ການຕ້ອນຮັບຄະນະຜູ້ແທນຕ່າງປະເທດ
ສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ຮັບກຽດຕ້ອນຮັບຄະນະຜູ້ແທນຂັ້ນສູງ ແລະບັນດາທູຕານຸທູດຕ່າງປະເທດມາປະຈຳຢູ່ ສປປ ລາວຄື:
1. ທ່ານ ປອ.ໄຊສົມພອນ ພົມວິຫານ, ກຳມະການກົມການເມືອງສູນກາງພັກປະຊາຊົນ ປະຕິວັດລາວ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ພົບປະສອງຝ່າຍກັບ ທ່ານ ຫງວຽນ ຊວັນ ຟຸກ, ກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ແຫ່ງ ສສ.ຫວຽດນາມ, ເນື່ອງໃນໂອກາດທີ່ເດີນທາງມາຢ້ຽມຢາມສັນຖະວະໄມຕີ ຢູ່ ສປປ ລາວ ຢ່າງເປັນທາງການ, ເຂົ້າຮ່ວມມີຄຳເຫັນໃນກອງປະຊຸມສະໄໝວິສາ ມັນ ເທື່ອທີ 01 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ເຂົ້າຮ່ວມພິທີມອບຮັບຫໍສະພາແຫ່ງຊາດລາວ ຫຼັງໃໝ່, ໃນວັນທີ 10 ສິງຫາ 2021;
2. ທ່ານ ປອ.ນາງ ສູນທອນ ໄຊຍະຈັກ, ເລຂາທິການສູນກາງພັກປະຊາຊົນ ປະຕິວັດລາວ, ຮອງປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ພົບປະສອງຝ່າຍກັບ ທ່ານ ເຈິນ ແທງ ເມິນ, ກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ຮອງປະທານສະພາຜູ້ປະຈຳການ, ສະພາແຫ່ງຊາດ ແຫ່ງ ສສ.ຫວຽດນາມ, ເນື່ອງໃນໂອກາດທີ່ເດີນທາງມາເຂົ້າຮ່ວມພິທີມອບຮັບຫໍສະພາແຫ່ງຊາດລາວ ຫຼັງໃໝ່,ໃນວັນທີ 10 ສິງຫາ 2021;
3. ທ່ານ ສົມມາດ ພົລເສນາ, ກຳມະການສູນກາງພັກປະຊາຊົນ ປະຕິວັດລາວ, ຮອງປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ພົບປະສອງຝ່າຍກັບ ທ່ານ ເລ ວັນ ແທັງ, ກຳມະການສູນກາງພັກກອມມູນິດຫວຽດນາມ, ຮອງນາຍົກລັດຖະມົນຕີ ແຫ່ງ ສສ.ຫວຽດນາມ, ເນື່ອງໃນໂອກາດທີ່ເດີນທາງມາເຂົ້າຮ່ວມພິທີມອບຮັບຫໍສະພາແຫ່ງຊາດລາວ ຫຼັງໃໝ່, ໃນວັນທີ 10 ສິງຫາ 2021;
4. ທ່ານ ສົມມາດ ພົລເສນາ, ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ພົບປະກັບ ທ່ານ ເລ ກວາງ ຮຸ່ງ, ຮອງລັດຖະມົນຕີກະຊວງກໍ່ສ້າງ ແຫ່ງ ສສ.ຫວຽດນາມ, ເນື່ອງໃນໂອກາດທີ່ເດີນທາງມາເຂົ້າຮ່ວມພິທີມອບຮັບຫໍສະພາແຫ່ງຊາດລາວ ຫຼັງໃໝ່, ໃນວັນທີ 7 ສິງຫາ 2021;
