ກິນຢູ່ບໍ່ໃຫ້ເດືອດຮ້ອນ

ມ.ຖ. 17, 2023 | SlideMobile, ຂ່າວເດັ່ນ

ດັ້ນກີບເມກ

ຜູ້ຂຽນຄິດວ່າ: ໃນຍຸກເສດຖະກິດແບບທີ່ພວກເຮົາພົບພໍ້ໃນປັດຈຸບັນນີ້ ຖ້າໃຜກິນຢູ່ບໍ່ເປັນໃຊ້ຈ່າຍຟຸມເຟືອຍ ບໍ່ຮູ້ຈັກປັບປ່ຽນນິໄສ ຍ່ອມພົບກັບບັນຫາຊີວິດແນ່ນອນ, ບາງຄົນເຄີຍກິນເຄີຍໃຊ້ຫຼາຍ ປັບໂຕບໍ່ໄດ້ຈຶ່ງໄປຢືມເງິນມາຈ່າຍ ແຕ່ກຳລັງໃຊ້ຄືນບໍ່ມີ ພາໃຫ້ເກີດບັນຫາ ດັ່ງນັ້ນ, ກິນເປັນຢູ່ເປັນຊີວິດກໍຈະເປັນສຸກ, ຢ່າກິນຮ້ອນນອນທຸກ ໝາຍຄວາມວ່າຢືມເຂົາມາຈ່າຍກິນ, ຢືມເງິນມາປຸກເຮືອນ ເວລານອນກໍໄດ້ມືກ່າຍໜ້າຜາກຄິດເປັນທຸກ ຫາເງິນມາໄຊ້ເຈົ້າໜີ້.


ຖ້າບໍ່ຢາກເດືອດຮ້ອນ ຕ້ອງເຂົ້າໃຈໂລກ, ເຂົ້າໃຈເງິນ ທີ່ເປັນທັງມິດ ແລະ ສັດຕູ ຖ້າວ່າເຮົາມີເງິນອອມເກັບປະຢັດໄວ້ ເງິນກໍເປັນເພື່ອນທີ່ດີ ເກີດດອກອອກຜົນ ແຕ່ຖ້າວ່າເຮົາຢືມເງິນມາ ເງິນກໍຈະເປັນສັດຕູເຮົາ ຕ້ອງໄດ້ຊົດໄຊ້ແກ້ໄຂ, ເບິ່ງໂລກເບິ່ງຊີວິດໃຫ້ເປັນ ຕ້ອງເບິ່ງວ່າຈົນມື້ນີ້ເພື່ອລວຍມື້ໜ້າ ດີກວ່າລວຍມື້ນີ້ຈົນມື້ໜ້າ, ການໃຊ້ຊີວິດບໍ່ໃຫ້ເດືອດຮ້ອນ ຕໍ່ມາຕ້ອງກິນຢູ່ໃຊ້ຈ່າຍບໍ່ໃຫ້ເກີນລາຍໄດ້ ຄືຈົ່ງມີເງິນໃຊ້ ແຕ່ຢ່າໃຊ້ເງິນທີ່ຕົນມີເກີນລາຍໄດ້.

ການປະຢັດອົດອອມໃຊ້ຈ່າຍເງິນ ບໍ່ແມ່ນສິ່ງໜ້າລະອາຍ ແຕ່ການເປັນໜີ້, ເປັນຂີ້ປາກນິນທາສັງຄົມນັ້ນ ເປັນສິ່ງທີ່ໜ້າລະອາຍແກ່ໃຈ.

ການໃຊ້ຊີວິດຕ້ອງປັບປ່ຽນ ນອກຈາກມີລາຍໄດ້ຫຼັກເປັນເງິນເດືອນ ຍັງຕ້ອງມີລາຍໄດ້ສຳຮອງ ແລະ ລາຍໄດ້ເສີມ ຖ້າເຮັດໄດ້? ຖ້າປຽບເງິນຄືນໍ້າທີ່ໄຫຼເຂົ້າໄຫໂຕ່ງໄວ້ ເຮົາກໍສາມາດໄດ້ນໍ້າ (ເງິນ) ເຕັມໄຫ ຖ້າວ່າມີໄຫຼເຂົ້າເທື່ອລະນ້ອຍ, ເງິນນັ້ນ ສຳລັບບາງຄົນ ເວລາໄດ້ມາອາດຈະແຈ້ງປານເປີດໄຟໄວ້ເຫັນໝົດສູ່ບ່ອນ ແຕ່ເວລາໃຊ້ຈ່າຍເງິນໜີຈາກພໍປານປິດໄຟມືດແປດດ້ານ ດັ່ງນັ້ນ, ຊັບສິນສົມບັດມັນເພີ່ມພູນມັ່ງຄັ່ງຢູ່ນຳແຕ່ຜູ້ຮູ້ຈັກໃຊ້ຈ່າຍ, ສະແຫວງຫາອົດອອມ…

ການປັບປ່ຽນນິໄສພຶດຕິກຳບໍ່ໃຊ້ຈ່າຍເກີນລາຍໄດ້, ບໍ່ຕາມໃຈປາກ ບໍ່ຂີ້ຕາມຊ້າງ… ອາດເປັນວິທີນີ້ທໍ່ນັ້ນ ຈະຊ່ວຍຊີວິດເຮົາຍາມເສດຖະກິດຝືດເຄືອງ-ຢ່າລືມວ່າການປະຢັດ ບໍ່ແມ່ນສິ່ງໜ້າລະອາຍແກ່ໃຈດອກ ແຕ່ເປັນສິ່ງທີ່ມີກຽດຕ່າງຫາກ!