ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ໂດຍ: ທິດດີ
       ຜ່ານມາເຄີຍມີຫລາຍຄັ້ງທີ່ຜູ້ຂຽນໄດ້ນັ່ງຟັງນັກບໍລິຫານ ຫລື ຫົວໜ້າບາງຄົນຜູ້ຖືເບົາຫລັກວິຊາການເວົ້າວ່າ ເຮັດແນວໃດກໍໄດ້ຂໍໃຫ້ວຽກແລ້ວ ເຊິ່ງເບິ່ງຄືວ່າເປັນຄຳເວົ້າຕາມໃຈ ຈຶ່ງພາໃຫ້ຄິດໄດ້ວ່າ ນັກບໍລິຫານບາງຄົນໄດ້ຕຳແໜ່ງຕາມອາຍຸການອາວຸໂສ ເຊິ່ງຕ່າງກັບບາງຄົນທີ່ໄດ້ມາດ້ວຍຄວາມຮູ້ຄວາມສາມາດ ແລະ ສ້າງຜົນງານເປັນທີ່ປາກົດແກ່ສາຍຕາບຸກຄົນ, ພະພຸດທະເຈົ້າສອນໄວ້ວ່າ: ກຳລັງຂອງບໍລິຫານນັ້ນ ມີ 4 ປະການ:
        ຜູ້ບໍລິຫານຕ້ອງມີປັນຍາຄວາມຮູ້ເປັນກຳລັງ ເພາະວ່າໜ່ວຍງານຈະສຳເລັດ ຫລື ລົ້ມເຫລວ ຕ້ອງໄດ້ອາໄສປັນຍາຂອງຜູ້ບໍລິຫານເປັນໂຕຕັດສິນ.
        ຜູ້ບໍລິຫານຕ້ອງມີຄວາມພຽນກ້າຫານ ເຊິ່ງໝາຍເຖິງກຳລັງໃຈນັ້ນເອງ ເພາະກຳລັງໃຈເຂັ້ມແຂງຍ່ອມສົ່ງເສີມໃຫ້ກຳລັງປັນຍາພົ້ນເດັ່ນ ບາງທີກໍພົວພັນກັບຄອບຄົວຄູ່ຊີວິດ ເພາະວ່າອະດີດໄດ້ພິສູດແລ້ວວ່າ ຄູ່ຊີວິດມີສ່ວນສຳຄັນຕໍ່ຄວາມສຳເລັດຂອງອີກຝ່າຍ ປຽບດັ່ງພະເວດສັນດອນ ທີ່ມີນາງ ມັດທີ ຢູ່ຄຽງກາຍຄອຍໃຫ້ກຳລັງໃຈ ເຖິງຈະຖືກຂັບໄລ່ອອກຈາກເມືອງ; ຄູ່ຊີວິດທີ່ແທ້ຈິງກໍຍ່ອມຮ່ວມສຸກ ແລະ ທຸກ ໄປພ້ອມກັນ.
         ກຳລັງແຫ່ງຄວາມບໍລິສຸດສະອາດໃນໜ້າທີ່ວຽກງານ ເປັນປັດໄຈສຳຄັນ ບໍ່ສາມາດເຮັດໃຫ້ລູກນ້ອງຕຳນິຕິຕຽນ ພາໃຫ້ຊື່ສຽງກຽດສັກສີເປັນທີ່ຍອມຮັບ ແຕ່ຖ້າວ່າຜູ້ບໍລິຫານຄົນໃດຫາກຂາດຄວາມບໍລິສຸດຍຸຕິທຳ, ບໍ່ປອດໃສໃນໜ້າວຽກແລ້ວ ກໍຈະມີຫາງສຽງທັນທີ.
        ກຳລັງແຫ່ງການສົງເຄາະ ຄືຜູ້ບໍລິການມີນໍ້າໃຈຊ່ວຍເຫລືອແບ່ງປັນແກ່ລູກນ້ອງ, ບໍ່ເປັນຄົນເຫັນແກ່ໄດ້ ຫລື ເຫັນແກ່ຜົນປະໂຫຍດຕົນຝ່າຍດຽວ ແຕ່ຕ້ອງເຫັນແກ່ສ່ວນລວມ.
ສັງລວມໄດ້ວ່າ: ກຳລັງຂອງຜູ້ບໍລິຫານ 4 ປະການນີ້ ຖ້າໃຜເຮັດໄດ້ກໍສາມາດເປັນປັດໄຈຍູ້ໜູນໃຫ້ໜ້າທີ່ວຽກງານຂອງເຂົາຜູ້ນັ້ນສູງສົ່ງຂຶ້ນ ແຕ່ຖ້າຂາດຄຸນສົມບັດດັ່ງກ່າວແລ້ວ ກໍຈະກາຍເປັນພຽງຜູ້ເຮັດໜ້າທີ່ຕາມລະບຽບປະເພນີ!.