loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ການກວດຄົນເຂົ້າ-ອອກເມືອງ ຢູ່ດ່ານສາກົນ ຍັງມີຂໍ້ຄົງ ຄ້າງຫລາຍບັນຫາ

​ພ.ຈ. 29, 2018 | ຂ່າວກອງປະຊຸມ

ການກວດຄົນເຂົ້າ-ອອກເມືອງ ຢູ່ດ່ານສາກົນ ຍັງມີຂໍ້ຄົງ ຄ້າງຫລາຍບັນຫາ
29/11/2018
 

ຂປລ. ການຈັດເກັບຄ່າທຳນຽມ ແລະ ບໍລິການ  ຢູ່ບັນດາດ່ານຕ່າງໆ ຍັງມີຫລາຍຈຸດບໍ່ທັນ ລວມສູນ  ເຮັດໃຫ້ຜູ້ໂດຍສານສັບສົນ ໃຊ້ເວລາບໍ່ແທດເໝາະກັບຕົວຈິງ  ແລະ ມີບາງດ່ານສາກົນ ເກັບເງິນຄ່າທຳນຽມ  ແລະ ຄ່າບໍລິການ ຍັງບໍ່ທັນຖືກຕ້ອງຕາມລັດຖະບັນຍັດ  003/ປປທ ລົງວັນທີ 26 ທັນວາ 2012 ສະບັບປັບປຸງ.  ນອກຈາກນີ້, ການພັດທະນາວຽກງານຂອງຂະແໜງການຕົ້ນຕໍ  ຢູ່ດ່ານ ເປັນຕົ້ນແມ່ນ   ຢູ່ດ່ານຕຳຫລວດກວດຄົນເຂົ້າ-ອອກເມືອງ,   ພາສີ ແລະ ກັກກັນພືດ ຍັງເຮັດພໍໃຜພໍມັນ  ຂາດການປະສານສົມທົບ ເພື່ອໃຫ້ມີຄວາມກົມກຽວ  ແລະ ສະດວກໃນການເຂົ້າ-ອອກ. ທັງນີ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ,  ຍັງມີບາງທ້ອງຖີ່ນບໍ່ປະຕິບັດຕາມການຊີ້ນໍາ ຈາກສູນກາງ  ແລະ ມີພະ ນັກ ງານ,  ເຈົ້າໜ້າທີ່ຈຳນວນໜຶ່ງ ການປະຕິບັດໜ້າທີ່ບາງຄັ້ງ  ຍັງມີທັດສະນະທ່າທີ,  ກິລິຍາມາລະຍາດຍັງບໍ່ທັນເໝາະສົມ.

ທ່ານ ພົນຕີ ກົງທອງ ພົງພິຈິດ ຮອງລັດຖະມົນຕີ  ກະຊວງປ້ອງກັນຄວາມສະຫງົບ ໃຫ້ຄຳຊີ້ແຈງ  ຕໍ່ສະມາຊິກສະພາແຫ່ງຊາດ ທີ່ໄດ້ຍົກຂຶ້ນ ໃນກອງປະຊຸມສະໄໝສາມັນ ເທື່ອທີ 6  ຂອງສະພາແຫ່ງຊາດຊຸດ ທີ VIIIໃນວັນທີ 27 ພະຈິກ 2018  ທີ່ຫໍປະຊຸມສະພາແຫ່ງຊາດ ນະຄອນຫລວງວຽງຈັນ ນີ້ວ່າ:  ໃນການປະຕິບັດວຽການໃນໄລຍະຜ່ານມາ  ເຫັນວ່າ ຍັງມີຫລາຍຂໍ້ຄົງຄ້າງ ເປັນຕົ້ນ  ຢູ່ດ່ານໃນບາງທ້ອງຖິ່ນ ຜູ້ເຂົ້າ-ອອກເມືອງຈຳນວນໜຶ່ງ ບໍ່ປະຕິບັດຕາມລະບຽບ ກໍຄື ຂໍ້ກຳ ນົດກົດໝາຍ  ວ່າດ້ວຍການເຂົ້າ-ອອກ ແລະ ການຄຸ້ມຄອງຄົນຕ່າງປະເທດຢູ່  ສປປ ລາວ ຍັງບໍ່ທັນໄດ້ດີປານໃດ;  ການກຳນົດປ້າຍບໍລິການເຂົ້າ-ອອກເມືອງ  ຢູ່ບັນດາດ່ານຍັງບໍ່ເປັນເອກະພາບກັນ  ລະຫວ່າງສູນກາງ ແລະ ທ້ອງຖິ່ນ.  ພ້ອມ ກັນນີ້, ພື້ນຖານໂຄງລ່າງຂອງດ່ານສາກົນຈຳນວນໜຶ່ງ ເຫັນວ່າ  ຍັງບໍ່ທັນສົມຄູ່ກັບການເປັນດ່ານສາກົນ ເປັນຕົ້ນລະບົບໄຟຟ້າ,  ສະຖານທີ່ຄັບແຄບ, ຫ້ອງນ້ຳສາທາລະນະ,  ບາງສະຖານທີ່ມີການຫລີ້ນການພະນັນ  ແລະ ຮ້ານຂາຍ ເຄື່ອງ ຕິດກັບດ່ານ ເຮັດໃຫ້ການເຂົ້າ-ອອກເມືອງ  ມີຄວາມສັບສົນ.

ທ່ານ ພົນຕີ ກົງທອງ ພົງພິຈິດ ກ່າວຕື່ມວ່າ:  ເພື່ອແກ້ໄຂບັນຫາ ແລະ ເພື່ອອໍານວຍຄວາມສະດວກດັ່ງກ່າວນີ້,  ກະຊວງປ້ອງກັນຄວາມສະຫງົບ ໄດ້ມີໂຄງການຕິດຕັ້ງໂອໂຕເກດ  (Auto-Gate)  ເພື່ອອຳນວຍຄວາມສະດວກ ໃຫ້ ແກ່ຜູ້ໂດຍສານ  ທີ່ເປັນພົນລະເມືອງລາວ ທີ່ນຳໃຊ້ໜັງສືຜ່ານແດນ  ແບບທັນສະໄໝໃນການເຂົ້າ-ອອກເມືອງ,  ໂດຍບໍ່ຜ່ານການຈໍ້າແຈ້ງເຂົ້າ-ອອກ  ຈາກເຈົ້າໜ້າທີ່  ຕມ ປະຈຳດ່ານ ໂດຍສະເພາະ ດ່ານສະໜາມບິນສາກົນວັດໄຕ. ນອກຈາກນີ້, ໄດ້ມີໂຄງການເຊື່ອມຕໍ່ຖານຂໍ້ມູນຢູ່ບັນດາດ່ານສາກົນ  ເຂົ້າຫາກົມຕຳຫລວດກວດຄົນເຂົ້າ-ອອກເມືອງ,  ເຊິ່ງປັດຈຸບັນ  ສາມາດເຊື່ອມຕໍ່ຖານຂໍ້ມູນຢູ່ດ່ານສາກົນເຂົ້າຫາສູນກາງກົມ  ຕມ ໄດ້ຈຳນວນ 21 ດ່ານ ໃນຈຳນວນ  27 ດ່ານສາກົນ ທົ່ວ ປະເທດ. ພ້ອມນີ້,  ຍັງປັບປຸງກົນໄກການປະຕິບັດໜ້າທີ່  ຂອງພະນັກງານ ໃຫ້ມີຄວາມສອດຄ່ອງ  ແລະ ຖືກຕ້ອງກັບແນວທາງນະໂຍບາຍຂອງພັກ,  ລະບຽບກົດໝາຍຂອງລັດ,  ເອົາໃຈໃສ່ຂອດການບໍ ລິການເຂົ້າ-ອອກເມືອງ  ໃຫ້ມີຄວາມສະ ດວກ, ຄ່ອງຕົວ, ຮັດກຸມ  ແລະ ປະສານສົມທົບກັບພາກສ່ວນກ່ຽວຂ້ອງຢ່າງກົມກຽວ.