(ສພຊ) ເພື່ອຮັບປະກັນການຈັດຕັ້ງຜັນຂະຫຍາຍ ກົດໝາຍວ່າດ້ວຍການແກ້ໄຂຄຳຮ້ອງທຸກ (ສະບັບປັບປຸງ) ທີ່ຜ່ານການຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ຕາມຂອບເຂດຄວາມຮັບຜິດຊອບ ຂອງຄະນະປະຈຳສະພາແຫ່ງຊາດ ໃນການຮັບ ແລະ ພິຈາລະນາເອົາ ຄຳຮ້ອງຂໍຄວາມເປັນທຳ ທີ່ຍື່ນເຂົ້າມາສະພາແຫ່ງຊາດ; ຮັບປະກັນໃຫ້ມີເນື້ອໃນ ນິຕິກຳ ກ່ຽວກັບການຮັບເອົາ ແລະ ພິຈາລະນາຄຳຮ້ອງຂໍຄວາມເປັນທຳ ຂອງຄະນະປະຈຳສະພາແຫ່ງຊາດ ເປັນຕົ້ນ: ມະຕິຂອງຄະນະປະຈຳ ແລະ ຮ່າງຄູ່ມືການຮັບ ແລະ ພິຈາລະນາຄຳຮ້ອງຂໍຄວາມເປັນທຳ ມີຄວາມເປັນເອກະພາບ, ມີເນື້ອໃນຄົບຖ້ວນຕາມກົດໝາຍກຳນົດໄວ້. ລະຫວ່າງວັນທີ 29-30 ສິງຫາ 2022 ທີ່ເມືອງວັງວຽງ ແຂວງວຽງຈັນ ກຳມາທິການຍຸຕິທຳ ສະພາແຫ່ງຊາດ ໄດ້ຈັດກອງປະຊຸມວິຊາການ ກ່ຽວກັບການຮັບ ແລະ ພິຈາລະນາເອົາ ຄຳຮ້ອງຂໍຄວາມເປັນທຳ ຂອງຄະນະປະຈຳສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ, ທ່ານ ຄຳແພງ ວິລະພັນ ປະທານກຳມາທິການຍຸຕິທຳ, ທ່ານ ສີສູນທອນ ສ.ຜາບມີໄຊຍ໌ ຮອງປະທານກຳມາທິການຍຸຕິທຳ; ມີຫົວໜ້າ-ຮອງຫົວໜ້າກົມ, ຫົວໜ້າ-ຮອງຫົວໜ້າພະແນກ; ແຂກຖືກເຊີນ, ຕາງໜ້າຈາກບັນດາພາກສ່ວນພາຍໃນສະພາແຫ່ງຊາດ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມໄດ້ຮັບຟັງການລາຍງານ ການຈັດຕັ້ງປະຕິບັດມະຕິ ຂອງຄະນະປະຈຳຂອງສະພາແຫ່ງຊາດ ວ່າດ້ວຍການຮັບ ແລະ ພິຈາລະນາຄຳຮ້ອງຂໍຄວາມເປັນທຳ ຂອງຄະນະປະຈຳສະພາແຫ່ງຊາດ ສະບັບເລກທີ 132/ຄປຈ, ລົງວັນທີ 21 ສິງຫາ 2019 ໂດຍທ່ານ ນາງ ກັນທິນາ ປ້ານອິນຫວນ ຫົວໜ້າກົມຕິດຕາມກວດກາວຽກງານຍຸຕິທຳ ແລະ ການສະເໜີຮ່າງມະຕິຂອງຄະນະປະຈຳສະພາແຫ່ງຊາດ ວ່າດ້ວຍການຮັບ ແລະ ພິຈາລະນາຄຳຮ້ອງຂໍຄວາມເປັນທຳ ຂອງຄະນະປະຈຳສະພາແຫ່ງຊາດ (ສະບັບປັບປຸງ) ຕາມກົດໝາຍວ່າດ້ວຍການແກ້ໄຂຄຳຮ້ອງທຸກ;
