ການນໍາ ສພຊ ອວຍພອນຄະນະນໍາກະຊວງປ້ອງກັນປະເທດ ໂອກາດວັນສ້າງຕັ້ງກອງທັບ 75 ປີ

ມ.ກ. 18, 2024 | SlideMobile, ຂ່າວເດັ່ນ

(ສພຊ) ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ (20/01/1949-20/01/ 2024) ຕາງໜ້າຄະນະພັກ-ຄະນະນໍາສະພາແຫ່ງຊາດ ນໍາໂດຍສະຫາຍ ປອ. ນາງ ສູນທອນ ໄຊຍະຈັກ ເລຂາທິ ການສູນກາງພັກ, ຮອງປະທານຄະນະປະຈໍາສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເຂົ້າອວຍພອນຄະນະພັກ-ຄະ ນະນໍາກະຊວງປ້ອງກັນປະເທດ ໃນວັນທີ 17 ມັງກອນ 2024 ໂດຍໄດ້ຮັບການຕ້ອນຮັບຈາກສະຫາຍ ພົທ. ທອງລອຍ ສິລິວົງ ກຳມະການສູນກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງ ທັບ ພ້ອມດ້ວຍຄະນະພັກ-ຄະນະນໍາກະຊວງດັ່ງກ່າວ.
ສະຫາຍ ປອ. ນາງ ສູນທອນ ໄຊຍະຈັກ ໄດ້ກ່າວຄໍາອວຍພອນອັນອົບອຸ່ນຕໍ່ຄະນະນຳກະຊວງປ້ອງກັນປະ ເທດ ຕະຫຼອດຮອດພະນັກງານ-ນັກຮົບໃນທົ່ວກອງທັບ ແລະ ຕີລາຄາສູງຕໍ່ຜົນງານ, ການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວຕະຫຼອດໄລຍະ 75 ປີຜ່ານມາ; ທັງລະນຶກເຖິງຜົນງານ ແລະ ຄຸນງາມຄວາມດີຂອງບັນພະບູລຸດ, ພະນັກງານ-ນັກຮົບ ທີ່ໄດ້ເສຍສະຫຼະຊີວິດເລືອດເນື້ອໃນພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍຄື ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ.
ສະຫາຍ ພົທ. ທອງລອຍ ສິລິວົງ ກໍໄດ້ກ່າວຂອບໃຈທີ່ໄດ້ນຳເອົາຄຳອວຍພອນອັນອົບອຸ່ນມາສູ່ກອງທັບ ເຊິ່ງເປັນການປະກອບສ່ວນປຸກລະດົມຊຸກຍູ້ກຳລັງໃຈອັນໃຫຍ່ຫຼວງໃຫ້ນາຍ ແລະ ພົນທະຫານໃນທົ່ວກອງທັບ ມີຄວາມຫ້າວຫັນໃນການປະຕິບັດໜ້າທີ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄືການປັບປຸງກໍ່ສ້າງກອງທັບປະຊາຊົນລາວ ໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງ ແລະ ທັນສະໄໝ.
(ຂ່າວ ແລະ ພາບ: ສອນສັກ ວັນວິໄຊ)