ການນໍາພັກ-ລັດຈາກສູນກາງ, ແຂວງ ແລະ ເມືອງຮ່ວມຕັກບາດໃນງານມະຫະກໍາບຸນຊ້າງ ຄັ້ງທີ 16 ທີ່ແຂວງໄຊຍະບູລີ.

ກ.ພ. 17, 2023

ພິທີຕັກບາດໃນງານມະຫະກໍາບຸນຊ້າງ ຄັ້ງທີ 16 ປີ 2023 ໄດ້ຈັດຂຶ້ນໃນວັນທີ 17 ກຸມພາ 2023 ນີ້ທີ່ສະໜາມຫຼວງແຂວງໄຊຍະບູລີ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປອ. ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ພ້ອມດ້ວຍພັນລະຍາ, ທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໄຊຍະບູລີ, ມີການນໍາພັກ-ລັດຂັ້ນສູນກາງ, ຂັ້ນແຂວງ ແລະ ເມືອງ ພ້ອມດ້ວຍພໍ່ແມ່ປະຊາຊົນຊາວແຂວງໄຊຍະບູລີເຂົ້າຮ່ວມ.
ກິດຈະກໍາຕັກບາດໃນງານມະຫະກໍາບຸນຊ້າງໃນແຕ່ລະປີ ແມ່ນເປັນກິດຈະກໍາໜຶ່ງທີ່ສໍາຄັນກ່ອນມື້ພິທີເປີດງານຢ່າງເປັນທາງການ ການຈັດໃຫ້ມີພິທີດັ່ງກ່າວ ກໍ່ເພື່ອສະແດງເຖິງຄວາມຜູກພັນ, ຄວາມຮູ້ບຸນຄຸນຕໍ່ຊ້າງ ທີ່ພວກເຮົາກໍ່ຄືບັນພະບູລຸດໄດ້ນໍາໃຊ້ແຮງຊ້າງເຂົ້າໃນການຕໍ່ສູ້ກູ້ຊາດໃນເມື່ອກ່ອນ ແລະ ການນໍາໃຊ້ແຮງງານຊ້າງເຂົ້າໃນການລາກແກ່ສິ່ງຂອງຕ່າງໆ ເຂົ້າໃນການດໍາລົງຊີວິດປະຈໍາວັນໃນໄລຍະເວລາຜ່ານມາ. ອີກດ້ານໜຶ່ງກໍ່ເພື່ອເປັນການສ້າງຄວາມຜູກພັນອັນສະໜິດສະໜົມ ລະຫວ່າງຊ້າງກັບຄົນ ທັງເປັນການສືບຕໍ່ອານຸລັກຮັກສາຮີດຄອງປະເພນີອັນດີງາມຂອງຊາດ ກໍ່ຄືການອານຸລັກຮັກສາຊ້າງໃຫ້ຍືນຍົງຄົງຢູ່ກັບຄົນລາວຕະຫຼອດໄປ ແລະ ເພື່ອໃຫ້ສົມກັບວ່າປະເທດລາວເປັນປະເທດລ້ານຊ້າງ. ແຂວງໄຊຍະບູລີ ໄດ້ຈັດງານມະຫະກໍາບຸນຊ້າງຂຶ້ນເປັນຄັ້ງທໍາອິດໃນລະຫວ່າງວັນທີ 17-18 ກຸມພາ 2007 ທີ່ບ້ານວຽງແກ້ວ ເມືອງຫົງສາ ແຂວງໄຊຍະບູລີ ແລະ ມາຮອດປີນີ້ຖືວ່າ ແຂວງໄຊຍະບູລີ ຈັດຂຶ້ນເປັນຄັ້ງທີ 16 ອັນໄດ້ສະແດງເຖິງການສືບທອດຮີດຄອງປະເພນີວັດທະນະທໍາ, ຕໍານານຄວນຊ້າງດັ່ງເດີມ ຈາກປະຫວັດຄວາມເປັນມາທີ່ເຄີຍນັບຖືປະຕິບັດພາຍໃນຄອບຄົວ ກາຍມາເປັນມະຫະກໍາບຸນຊ້າງປະຈໍາປີ ຂອງແຂວງໄຊຍະບູລີ ເພື່ອໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າຢູ່ພາຍໃນແຂວງ ຕະຫຼອດຮອດແຂກພາຍໃນ ແລະ ຕ່າງປະເທດໄດ້ເຂົ້າຮ່ວມກິດຈະກໍາດັ່ງກ່າວ. ການຈັດງານມະຫະກໍາບຸນຊ້າງຂຶ້ນໃນແຕ່ລະປີ ກໍ່ເພື່ອເຜີຍແຜ່ວັດທະນະທໍາຄວນຊ້າງໃຫ້ສັງຄົມ ແລະ ຊາວໂລກຮັບຮູ້ວ່າ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຈັດງານມະຫະກໍາບຸນຊ້າງທີ່ຍິ່ງໃຫຍ່ ຊຶ່ງເປັນກຽດປະຫວັດແຫ່ງຄວາມພາກພູມໃຈ ຂອງປະຊາຊົນຊາວແຂວງໄຊຍະບູລີ ກໍ່ຄືປະຊາຊົນບັນດາເຜົ່າໃນທົ່ວປະເທດ.