


ໂອກາດດຽວກັນ, ບັນດາກໍາມາທິການພາຍໃນສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ, ບັນດາກະຊວງ ແລະ ອົງການຈໍານວນໜຶ່ງ ກໍສືບຕໍ່ພົບປະເຮັດວຽກຮ່ວມກັນ ເພື່ອຮ່ວມກັນຕີລາຄາຄືນການພົວພັນ ຮ່ວມມືໃນໄລຍະຜ່ານມາ ແລະ ກໍານົດທິດທາງໃນຕໍ່ໜ້າ ພ້ອມທັງແລກປ່ຽນບົດຮຽນ ໃນການປະຕິບັດພາລະບົດບາດ ແລະ ໜ້າທີ່ຂອງຕົນ ເປັນຕົ້ນແມ່ນ ສອງປະທານກໍາມາທິການການຕ່າງປະເທດ, ສອງປະທານກໍາມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ກໍາມາທິການບັນດາເຜົ່າຂອງສະພາແຫ່ງຊາດລາວ ແລະ ປະທານສະພາຊົນຊາດ ຂອງສະພາແຫ່ງຊາດຫວຽດນາມ, ຄະນະເລຂາທິການສະພາແຫ່ງຊາດລາວ ແລະ ຫົວໜ້າຫ້ອງວ່າການສະພາແຫ່ງຊາດຫວຽດນາມ, ສະພາປະຊາຊົນນະຄອນຫລວງວຽງຈັນ ແລະ ສະພາປະຊາຊົນນະຄອນຫລວງຮ່າໂນ້ຍ, ສະພາປະຊາຊົນແຂວງຫົວພັນ ແລະ ສະພາປະຊາຊົນແຂວງເຊິນລາ, ສະພາປະຊາຊົນແຂວງສະຫວັນນະເຂດ ແລະ ສະພາປະຊາຊົນແຂວງກວາງຈິ, ສູນກາງແນວລາວສ້າງຊາດ ແລະ ສູນກາງແນວໂຮມແຫ່ງຊາດຫວຽດນາມ.


