loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

   ກົມສື່ມວນຊົນ ສະພາແຫ່ງຊາດ ເຄື່ອນໄຫວເຝີກອົບຮົມ ທີ່ ສພຂ ແຂວງສະຫວັນນະເຂດ.

ກ.ພ. 5, 2022 | ຂ່າວສພຂ, ເຂດ 13 ສະ​ຫວັນນະເຂດ

 

ໃນຕອນເຊົ້າວັນທີ 5 ກຸມພາ 2022  ທີ່ຫ້ອງປະຊຸມສະພາປະຊາຊົນແຂວງສະຫວັນນະເຂດ (ສພຂ.ສຂ) ກົມສື່ມວນຊົນ ສະພາແຫ່ງຊາດ (ສພຊ) ໄດ້ເຄື່ອນໄຫວຈັດຕັ້ງການເຝິກອົບຮົມຍຸດທະສາດໃໝ່ແຫ່ງການກະຈາຍຂໍ້ມູນ-ຂ່າວສານຜ່ານລະບົບແອັບພິເຄຊັນຂອງມືຖື(LAONA) ໃຫ້ແກ່ຄະນະເລຂາທິການ ແລະ ພະນັກງານວິຊາການ ສະພາປະຊາຊົນແຂວງສະຫວັນນະເຂດນຳໂດຍ ທ່ານ ຂັນທະວີ ວົງພະຈັນ ຮອງຫົວໜ້າກົມສື່ມວນຊົນ ສພຊພ້ອມຄະນະ, ເຊິ່ງໃຫ້ກຽດຕ້ອນຮັບຂອງ ທ່ານ ບົວລົມ ອິນທີທະວົງ ຮອງເລຂາທິການ ສພຂ, ມີບັນດາທ່ານຫົວໜ້າຂະແໜງ ແລະ ພະນັກງານ-ລັດຖະກອນ ຈາກບັນດາຂະແໜງ ຈາກ 03 ຄະນະກໍາມະການ ເຂົ້າຮ່ວມ.

ກອງປະຊຸມອົບຮົມຄັ້ງນີ້ ໄດ້ດຳເນີນເປັນເວລາ 01 ຄາບ ໂດຍໄດ້ຮັບຟັງຄຳແນະນຳ, ຂັ້ນຕອນ ໃນການເຂົ້າລະຫັດຂອງ ສພຂ ໃນເວັບໄຊ໌ຂອງສະພາແຫ່ງຊາດ ແລະ ວິທີການນໍາເອົາຮູບພາບ,ເນື້ອໃນຂອງຂ່າວ, ການແກ້ໄຂຂ່າວ ທີ່ລົງໃນເວັບໄຊ໌ຂອງສະພາແຫ່ງຊາດ (ສພຊ). ພ້ອມທັງຮຽນຮູ້ວິການການຕັ້ງແອັບພິເຄຊັນຜ່ານລະບົບມືຖື (LAONA) ທີ່ສາມາດລຶ້ງກັນກັບ ເວັບໄຊ໌

www.na.gov.la ຂອງ ສພຊ.ພ້ອມກັນນັ້ນ, ນັກສໍາມະນາກອນທີ່ເຂົ້າຮ່ວມຊຸດຝຶກອົບຮົມ ຍັງໄດ້ພ້ອມກັນເຊີດຊູຄວາມຮັບຜິດຊອບສູງ, ໂດຍໄດ້ສຸມໃສ່ຮຽນຮູ້, ສົນທະນາແລກປ່ຽນ,ຖອດຖອນບົດຮຽນ ເຊິ່ງກັນ ແລະ ກັນດ້ວຍບັນຍາການທີ່ຄຶກຄື້ນ, ແນໃສ່ເຮັດໃຫ້ການກະຈາຍ ຂໍ້ມູນຂ່າວສານ ການເຄື່ອນໄຫວຂອງສະພາປະຊາຊົນແຂວງ ໃນຕໍ່ໜ້າໄດ້ຮັບການພັດທະນາວ່ອງໄວຂຶ້ນຕື່ມອີກ.