວງຜົ້ງສາລີ, ບັນດາທ່ານຕາງໜ້າຈາກພະແນກ, ອົງການຈັດຕັ້ງອ້ອມຂ້າງແຂວງ ແລະ ແຂກຖືກເຊີນເຂົ້າຮ່ວມ.
​ ກອງປະຊຸມ ໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍທະບຽນຄອບຄົວ ຕາງໜ້າຫົວໜ້າພະແນກພາຍໃນແຂວງ; ການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຈະລາຈອນທາງບົກ ຕາງໜ້າຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ; ກົດໝາຍວ່າດ້ວຍການປະຕິບັດຄໍາຕັດສິນຂອງສານ ຕາງໜ້າຫົວໜ້າພະແນກຍຸຕິທໍາແຂວງ; ກົດໝາຍວ່າດ້ວຍການລົງທຶນຂອງລັດ ຕາງໜ້າຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ; ກົດໝາຍວ່າດ້ວຍຢາເສບຕິດ ຕາງໜ້າຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງ; ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ຕາງໜ້າປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ແລະ ຮັບຟັງການເຜີຍແຜ່ກົດໝາຍວ່າດ້ວຍການຕິດຕາມກວດກາຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ; ມະຕິຄະນະປະຈໍາສະພາແຫ່ງຊາດວ່າດ້ວຍການໂຄສະນາເຜີຍແຜ່ລັດຖະທໍາມະນູນ, ກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍຂອງສະພາແຫ່ງຊາດ; ມະຕິຄະນະປະຈໍາສະພາແຫ່ງຊາດວ່າດ້ວຍການຕີຄວາມໝາຍ ແລະ ອະທິບາຍກົດໝາຍ; ມະຕິຄະນະປະຈໍາສະພາແຫ່ງຊາດວ່າດ່ວຍການຕິດຕາມກວດກາ ການຜັນຂະຫຍາຍມາດຕາຂອງກົດໝາຍທີ່ກໍານົດໃຫ້ອອກເປັນນິຕິກໍາໃຕ້ກົດໝາຍ; ມະຕິຄະນະປະຈໍາສະພາແຫ່ງຊາດວ່າດ້ວຍການຕິດຕາມກວດກາການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ ຈາກທ່ານຮອງປະທານກໍາມາທິການກົດໝາຍສະພາແຫ່ງຊາດ. ຈາກນັ້ນ, ຜູ້ແທນກອງປະຊຸມ ໄດ້ສົນທະນາ, ຜັດປ່ຽນກັນປະກອບຄໍາຄິດຄໍາເຫັນ ເພື່ອຖອດຖອນແລກປ່ຽນບົດຮຽນ ແລະ ສະເໜີບັນຫາຕ່າງໆທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດກົດໝາຍກ່ຽວກັບພາລະບົດບາດ, ສິດ ແລະ ໜ້າທີ່ຂອງພະແນກ ແລະ ອົງການຂອງຕົນ.
ນອກຈາກນີ້ ໃນວັນທີ 10 ມັງກອນ 2023 ຄະນະ ຍັງຈະສືບຕໍ່ເຄື່ອນໄຫວຕິດຕາມກວດກາຢູ່ເມືອງຍອດອູ ແຂວງຜົ້ງສາລີ ເພື່ອຮັບຟັງການລາຍງານສະພາບການພັດທະນາເສດຖະກິດ-ສັງຄົມຂອງເມືອງ ໂດຍສັງເຂບ ແລະ ໂອ້ລົມຕໍ່ອໍານາດການປົກຄອງເມືອງຍອດອູ.
(ພາບ ແລະ ຂ່າວ: ສອນສັກ ວັນວິໄຊ)