5. ທ່ານ ພົນໂທ ສຸວອນ ເລືອງບຸນມີ, ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ພົບປະກັບ ທ່ານ ຟານ ວັນ ຢາງ, ກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ລັດຖະມົນຕີກະຊວງປ້ອງກັນຊາດ ແຫ່ງ ສສ.ຫວຽດນາມ, ເນື່ອງໃນໂອກາດທີ່ເດີນທາງມາເຂົ້າຮ່ວມພິທີມອບຮັບຫໍສະພາແຫ່ງຊາດລາວ ຫຼັງໃໝ່, ໃນວັນທີ 9 ສິງຫາ 2021;
6. ທ່ານ ພົຈວ ວົງສັກ ພັນທະວົງ, ປະທານກໍາມາທິການປກຊ-ປກສ, ສະພາແຫ່ງຊາດ ແຫ່ງ ສປປ ລາວ ພົບປະສອງຝ່າຍກັບ ທ່ານ ຫງວຽນ ແທັງ ຫງິ, ລັດຖະມົນຕີກະຊວງກໍ່ສ້າງ ແຫ່ງ ສສ.ຫວຽດນາມ, ເນື່ອງໃນໂອກາດທີ່ເດີນທາງມາເຂົ້າຮ່ວມພິທີມອບຮັບຫໍສະພາແຫ່ງຊາດລາວ ຫຼັງໃໝ່, ໃນວັນທີ 10 ສິງຫາ;
7. ທ່ານ ນາງ ວັນດີ ບຸດທະສະວົງ, ຮອງປະທານກໍາມາທິການການຕ່າງປະເທດລາວ ຕ້ອນຮັບ ທ່ານ ດິງ ກົງ ສີ, ຮອງປະທານກໍາມາທິການການຕ່າງປະເທດຫວຽດນາມ ເດີນທາງມາເຮັດວຽກ ຢູ່ ສປປ ລາວ ຢ່າງເປັນທາງການ, ລະຫວ່າງວັນທິ 04-08 ພຶດສະພາ 2022, ເພື່ອກະກຽມຄວາມພ້ອມໃຫ້ແກ່ການມາຢ້ຽມຢາມສັນຖະວະໄມຕີຢ່າງເປັນທາງການ ຢູ່ ສປປ ລາວ ຂອງ ທ່ານປະທານສະພາແຫ່ງຊາດ ແຫ່ງ ສສ. ຫວຽດນາມ;
8. ທ່ານ ປອ. ເພັດພອນໃຈ ສິນລະປຣະກິດ, ຫົວໜ້າຫ້ອງການຄຸ້ມຄອງຫໍສະພາແຫ່ງຊາດລາວ ຕ້ອນ ຮັບ ທ່ານ ຟາມ ດຶກ ທາວ, ຫົວໜ້າກົມໃຫຍ່ຄຸ້ມຄອງ, ຫ້ອງວ່າການສະພາແຫ່ງຊາດຫວຽດນາມພ້ອມດ້ວຍຄະນະເດີນທາງມາເຮັດວຽກ ຢູ່ ສປປ ລາວ ຢ່າງເປັນທາງການ, ລະຫວ່າງວັນທິ 06-10 ພຶດສະພາ 2022, ເພື່ອແລກປ່ຽນຂໍ້ມູນຂ່າວສານ ທາງດ້ານການຄຸ້ມຄອງລະບົບອາຄານຫໍສະພາແຫ່ງຊາດລາວ-ຫວຽດນາມ ແລະ ການຈັດວາງສະແດງຫ້ອງມູນເຊື້ອ ຂອງສະພາແຫ່ງຊາດລາວ ເພື່ອຂຶ້ນແຜນການຊ່ວຍເຫຼືອທາງດ້ານວິຊາການ ໃນຂັ້ນຕໍ່ໄປ.
ຄະນະນຳຂອງສະພາແຫ່ງຊາດ ຕ້ອນຮັບທູຕານຸທູດ, ອົງການຈັດຕັ້ງສາກົນ ແລະ ແຂກຕ່າງປະເທດ ເຂົ້າຢ້ຽມຂໍ່ານັບການນໍາ, ອຳລາ, ພົບປະເຮັດວຽກ ຈຳນວນຫຼາຍຄະນະ.