

ການເຄື່ອນໄຫວຄັ້ງນີ້ ຍັງມີທ່ານ ນາງ ຈັນທະຄອນ ສີອຳພອນ ປະທານຄະນະກຳມະການວັດທະນະທຳສັງຄົມ ແລະ ບັນດາເຜົ່າ ສະພາປະຊາຊົນແຂວງວຽງຈັນ, ທ່ານ ສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງເຟືອງ ພ້ອມດ້ວຍຄະນະ; ຜ່ານການເຄື່ອນໄຫວເກັບກໍາຂໍ້ມູນ ເຫັນວ່າເປັນປະໂຫຍດ ແລະ ໄດ້ຕາມລະດັບຄາດໝາຍ ເປັນຕົ້ນ: ປະຊາຊົນ 16 ບ້ານທີ່ມາເຕົ້າໂຮມເປັນບ້ານຈັດສັນ ໄດ້ເຂົ້າເຖິງການບໍລິການພື້ນຖານຂອງລັດ, ໄດ້ເຂົ້າເຖິງຕະຫລາດ ແລະ ການພັດທະນາ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ໂດຍພື້ນຖານແມ່ນດີກວ່າເວລາທີ່ຍັງຢູ່ບ້ານເດີມ, ບັນຫາລະຫວ່າງເຜົ່າ ແລະ ສາສະໜາ ມີຄວາມສະຫງົບດີ ເປັນຕົ້ນ ແມ່ນ ປະຊາຊົນ 3 ຊົນເຜົ່າ ທີ່ເຊື່ອຖືສາສະໜາເຢຊູຄຣິດ, ຜູ້ເຊື່ອຖືສາສະໜາພຸດ ແລະ ຜູ້ເຊື່ອຖືບັນພະບູລຸດຢູ່ບ້ານຜາສັງແມ່ນຢູ່ພາຍໃຕ້ການຊີ້ນໍາ-ນໍາພາຂອງຄະນະພັກ ອໍານາດການປົກຄອງບ້ານ ແລະ ເຖົ້າແກ່ແນວໂຮມ ເຮັດໃຫ້ທັງ 3 ຊົນເຜົ່າ ແລະ 3 ຄວາມເຊື່ອຢູ່ບ້ານດັ່ງກ່າວ ມີຄວາມສະຫງົບ, ຖືກຕ້ອງປອງດອງ ແລະ ພ້ອມກັນພັດທະນາ.

ໂອກາດດັ່ງກ່າວ ຄະນະ ຍັງໄດ້ນໍາເອົາການຢື້ຢາມຖາມຂ່າວຂອງຄະນະນຳກຳມາທິການບັນດາເຜົ່າ ກໍຄືຂອງສະພາແຫ່ງຊາດ ຝາກເຖິງການຈັດຕັ້ງຕ່າງໆຂອງເມືອງ, ຄະນະນຳຂອງບ້ານ ເຖົ້າແກ່ແນວໂຮມ ທີ່ເສຍສະຫຼະຄວາມສຸກສ່ວນຕົວ ປະກອບສ່ວນເຫື່ອແຮງໃນການປະຕິບັດວຽກງານ ເຮັດໃຫ້ປະຊາຊົນມີຊີວິດທີ່ດີຂຶ້ນເທື່ອລະກ້າວຢ່າງໜັກແໜ້ນຕາມແນວທາງນະໂຍບາຍທີ່ພັກ-ລັດວາງອອກ ໃຫ້ນັບມື້ ນັບດີຂຶ້ນເທື່ອລະກ້າວ.