(ສພຊ) ຕອນເຊົ້າວັນທີ 29 ທັນວາ 2022 ທີ່ຫ້ອງປະຊຸມໃຫຍ່ຂອງສະພາແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍການເປັນປະທານກອງປະຊຸມຂອງທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ, ເຂົ້າຮ່ວມມີບັນດາທ່ານຄະນະປະທານກອງປະຊຸມ, ບັນດາທ່ານລັດຖະມົນຕີ-ຮອງລັດຖະມົນຕີທີ່ກ່ຽວຂ້ອງ ພ້ອມດ້ວຍບັນດາທ່ານສະມາຊິກສະພາແຫ່ງຊາດ ຈາກ 18 ເຂດເລືອກຕັ້ງທົ່ວປະເທດ.
![](https://na.gov.la/wp-content/uploads/2022/12/322710157_671201041368531_40121888084381674_n.jpg)
ທ່ານ ດຣ. ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ລາຍງານກ່ຽວກັບການປັບປຸງກົດໝາຍວ່າດ້ວຍການກັນ ແລະ ຄວບຄຸມພະຍາດຕິດຕໍ່ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX. ຈາກນັ້ນ, ປະທານກອງປະຊຸມ ສະເໜີບັນດາທ່ານ ສະມາຊິກສະພາແຫ່ງຊາດ ປະກອບຄໍາເຫັນໃສ່ຮ່າງກົດໝາຍວ່າດ້ວຍການກັນ ແລະ ຄວບຄຸມພະຍາດຕິດຕໍ່ ຢ່າງມີຈຸດສຸມ, ມີເຫດມີຜົນ ແລະ ກົງໄປກົງມາ. ຫຼັງຈາກນັ້ນ, ຄະນະຮັບຜິດຊອບຮ່າງກົດໝາຍດັ່ງກ່າວ ໄດ້ຊີ້ແຈງກັບທີ່.
![](https://na.gov.la/wp-content/uploads/2022/12/322392204_737772837286424_2121368823128209389_n.jpg)
ປະທານກອງປະຊຸມ ໄດ້ສະຫຼຸບສັງລວມຄໍາເຫັນຂອງກອງປະຊຸມ ແລະ ສະເໜີບັນດາທ່ານ ສະມາຊິກສະພາແຫ່ງຊາດ ລົງຄະແນນສຽງຮັບຮອງເອົາກົດໝາຍວ່າດ້ວຍການກັນ ແລະ ຄວບຄຸມພະຍາດຕິດຕໍ່ ເຊິ່ງຜົນການລົງຄະແນນສຽງ ລວມຈໍານວນສະມາຊິກສະພາແຫ່ງຊາດທີ່ເຂົ້າຮ່ວມ 145 ທ່ານ, ເຫັນດີ 141 ທ່ານ, ບໍ່ເຫັນດີ 2 ທ່ານ ແລະ ບໍ່ອອກສຽງ 0 ທ່ານ.![]()
![](https://na.gov.la/wp-content/uploads/2022/12/WhatsApp-Image-2022-12-29-at-09.55.03.jpeg)