(ສພຊ) – ຕອນແລງວັນສຸກທີ 10 ກໍລະກົດ 2026, ຫ້ອງວ່າການສະພາແຫ່ງຊາດ (ຫສຊ) ໄດ້ສ້າງກິດຈະກຳກິລາບານເຕະມິດຕະພາບ ຊາຍ-ຍິງ ຮ່ວມກັບ ທະນາຄານ ຮ່ວມພັດທະນາ ມະຫາຊົນ (JDB) ທີ່ເດີ່ນກິລາເຟີຣາຣີ, ບ້ານຮ່ອງແກ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ; ມີຜູ້ເຂົ້າຮ່ວມເບື້ອງ ຫສຊ ນໍາໂດຍທ່ານ ເຂັມພອນ ອາໂນໄທ ຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດ ທັງເປັນຫົວໜ້າອະນຸກຳມະການຂະບວນການ, ທ່ານ ວຽງແກ້ວ ວັນນະຈັກ ແລະ ທ່ານ ຄຳສະໄໝ ສຳມາວົງ ຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດ ພ້ອມດ້ວຍບັນດາຄະນະກົມ, ຄະນະພະແນກ ແລະ ເບື້ອງ JDB ມີທ່ານ ສາຄອນ ຍໍພັນໄຊ ຜູ້ອຳນວຍການ ພ້ອມດ້ວຍຮອງຜູ້ອຳນວຍການ, ພະແນກ ແລະ ໜ່ວຍງານບໍລິຫານຕ່າງໆ ຕະຫຼອດຮອດນັກກິລາຂອງທັງສອງຝ່າຍ ເຂົ້າຮ່ວມຢ່າງພ້ອມພຽງ ແລະ ຟົດຟື້ນ.
ການຈັດກິດຈະກຳໃນຄັ້ງນີ້ ມີຈຸດປະສົງເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ III ຂອງຄະນະພັກຮາກຖານຫ້ອງວ່າການສະພາແຫ່ງຊາດ ແລະ ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ V ຂອງອົງຄະນະພັກສະພາແຫ່ງຊາດ ທີ່ຈະໄດ້ດຳເນີນຂຶ້ນ, ທັງເປັນການຮັດແໜ້ນຄວາມສາມັກຄີ ແລະ ສ້າງສິ່ງອຳນວຍຄວາມສະດວກໃນການປະສານສົມທົບດ້ານວຽກງານວິຊາສະເພາະ ລະຫວ່າງຫ້ອງວ່າການສະພາແຫ່ງຊາດ ກັບ ທະນາຄານ ຮ່ວມພັດທະນາ ມະຫາຊົນ ໃຫ້ນັບມື້ມີຄວາມແໜ້ນແຟ້ນຍິ່ງໆຂຶ້ນ; ນອກຈາກນີ້, ຍັງເປັນການສົ່ງເສີມໃຫ້ພະນັກງານ-ລັດຖະກອນ ໄດ້ອອກກຳລັງກາຍເພື່ອສຸຂະພາບທີ່ແຂງແຮງ.
ພາຍຫຼັງສິ້ນສຸດການແຂ່ງຂັນກິລາ, ທັງສອງພາກສ່ວນ ກໍໄດ້ຮ່ວມພາເຂົ້າສາມັກຄີຢ່າງເປັນກັນເອງ ແລະ ອົບອຸ່ນ ເພື່ອເພີ່ມທະວີຄວາມສະໜິດສະໜົມຮັກແພງເຊິ່ງກັນແລະກັນຕື່ມອີກ.
ກິດຈະກຳບານເຕະ ຫສຊ – JDB