ການສະເໜີຮ່າງຄູ່ມື ການຮັບ ແລະ ພິຈາລະນາຄຳຮ້ອງຂໍຄວາມເປັນທຳ ໂດຍທ່ານ ໄກມະນິນ ເທບບົວລີ ວ່າການຫົວໜ້າກົມຄຳຮ້ອງຂໍຄວາມເປັນທຳ ເຊິ່ງຄູ່ມືດັ່ງກ່າວ ທີ່ຜ່ານມາແມ່ນອົງການ ເຮວວິຕັດ ສະວິດ ເພື່ອການພັດທະນາ (HELVETAS) ໃຫ້ການສະໜັບສະໜູນ, ແຕ່ຜ່ານການປະຕິບັດຕົວຈິງ ຄູ່ມືວ່າດ້ວຍການຮັບ ແລະ ພິຈາລະນາຄຳຮ້ອງຂໍຄວາມເປັນທຳ ແມ່ນບໍ່ສາມາດຮ່າງສຳເລັດໄດ້ ຍ້ອນກົດໝາຍວ່າດ້ວຍການແກ້ໄຂຄຳຮ້ອງທຸກ ຫາກໍຖືກຮັບຮອງໃນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ຍັງບໍ່ທັນໄດ້ປັບປຸງມະຕິ ຂອງຄະນະປະຈຳຂອງສະພາແຫ່ງຊາດ ວ່າດ້ວຍການຮັບ ແລະ ພິຈາລະນາຄຳຮ້ອງຂໍຄວາມເປັນທຳ ຂອງຄະນະປະຈຳສະພາແຫ່ງຊາດ ສະບັບເລກທີ 132/ຄປຈ, ລົງວັນທີ 21 ສິງຫາ 2019 ກ່ຽວກັບການກວດກາ, ຄົ້ນຄວ້າ ແລະ ພິຈາລະນາຄຳຮ້ອງຂໍຄວາມເປັນທຳ; ຈາກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມ ກໍໄດ້ປະກອບຄໍາເຫັນໃສ່ບັນດາເນື້ອໃນຂອງກອງປະຊຸມຄັ້ງນີ້ ຢ່າງກົງໄປກົງມາ ເພື່ອຮັບປະກັນດ້ານເນື້ອໃນຂອງປື້ມຄູ່ມືໃຫ້ຮັດກຸມ, ຄົບຖ້ວນ, ສົມບູນ, ມີປະສິດທິພາບ ກ່ອນທີ່ຈະນຳມາໃຊ້ໃນວຽກງານຂອງກຳມາທິການ ແລະ ລົງເຜີຍແຜ່ໃຫ້ແຕ່ລະເຂດເລືອກຕັ້ງ.

ໂອກາດດັ່ງກ່າວ ທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ກໍໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມດັ່ງກ່າວ ເຊິ່ງທ່ານໄດ້ມອບໃຫ້ພາກສ່ວນທີ່ກ່ຽວຂ້ອງ ຄົ້ນຄວ້າຄືນ ຊື່ຂອງມະຕິ ໃຫ້ຖືກຕ້ອງ, ສອດຄ່ອງຕາມຫຼັກການຂອງການຂຽນ ໂດຍອີງໃສ່ການປະກອບຄຳເຫັນຂອງບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້; ດ້ານໂຄງປະກອບ ແລະ ເນື້ອໃນ ຂອງຮ່າງມະຕິ ໃຫ້ຄົ້ນຄວ້າ, ປັບປຸງ, ຮຽບຮຽງ ປະໂຫຍກຄຳສັບ ໃຫ້ມີເນື້ອໃນລະອຽດ, ຄົບຖ້ວນ, ຈະແຈ້ງ ແລະ ເຂົ້າໃຈງ່າຍ ໂດຍສະເພາະແມ່ນໃນ 12 ມາດຕາ ທີ່ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ປະກອບຄໍາເຫັນມາແລ້ວນັ້ນ ແລະ ມາດຕາອື່ນໆ ທີ່ເຫັນວ່າຍັງບໍ່ທັນສອດຄ່ອງກັບກົດໝາຍ ແລະ ລະບຽບການ; ບັນຫາຕ່າງໆທີ່ກອງປະຊຸມໄດ້ຍົກຂຶ້ນມາ ຂໍໃຫ້ຄະນະຮັບຜິດຊອບສັງລວມລະອຽດ ແລ້ວລາຍງານຂໍທິດຊີ້ນຳ ຄະນະປະຈຳສະພາແຫ່ງຊາດ ເພື່ອພິຈາລະນາຕົກລົງເປັນເອກະພາບ ໃນການຈັດຕັ້ງປະຕິບັດ.

(ພາບ ແລະ ຂ່າວ: ອານຸສອນ ພູມມີທອນ)