ກິດຈະກຳແຂ່ງຂັນບານເຕະມິດຕະພາບ

ຕ.ລ. 27, 2025

(ສພຊ) – ກິດຈະກຳແຂ່ງຂັນກິລາບານເຕະມິດຕະພາບ ລະຫວ່າງສອງຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ຂອງສະພາແຫ່ງຊາດ ແລະ ອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດຂຶ້ນເມື່ອວັນທີ 23 ຕຸລາຜ່ານມາ ທີ່ເດີນລ້ານຊ້າງອິນທາ, ນະຄອນຫຼວງວຽງຈັນ ນຳໂດຍສະຫາຍ ສົມບູນ ໂຄດໄຊ ເລຂາຄະນະບໍລິຫານງານຊາວໜຸ່ມສະພາແຫ່ງຊາດ ແລະ ສະຫາຍ ອຸດົມລິດ ຈັນທະຈັກ ເລຂາຄະນະບໍລິຫານງານຊາວໜຸ່ມອົງການໄອຍະການປະຊາຊົນສູງສຸດ, ມີຄະນະບໍລິຫານງານຊາວໜຸ່ມ, ພະນັກງານ ແລະ ນັກກິລາຂອງ 2 ພາກສ່ວນ ເຂົ້າຮ່ວມຢ່າງຫຼວງຫຼາຍ; ທັງນີ້, ກໍເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນການສະເຫຼີມສະຫຼອງ 3 ວັນປະຫວັດສາດຂອງຊາດ, ຂອງພັກ ໃຫ້ເປັນຂະບວນການຟົດຟື້ນ ແລະ ກວ້າງຂວາງ ທັງເສີມຂະຫຍາຍ ແລະ ຮັດແໜ້ນນ້ຳໃຈຄວາມສາມັກຄີຮັກແພງລະຫວ່າງສອງຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ.