

ໃນກອງປະຊຸມ, ໄດ້ຮັບຟັງການສະເໜີບົດພື້ນຖານທາງດ້ານນິຕິກຳໃຫ້ແກ່ການຍົກເວັ້ນການປະຕິບັດບາງມາດຕາຂອງກົດໝາຍ ແລະ ບາງບົດຮຽນຂອງປະເທດເພື່ອນມິດຍຸດທະສາດ; ການຍົກເວັ້ນການປະຕິບັດບາງມາດຕາຂອງກົດໝາຍໃນຂົງເຂດການລົງທຶນ ແລະ ເຂດເສດຖະກິດພິເສດ; ການຍົກເວັ້ນການປະຕິບັດບາງມາດຕາຂອງກົດໝາຍ ໃນຂົງເຂດການສ້າງເຂື່ອນໄຟຟ້າ; ການຍົກເວັ້ນການປະຕິບັດບາງມາດຕາຂອງກົດໝາຍໃນຂົງເຂດພື້ນຖານໂຄງລ່າງຄົມມະນາຄົມ; ການຍົກເວັ້ນການປະຕິບັດບາງມາດຕາຂອງກົດໝາຍໃນຂົງເຂດພາສີ, ອາກອນ (ນໍ້າມັນ, ພາຫະນະ) ແລະ ການຍົກເວັ້ນການປະຕິບັດບາງມາດຕາຂອງກົດໝາຍ ໃນຂົງເຂດທີ່ດິນ.

ໂອກາດດັ່ງກ່າວ, ຜູ້ເຂົ້າຮ່ວມ ໄດ້ສຸມສະຕິປັນຍາເພື່ອຄົ້ນຄວ້າປະກອບຄຳຄິດຄຳເຫັນ ຕໍ່ກັບບັນດາເນື້ອໃນບົດຕ່າງໆທີ່ຍົກຂຶ້ນມາສະເໜີໃນຄັ້ງນີ້ ເຮັດໃຫ້ມີເນື້ອໃນເລິກເຊິ່ງ ເພື່ອນຳໄປໃຊ້ໃນວຽກງານຕົວຈິງຕ່າງໆ.

ໃນໄລຍະຜ່ານມາ, ການຈັດຕັ້ງປະຕິບັດລັດຖະທໍາມະນູນ ແລະ ກົດໝາຍ ແມ່ນມີຄວາມຈຳເປັນໃນການຍົກເວັ້ນການປະຕິບັດບາງມາດຕາຂອງກົດໝາຍ ເພື່ອຮັບໃຊ້ໃຫ້ແກ່ນະໂຍບາຍການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາ, ຕໍ່ກັບການຍົກເວັ້ນການປະຕິບັດບາງມາດຕາຂອງກົດໝາຍ ເຫັນວ່າ ມີດ້ານດີ ແລະ ດ້ານຫຍໍ້ທໍ້. ດ້ານດີກໍຄື ເປັນການສົ່ງເສີມທາງດ້ານການລົງທຶນ ໂດຍສະເພາະໂຄງການທີ່ມີຜົນປະໂຫຍດອັນໃຫຍ່ຫລວງ ແລະ ຍາວນານໃຫ້ແກ່ປະເທດຊາດ ແລະ ປະຊາຊົນ; ດ້ານຫຍໍ້ທໍ້ ກໍຄືເປັນຊ່ອງວ່າງທາງດ້ານກົດໝາຍ ແລະ ມີການສວຍໂອກາດໃນການຂໍຍົກເວັ້ນການປະຕິບັດບາງມາດຕາຂອງກົດໝາຍ. ສະນັ້ນ, ຈຶ່ງມີຄວາມຈໍາເປັນໃນການຈັດກອງປະຊຸມສໍາມະນາວິທະຍາສາດ ກ່ຽວກັບການຍົກເວັ້ນການປະຕິບັດບາງມາດຕາຂອງກົດໝາຍ ເພື່ອຄົ້ນຄວ້າ, ພິຈາລະນາ, ວິເຄາະ, ວິໄຈຕໍ່ກັບບັນຫາດັ່ງກ່າວ ໃຫ້ສອດຄ່ອງກັບການພັດທະນາເສດຖະກິດ-ສັງຄົມ ໃນໄລຍະໃໝ່.
(ພາບ ແລະ ຂ່າວ: ນາງ ປາກາລັກ ພົມມີໄຊ)