ການສ້າງຄວາມເຂັ້ມແຂງໃຫ້ຊາວໜຸ່ມເພື່ອການເຕີບໂຕແບບກວມລວມ

ມ.ຖ. 5, 2026

(ສພຊ) – ກອງປະຊຸມສະມາຊິກລັດຖະສະພາພາກພື້ນຂອງອົງການສະມາຊິກລັດຖະສະພາອາຊີ ເພື່ອສົ່ງເສີມວຽກງານປະຊາກອນ ແລະ ການພັດທະນາ (AFPPD): ການສ້າງຄວາມເຂັ້ມແຂງໃຫ້ຊາວໜຸ່ມເພື່ອການເຕີບໂຕແບບກວມລວມ ໄດ້ຈັດຂຶ້ນໃນວັນທີ 4 ມິຖຸນາ 2026 ທີ່ໂຮງແຮມຄຣາວພລາຊາ, ນະຄອນຫຼວງວຽງຈັນ ໂດຍການເປັນປະ ທານຮ່ວມຂອງທ່ານ ມອນໄຊ ລາວມົວຊົງ ຮອງປະທານສະພາແຫ່ງຊາດ, ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ປະ ທານກຳມາທິການວັດທະນາທຳ-ສັງຄົມ ແລະ ຊົນເຜົ່າ, ທ່ານ ດຣ. ອຸສໂມນອບ ຟາຣຸກ ຜູ້ອໍານວຍການບໍລິຫານຂອງ AFPPD, ທ່ານ ດຣ. ບາກຕີຢໍ ກາດິເຣິບ ຜູ້ຕາງໜ້າອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ປະຈໍາ ສປປລາວ ແລະ ທ່ານ ໂຄອິຊຶມິ ຊຶໂຕມຸ ເອກອັກຄະລັດຊະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ປະເທດຍີ່ປຸ່ນ ປະຈໍາ ສປປລາວ ເຊິ່ງມີທ່ານ ໂຢເກຊ໌ ກໍຈັນ ທາຄາລີ ສະມາຊິກລັດຖະສະພາປະເທດເນປານ, ປະທານຮ່ວມຄະນະກຳ ມະການປະຈຳ AFPPD ກ່ຽວກັບການລົງທຶນໃນຊາວໜຸ່ມ (ເຂົ້າຮ່ວມທາງອອນລາຍ), ບັນດາທ່ານຫົວໜ້າຄະນະຜູ້ແທນຈາກບັນດາປະເທດສະມາຊິກຂອງອົງການ (AFPPD) ແລະ ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ ພ້ອມດ້ວຍກອງເລ ຂາ ເຂົ້າຮ່ວມ.
ທ່ານ ມອນໄຊ ລາວມົວຊົງ ກ່າວວ່າ: ກອງປະຊຸມສະມາຊິກສະພາໜຸ່ມຂອງອົງການສະມາຊິກລັດຖະສະພາອາຊີ ເພື່ອສົ່ງເສີມວຽກງານປະຊາກອນ ແລະ ການພັດທະນາ ຄັ້ງນີ້ ມີຄວາມໝາຍຄວາມສຳຄັນເປັນຢ່າງ​ຍິ່ງ ແລະ ເປັນໂອກາດດີທີ່ບັນດາສະມາຊິກຂອງອົງການ AFPPD ຈະໄດ້ແລກປ່ຽນຄວາມຮູ້, ບົດຮຽນ, ປະສົບການ ກ່ຽວກັບການສ້າງຄວາມເຂັ້ມແຂງໃຫ້ຊາວໜຸ່ມເພື່ອການເຕີບໂຕແບບຮອບດ້ານ; ພ້ອມກັນປຶກສາຫາລືກ່ຽວກັບນະໂຍບາຍດ້ານການພັດທະນາ ກໍຄືການລົງທຶນໃສ່ຊາວໜຸ່ມ, ສະຫວັດດີການສັງຄົມທີ່ດີ, ການເສີມສ້າງຄວາມອາດສາມາດຂອງສະມາຊິກລັດຖະສະພາໜຸ່ມໃນການສົ່ງເສີມການສ້າງຄວາມເຂັ້ມແຂງໃຫ້ແກ່ຊາວໜຸ່ມ, ການມີີສ່ວນຮ່ວມຂອງຊາວໜຸ່ມ ໃນການຕັດສິນໃຈ ແລະ ສ້າງໂອກາດການຈ້າງງານທີ່ເໝາະສົມ.
ກອງປະຊຸມໄດ້ຮັບຟັງການສະເໜິບົດ ພາຍໃຕ້ 4 ຫົວຂໍ້ຄື: 1. ແນວໂນ້ມດ້ານປະຊາກອນ ແລະ ການລົງທຶນໃນຊາວໜຸ່ມ: ໂອກາດ ແລະ ຜົນສະທ້ອນດ້ານນະໂຍບາຍ; 2. ການສຶກສາ, ການພັດທະນາທັກສະ ແລະ ການຫັນປ່ຽນຈາກໂຮງຮຽນໄປສູ່ການເຮັດວຽກ; 3. ການຈ້າງງານຂອງຊາວໜຸ່ມ, ການເຄື່ອນຍ້າຍ ແລະ ການເຕີບໂຕທາງເສດຖະກິດແບບຮອບດ້ານ; 4. ສຸຂະພາບ, ສິດທິ ແລະ ສະຫວັດດີການສັງຄົມຂອງຊາວໜຸ່ມ. ນອກຈາກນີ້, ຍັງໄດ້ມີການແລກປ່ຽນຄໍາຄິດຄໍາເຫັນ ແລະ ປະສົບການຂອງບັນດາອົງການຈັດຕັ້ງສາກົນ ກ່ຽວກັບການຍົກສູງຂີດຄວາມສາມາດ ແລະ ການຮ່ວມມື ໃນການປະຕິບັດໜ້າທີ່ຂອງ AFPPD ຕໍ່ປະເທດສະມາຊິກ ເພື່ອຍົກສູງຄວາມເຂັ້ມແຂງຂອງຕົນໃນຕໍ່ໜ້າ.
ວັນທີ 5 ມິຖຸນາ, ຄະນະຜູ້ແທນໄດ້ໄປຢ້ຽມຢາມບັນດາສູນຊາວໜຸ່ມ ແລະ ແລກປ່ຽນປະສົບການ ແລະ ສັງ ເກດການບັນດາມາດຕະການຈັດຕັ້ງປະຕິບັດຕໍ່ວຽກງານຊາວໜຸ່ມຂອງ ສປປລາວ, ຢ້ຽມຊົມຫ້ອງມູນເຊື້ອ ແລະ ຫ້ອງປະຊຸມໃຫຍ່ສະພາແຫ່ງຊາດລາວ.

(ສອນສັກ ວັນວິໄຊ)