

ບຸນນະມັດສະການພຣະທາດຫຼວງວຽງຈັນປີນີ້ ມີຫຼາຍກິດຈະກຳ ເປັນຕົ້ນແມ່ນພິທີທາງສາສະໜາ, ການແຫ່ຜາສາດເຜີ້ງ, ການວຽນທຽນ, ການແຂ່ງຂັນກິລາຕີຄີ, ການວາງສະແດງສິນຄ້າ ແລະ ອື່ນໆ ເພື່ອຮັກສາ ແລະ ເສີມຂະຫຍາຍວັດທະນະທຳ ຮີດຄອງປະເພນີທີ່ສືບທອດກັນມາ ແລະ ເພື່ອຄວາມເປັນສິຣິມຸງຄຸນ.

ບຸນນະມັດສະການພຣະທາດຫຼວງປີນີ້ ເຫັນວ່າມວນຊົນຈາກທຸກທົ່ວສາລະທິດຕ່າງກໍມີຈິດໃຈໃສສັດທາ, ຫຼັ່ງໄຫຼມາຮ່ວມງານຢ່າງຄັບຄາໜາແໜ້ນ ແລະ ໄດ້ພ້ອມກັນໃສ່ບາດ, ຢາດນ້ຳ, ຮັບພອນ ແລະ ຟັງທຳມະເທສະໜາ ເພື່ອອຸທິດບຸນກຸສົນໃຫ້ບັນພະບູລຸດ ແລະ ເຈົ້າກຳນາຍເວນ ຕາມຄວາມເຊື່ອຂອງຊາວພຸດທີ່ສືບທອດກັນມາແຕ່ດົນນານ ໂດຍພິທີໃສ່ບາດໄດ້ເລີ່ມແຕ່ເວລາ 7:00 ໂມງເຊົ້າ ຂອງວັນທີ 8 ພະຈິກ 2022 ກົງກັບ ມື້ເພັງ 15 ຄໍ່າ ເດືອນ 12 ພສ 2565.

