



ຄະນະຮັບຜິດຊອບໄດ້ຜ່ານຮ່າງບົດສະຫລຸບປະຈໍາເດືອນ ກຸມພາ-ມີນາ ແລະ ທິດທາງແຜນການປະຈໍາ ເດືອນ ເມສາ ປີ 2023, ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບບັນຊີ ແລະ ຄັງເງິນ ກອງທຶນ 3 ອົງການຈັດຕັ້ງມະຫາຊົນ ແລະ ແຈ້ງການຂອງສະຫະພັນກໍາມະບານແຂວງ, ເລກທີ 237/ສກຂ, ວ່າດ້ວຍການ ເກັບກໍາຂໍ້ມູນສະຖິຕິສະມາຊິກກໍາມະບານ, ເກັບເງິນບໍາລຸງ, ເງິນກອງທຶນປະຈໍາ 6 ເດືອນຕົ້ນປີ ແລະ 6 ເດືອນທ້າຍປີ 2023 ຂອງສະມາຊິກກໍາມະບານໃນຂອບເຂດທົ່ວແຂວງອຸດົມໄຊ. ພ້ອມນັ້ນ, ບັນດາສະຫາຍສະມາຊິກກຳມະບານ ໄດ້ປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ຕໍ່ຮ່າງບົດສະຫຼຸບ, ເພື່ອເຮັດໃຫ້ມີເນື້ອໃນຄົບຖ້ວມ, ສົມບູນ, ຖືກຕ້ອງຕາມແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ.


ຫລັງຈາກນັ້ນ, ສະຫາຍ ຄໍາດີ ວົງລ້ອມ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ໄດ້ມີຄໍາເຫັນຕໍ່ການນໍາພາ-ຊີ້ນໍາ ການຈັດຕັ້ງປະຕິບັດວຽກງານຂອງສະພາປະຊາຊົນແຂວງອຸດົມໄຊ ໃນໄລຍະ 2 ປີກວ່າ, ເຊິ່ງສະພາປະຊາຊົນແຂວງ ໄດ້ປະຕິບັດສິດ ແລະ ໜ້າທີ່ຂອງຕົນຢ່າງຕັ້ງໜ້າ ຕາມກົດໝາຍກໍານົດ, ເຮັດສໍາເລັດວຽກງານຫຼາຍດ້ານຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້ ໃນຖານະທີ່ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າໃນທົ່ວແຂວງອຸດົມໄຊ, ພ້ອມທັງເນັ້ນໜັກໃຫ້ພະນັກງານ-ລັດຖະກອນພາຍໃນສະພາປະຊາຊົນແຂວງ ສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດ, ເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ກົດໝາຍ, ມະຕິ, ຄໍາສັ່ງ ແລະ ເອກະສານຕ່າງໆ, ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ໜັກແໜ້ນ, ຕີຖອຍແນວຄິດປຽບທຽບຊັງຊາ; ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານວິຊາສະເພາະທີ່ຕົນຮັບຜິດຊອບໃຫ້ດີຂຶ້ນກວ່າເກົ່າ, ເປັນເຈົ້າການໃນການຈັດຕັ້ງປະຕິບັດກົດໝາຍ ແລະ ລະບຽບການຕ່າງໆ.


