(ສພຊ) – ຕອນບ່າຍວັນອັງຄານທີ 27 ພຶດສະພານີ້, ກົມສື່ມວນຊົນ ແລະ ຫ້ອງການຄຸ້ມຄອງຫໍສະພາແຫ່ງຊາດ, ຄະນະເລຂາທິການສະພາແຫ່ງຊາດ ໄດ້ຕ້ອນຮັບ ແລະ ນຳພາກຸ່ມນັກທຸລະກິດຕ່າງປະເທດ ຈຳນວນ 7 ທ່ານ ເຊິ່ງນຳໂດຍທ່ານ ຄໍາປະສິດ ເທບວົງສາ ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 16 ແຂວງເຊກອງ ຢ້ຽມຊົມຫ້ອງມູນເຊື້ອ ແລະ ຫ້ອງປະຊຸມໃຫຍ່ສະພາແຫ່ງຊາດ.

ການມາຢ້ຽມຊົມໃນຄັ້ງນີ້, ໄດ້ຮັບຟັງການບັນລະຍາຍໂດຍຫຍໍ້ເຫດການຕ່າງໆໃນປະຫວັດສາດ, ຢ້ຽມຊົມການວາງສະແດງຮູບພາບ ແລະ ວັດຖຸພັນຕ່າງໆ, ຊົມຮູບເງົາປະຫວັດຄວາມເປັນມາຂອງສະພາປະຊາຊົນສູງສຸດ ຊຸດທີ I ເຖິງ ສະພາແຫ່ງຊາດຊຸດປັດຈຸບັນ (ຊຸດທີ IX) ແລະ ຢ້ຽມຊົມຫ້ອງປະຊຸມໃຫຍ່ຂອງສະພາແຫ່ງຊາດ ເຊິ່ງເຮັດໃຫ້ນັກທຸລະກິດຕ່າງປະເທດ ມີຄວາມຮັບຮູ້ເຂົ້າໃຈກ່ຽວກັບພາລະບົດບາດ, ສິດ ແລະ ໜ້າທີ່ຂອງອົງການນິຕິບັນຍັດ ສປປລາວ ຫຼາຍຂຶ້ນ.

(ສອນສັກ ວັນວິໄຊ)